ເຜີຍແຜ່ນິຕິກໍາ ຄອລ ແລະ ລະບຽບ ໃຫ້ບັນດາສະຫະພັນກິລາແຫ່ງຊາດ ກຽມຮ່ວມງານກິລາຊີເກມ ຄັ້ງທີ 33

0
83

ຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳຂອງ ຄອລ ແລະ ລະບຽບການເຂົ້າຮ່ວມງານມະຫາກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ຮັບກຽດເປັນເຈົ້າພາບ ທ້າຍປີ 2025 ໂດຍກອງປະຊຸມຈັດຂຶ້ນໃນອາທິດທີ່ຜ່ານມາ ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເອກະສານຕ່າງໆຂອງທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ມີທ່ານ ສີຈັນ ຈິດຕະປັນຍາ ວ່າການແທນ ຫົວໜ້າກົມກິລາລະດັບສູງ, ມີຄະນະບໍລິຫານງານ ຄອລ, ຕາງໜ້າບັນດາສະຫະພັນກິລາແຫ່ງຊາດ, ແລະ ສື່ມວນຊົນເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ນາງ ຂັນທະລີ ສີຣິພົງພັນ ກໍໄດ້ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ ແມ່ນເປັນການເຜີຍແຜ່ບັນດານິຕິກຳຕ່າງໆຂອງ ຄອລ ແລະ ລະບຽບການເຂົ້າຮ່ວມງານມະຫາກຳກິລາຊີເກມ, ຊຶ່ງເປັນທຳນຽມປະຕິບັດ ກ່ອນການເຂົ້າຮ່ວມແຂ່ງຂັນທຸກຄັ້ງຈະຕ້ອງມີການເຜີຍແຜ່ນິຕິກຳ,ລະບຽບການເຂົ້າຮ່ວມແຂ່ງຂັນ ໃຫ້ບັນດາສະຫະພັນກິລາແຫ່ງຊາດ ຮັບຊາບເພື່ອເຂົ້າໃຈແຈ້ງ ແລະ ນຳໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງສອດຄ່ອງກັບລະບຽບທີ່ປະເທດເຈົ້າພາບໄດ້ວາງອອກ.

ສຳລັບງານມະຫາກຳກິລາໃນຂົງເຂດພາກພື້ນອາຊີຕາເວັນອອກສຽງໃຕ້ ຫຼື ຊີເກມ ແມ່ນເປັນຄັ້ງທີ 33 ຊຶ່ງປະເທດໄທ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 9-20 ທັນວາ 2025. ໂດຍມີການຊີງໄຊກັນ 50 ປະເພດກິລາ ແລະ ທຳການແຂ່ງຂັນຢູ່ 3 ເຂດຫຼັກຄື: ນະຄອນຫຼວງບາງກອກ 38 ສະໜາມ , ແຂວງຊົນບູລີ 13 ສະໜາມ ແລະ ແຂວງສົງຂາ 6 ສະໜາມ. ສ່ວນສັນຍາລັກຊີເກມ ຄັ້ງທີ 33 ໄດ້ຮັບແຮງບັນດານໃຈຈາກແນວຄິດ ຫຼິ້ນຕາມກະຕິກາ ຊຶ່ງອອກແບບໂດຍໃຊ້ລາຍເສັ້ນຂອບສະໜາມກິລາ ປະສົມປະສານກັບສິລະປະພື້ນເມືອງໄທ ທີ່ສະແດງເຖິງຄວາມກົມກຽວຂອງຍຸດທະສາດການແຂ່ງຂັນ ແລະ ວັດທະນາທຳ, ຂະນະທີ່ ສັດນຳໂຊກ ໄດ້ປະສົມລວດລາຍພື້ນເມືອງໄທກັບການອອກແບບທີ່ທັນສະໄໝ ທີ່ເປັນສັນຍາລັກຂອງຄວາມສາມັກຄີ ມີສີສັນສົດໄສ ແລະ ການສະແດງງອອກທີ່ມ່ວນຊື່ນ ສະທ້ອນໃຫ້ເຫັນເຖິງເທດສະການ ຄວາມຄິດສ້າງສັນ ແລະ ການເຊື່ອມຈອດວັດທະນາທຳໃນກິລາ ແລະ ສັງຄົມ.

ໂດຍປະເທດໄທເຈົ້າພາບ ໄດ້ຫ້າງຫາກະກຽມ ແລະ ເລີ່ມດຳເນີນວຽກຕ່າງໆມາແລ້ວໃນທ້າຍປີ 2024 ໂດຍໄດ້ຈັດກອງປະຊຸມຄະນະກໍາມະການແຂ່ງຂັນຄັ້ງທີ 1 ໃນເດືອນພະຈິກ 2024 ແລະ ມາຮອດເດືອນມີນາ 2025 ແມ່ນສຳເລັດການສົ່ງໜັງສືເຊີນ ແລະ ປື້ມຄູ່ມືເຕັກນິກໃຫ້ຊາດສະມາຊິກເປັນທີ່ຮຽບຮ້ອຍແລ້ວ ສ່ວນເດືອນເມສາ ແມ່ນເປີດໃຫ້ລົງທະບຽນ ສົ່ງໜັງສືເຊີນສະໝັກ, ເດືອນພຶດສະພາ ແມ່ນເປີດການລົງທະບຽນ ແລະ ປິດການລົງທະບຽນດ້ວຍລາຍຊື ແລະ ຈະເປີດລົງທະບຽນສຳລັບຜູ້ເຂົ້າຮ່ວມແຂ່ງຂັນອື່ນໆໃນເດືອນກໍລະກົດ 2025.
ຂ່າວ-ຮູບ: ສົງການ ພັນແພງດີ

LEAVE A REPLY

Please enter your comment!
Please enter your name here