ເຊີນຊວນ ຮ່ວມຫຼິ້ນບຸນປີໃໝ່ລາວ ປະຈໍາປີ 2025  ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ

0
84
The next Media - 6

ເຊີນຊວນພໍ່ແມ່ພີ່ນ້ອງ ປະຊາຊົນລາວບັນດາເຜົ່າ, ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມກິດຈະກໍາງານສະເຫຼີມສະຫຼອງບູນປີໃໝ່ລາວ ປະຈໍາປີ 2025 ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ  ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ງານຈະຈັດຂຶ້ນໃນວັນພຸດ ທີ 9 ເມສາ 2025 ໃນວາລະກິດຈະກໍາງານດັ່ງກ່າວ ຈະມີພິທີໃສ່ບາດຕາມປະເພນີ ໂດຍມີພຣະສົງ ຈໍານວນ 29 ອົງ ຢູ່ທີ່ຂົວສວນສາທາລະນະແກ້ວມະນີຕະຫຼາດນໍ້າ ເລີ່ມເວລາ 6:30 ໂມງ.

.

ຫຼັງຈາກນັ້ນ ຈະຈັດພິທີບາສີສູ່ຂວັນ ແລະ ຊົມສິລະປະການສະແດງ, ຟ້ອນລໍາວົງລາວ ພ້ອມທັງ ຫົດນໍ້າ ອວຍພອນເຊິ່ງກັນ ແລະ ກັນ ຢ່າງເບິກບານມ່ວນຊື່ນ.

.

.


ນອກຈາກນັ້ນ, ຈະມີການສະແດງດົນຕີ, ສະແດງສິລະປະ ແລະ ຫົດນໍ້າ ຕະຫຼອດເທດສະການປີໃໝ່ລາວ ໃນລະຫວ່າງວັນທີ 9-16 ເມສາ 2025 ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

LEAVE A REPLY

Please enter your comment!
Please enter your name here