ເງິນເຟີ້ເດືອນມີນາ 2025 ເໜັງຕີງເພີ່ມຂຶ້ນ ໃນຈັງຫວະທີ່ຊ້າລົງ

0
100

ອັດຕາເງິນເຟີ້ເດືອນມີນາ 2025 ຢູ່ໃນລະດັບ 11,2% ເຮັດໃຫ້ໃນໄຕມາດ 1 ປີນີ້ ອັດຕາເງິນເຟີ້ຢູ່ໃນລະດັບ 13,1%. ໝວດທີ່ເພີ່ມຂຶ້ນສູງກວ່າໝູ່ແມ່ນ ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫູງຕົ້ມ.
ສູນສະຖິຕິແຫ່ງຊາດ ໄດ້ອອກບົດລາຍງານອັດຕາເງິນເຟີ້ປະຈຳເດືອນມີນາ 2025 ວ່າ: ອັດຕາເງິນເຟີ້ເດືອນມີນາ 2025 ເໜັງຕີງເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງຄື ມາຢູ່ໃນລະດັບ 11,2% ( ເດືອນມັງກອນ 15,5%, ເດືອນກຸມພາ 2025 ຢູ່ໃນລະດັບ 12,7% ).

ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນຫຼາຍກວ່າໝູ່ແມ່ນ ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫູງຕົ້ມ ເພີ່ມຂຶ້ນ 28,6%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 21,4%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 19,1%, ໝວດການສຶກສາ ເພີ່ມຂຶ້ນ 18,1%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 16,4%, ໝວດເຫຼົ້າ ແລະ ຢາສູບ 15%.
ເມື່ອສັງເກດການປ່ຽນແປງຂອງລາຄາເດືອນມີນາ 2015 ທຽບກັບເດືອນກຸມພາ 2025 ເຫັນວ່າລາຄາຫຼຸດລົງເລັກໜ້ອຍ ຈາກເດືອນຜ່ານມາຢູ່ໃນລະດັບ -0,1%; ໃນນັ້ນ ໝວດສິນຄ້າທີ່ຫຼຸດລົງ ມີໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ຫຼຸດລົງ -0,9% ພົ້ນເດັ່ນແມ່ນລາຄາຜັກສົດ ( ຫຼຸດລົງ -5,6% ), ປາ ( -1,3% ), ໝາກໄມ້ ( -1%); ໝວດຄົມມະນາຄົມ ແລະ ການຂົນສົ່ງ ຫຼຸດລົງ -0,9%, ພົ້ນເດັ່ນແມ່ນລາຄານໍ້າມັນເຊື້ອໄຟ ( ຫຼຸດລົງ -5,7% ), ພາຫະນະຂົນສົ່ງ ( -0,4 ); ໝວດໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຫຼຸດລົງ -0,7% ພົ້ນເດັ່ນ ແມ່ນລາຄາໄປສະນີ ( ຫຼຸດລົງ -2,9% ), ໂທລະສັບ ( -1% ).


ສໍາລັບອັດຕາເງິນເຟີ້ໄຕມາດ 1 ປີ 2025 ຢູ່ໃນລະດັບ 13,1% ( ໄຕມາດ 1 ປີ 2024 ແມ່ນ 24,9% ). ໃນນັ້ນ, ໝວດທີ່ເພີ່ມຂຶ້ນສູງກວ່າໝູ່ແມ່ນ ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫູງຕົ້ມ ເພີ່ມຂຶ້ນ 25,1%; ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 22,5%.
ສາເຫດຕົ້ນຕໍຂອງອັດຕາເງິນເຟີ້ເໜັງຕີງເພີ່ມຂຶ້ນຊ້າລົງ ຍ້ອນສະພາບອັດຕາແລກປ່ຽນທີ່ສືບຕໍ່ມີສະຖຽນລະພາບດີຂຶ້ນ ແລະ ສະພາບການຜະລິດ ໂດຍສະເພາະແມ່ນສິນຄ້າກະສິກໍາ ຍັງສືບຕໍ່ສະໜອງໄດ້ຕາມຄວາມຕ້ອງການ. ພ້ອມນັ້ນ, ລາຄາສິນຄ້ານໍາເຂົ້າ ລວມທັງນໍ້າມັນເຊື້ອໄຟ ຢູ່ຕະຫຼາດໂລກບໍ່ເໜັງຕີງຫຼາຍ.

LEAVE A REPLY

Please enter your comment!
Please enter your name here