ພິທີວາງສີລາລືກ ໂຄງການກໍ່ສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນ ເຊກອງ ຂອງກຸ່ມບໍລິສັດ ພອນສັກ ຈຳກັດ ທີ່ເມືອງກະລຶມ ແຂວງເຊກອງ ຈັດຂຶ້ນໃນວັນທີ 2 ເມສາ 2025 ໂດຍການເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືຕ່າງປະເທດ.
ທ່ານ ພອນສັກ ວິໄລສັກ ປະທານກຸ່ມບໍລິສັດ ພອນສັກ ຈຳກັດ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນແຫ່ງນີ້ ມີກຳລັງການຜະລິດທັງໝົດ 1.800 ເມກາວັດ, ປະກອບມີ 6 ໂຮງ, ໂຮງລະ 300 ເມກາວັດ. ກະແສໄຟຟ້າທີ່ຜະລິດໄດ້ ຈະສົ່ງອອກໄປປະເທດກຳປູເຈຍ ພາຍໃຕ້ສັນຍາຊື້ – ຂາຍໄຟຟ້າ ( PPA ) ກັບລັດວິສາຫະກິດໄຟຟ້າກຳປູເຈຍ.
ໂຄງການດັ່ງກ່າວ ມີມູນຄ່າກໍ່ສ້າງປະມານ 4 ຕື້ໂດລາສະຫະລັດ ໂດຍເລີ່ມກໍ່ສ້າງຢ່າງເປັນທາງການ ໃນວັນທີ 1 ເມສາ 2025 ເຊິ່ງໂຮງໄຟຟ້າຫຼັງທໍາອິດ ຈະເປີດດໍາເນີນການຜະລິດກະແສໄຟຟ້າ ໃນເດືອນມັງກອນ 2028 ແລະ ຈະຜະລິດກະແສໄຟຟ້າເຕັມຮູບແບບທັງ 6 ໂຮງ ໃນເດືອນມັງກອນ 2030; ມີອາຍຸສຳປະທານ 30 ປີ ( 2030 – 2060 ) ເຊິ່ງຈະຕ້ອງນໍາໃຊ້ຖ່ານຫີນ ເພື່ອຜະລິດພະລັງງານໄຟຟ້າ ປະມານ 10 – 11 ລ້ານໂຕນຕໍ່ປີ.
ນອກຈາກການກໍ່ສ້າງໂຮງໄຟຟ້າແລ້ວ, ຍັງຈະມີການກໍ່ສ້າງສາຍສົ່ງກະແສໄຟຟ້າ 500 ກິໂລວັດ ຄວາມຍາວ 253 ກິໂລແມັດ ເຊື່ອມຕໍ່ຈາກໂຮງໄຟຟ້າແຫ່ງນີ້ ຫາ ຊາຍແດນ ລາວ – ກໍາປູເຈຍ.
ສໍາລັບຜູ້ດໍາເນີນການກໍ່ສ້າງໂຮງໄຟຟ້າ ແມ່ນບໍລິສັດ ພີເອັສຈີຊີ ໄທ ( PSGC Thai ); ສ່ວນຜູ້ສະໜອງອຸປະກອນ ແລະ ເຄື່ອງຈັກຫຼັກ ໃນການກໍ່ສ້າງໂຮງໄຟຟ້າ ແລະ ຜູ້ຮັບເໝົາກໍ່ສ້າງສາຍສົ່ງໄຟຟ້າດັ່ງກ່າວ ແມ່ນບໍລິສັດ ຊີດັບເບີ້ນຢູພີຊີ ຈຳກັດ ( CWPC Co., Ltd. ).
ໃນຕອນທ້າຍພິທີ, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດກົດປຸ່ມເປີດພິທີວາງສີລາລືກ ແລະ ລັ່ນຄ້ອງ ເພື່ອເປັນສີລິມຸງຄຸນໃຫ້ແກ່ການກໍ່ສ້າງໂຄງການດັ່ງກ່າວຕື່ມອີກ.
[ ຂ່າວ – ຮູບ: ກົມປະຊາສຳພັນ ຫສນຍ ]