ກຳລັງເດີນທາງໄປເຮັດບຸນແທ້ໆ ເກີດລົດເສຍຫຼັກພາກເອົາ 3 ຊີວິດ

0
315

ເວລາປະມານ 13:50 ນາທີ ຂອງວັນທີ 3 ເມສາ 2025 ໄດ້ເກີດເຫດລົດຟໍຈູນເນີສີປອນທອງ ປ້າຍທະບຽນ ກທ 3589 ກຳແພງນະຄອນ ຂັບຂີ່ມາດ້ວຍຄວາມໄວແລ້ວເກີດເຫດປີ້ນ ຢູ່ເຂດບ້ານນາແດງ ເມືອງໄຊບູລີ ແຂວງສະຫວັນນະເຂດ ເຮັດໃຫ້ມີຜູ້ເສຍຊີວິດຄາທີ 2 ຄົນ ແລະ ໄປເສຍຊິວິດຢູ່ໂຮງໝໍອີກ 1 ຄົນ.

May be an image of 3 people and tree
ອີງຕາມບົດລາຍງານຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ລົດຄັນດັ່ງກ່າວ ຂັບຂີ້ໂດຍ ທ້າວ ອ້າຍນ້ອຍ ອາຍຸ 30ປີີ ຢູ່ບ້ານ ຫ້ວຍຄຸນ ເມືອງປາກຊັນ ແຂວງ ບໍລິຄຳໄຊ ຂັບຂີ່ລົດແລ່ນໄປຕາມຖາໜົນເລກທີ 13 ມຸ້ງໜ້າແຕ່ທິດເໜືອ ຫາ ທິດໃຕ້ ເດີນທາງອອກຈາກນະຄອນຫຼວງວຽງຈັນ ມີຜູ້ໂດຍສານມານໍາກັນ 6 ຄົນ ຈຸດປະສົງ ຈະໄປເຮັດບຸນຢູ່ແຂວງຈຳປາສັກ ພໍຂັບຂີ່ລົດຮອດຂອບເຂດບ້ານ ນາແດງ ເມືອງໄຊບູລີ ແຂວງສະຫວັນນະເຂດ ຈຶ່ງໄດ້ເກີດອຸບັດຕິເຫດເສຍຫຼັກປີ້ນເອງ ເຮັດໃຫ້ມີຜູ້ເສຍຊິວິດ 3 ຄົນ ຄື: ເສຍຊີວິດຄາທີ່ 2 ຄົນ ແລະ ໄປເສຍຊີວິດຢູ່ໂຮງໝໍ 1 ຄົນ;ໃນນີ້ມີ ຍາພໍ່ ບຸນກອງ ປຣິດາທອງ ອາຍຸ 67 ປີ ຢູ່ວັດພະບາດໂພນຄ້ອງ ບານ ນາຂ່າເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ( ຖືກເສຍຊີວິດຄາທີ່ ), ນາງ ປາດ ອາຍຸ 61 ປີ ຢູ່ບ້ານໂນນຄໍ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ( ເສຍຊີວິດຄາທີ່ ), ນາງ ທິບພະຈັນ ວິລະທອງ ອາຍຸ 45 ປີ ຢູ່ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ( ເສຍຊີວິດຢູ່ໂຮງໝໍເມືອງໄຊບູລີ ).

May be an image of 5 people and tree
ມີຜູ້ໄດ້ຮັບບາດເຈັບ 3 ຄົນຄື: ທ້າວ ອ້າຍນ້ອຍ ໂຊເຟີ ( ບາດເຈັບເລັກນ້ອຍ ), ທ້າວ ຄໍາຫຼ້າ ອາຍຸ 8 ປີ ບ້ານຢູ່ ໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽວຈັນ ( ບາດເຈັບເລັກນ້ອຍ ), ທ້າວ ສົມພົງ ອາຍຸ 51 ປີ ຢູ່ບ້ານຢູ່ ໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ( ບາດເຈັບສົມຄວນ ).
ສ່ວນສາເຫດອຸບັດຕິເຫດຄັ້ງນີ້ແມ່ນຍ້ອນໂຊເຟີຫຼັບໃນ

LEAVE A REPLY

Please enter your comment!
Please enter your name here