ທ່ານ ນາງ ດາວວອນ ແສງສຸລິຈັນ ເປັນຄອບຄົວຕົວແບບຂອງເມືອງວຽງຄຳ ໃນການປູກສີດາ ແລະ ລ້ຽງສັດ ສາມາດສ້າງລາຍຮັບເຂົ້າຄອບຄົວເກືອບລ້ານກີບຕໍ່ປີ.
ທ່ານ ນາງ ດາວວອນ ແສງສຸລິຈັນ ອາຍຸ 45 ປີ, ອາຊີບຊາວກະສິກອນຢູ່ບ້ານດອນກວດ ເມືອງວຽງຄໍາ ແຂວງ ວຽງຈັນ ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງວຽງຄຳ ແຂວງວຽງຈັນຄັ້ງທີ V ເຊິ່ງຈັດຂຶ້ນໃນວັນທີ27 ມີນາ 2025 ວ່າ: ກ່ອນປີ 2019 ຄອບຄົວຂອງຕົນໄດ້ເຮັດນາ, ເຮັດສວນປູກພືດລົ້ມລຸກເປັນອາຊີບ ເພື່ອຫາລ້ຽງຄອບຄົວແຕ່ພໍກຸ້ມຢູ່ກຸ້ມກິນເທົ່ານັ້ນ; ອີກຢ່າງໜຶ່ງການເຮັດສວນປູກພືດລົ້ມລຸກນັ້ນແມ່ນໄດ້ໃຊ້ສານເຄມີຫຼາຍຂຶ້ນເລື້ອຍໆ, ເຫັນວ່າມັນສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ.
ດັ່ງນັ້ນ, ໃນທ້າຍປີ 2019 ຈຶ່ງຕັດສິນໃຈເລີ່ມຕົ້ນປູກໝາກສີດາເປັນສິນຄ້າ ໃນເບື້ອງຕົ້ນໄດ້ສັ່ງເອົາແນວພັນໝາກສີດາ ຈຳນວນ 150 ເບ້ຍ ມາປູກໃນເນື້ອທີ່ 1 ໄລ່, ໄລຍະຫ່າງການປູກແມ່ນ 3 x 3 ແມັດ ໂດຍນໍາໃຊ້ທຶນຂອງຄອບຄົວທັງໝົດ ເລີ່ມຕົ້ນປະມານ 10,5 ລ້ານກີບ ເພື່ອຊື້ແນວພັນ, ກຽມດິນ, ເຮັດຮົ້ວ ແລະ ວາງລະບົບນໍ້າ.
ຕໍ່ມາໄດ້ມີການສຶກສາ ຄວາມຮູ້ ກ່ຽວກັບເຕັກນິກການປູກໝາກສີດາທາງອິນເຕີເນັດ ແລະ ຜູ້ທີ່ມີປະສົບການ, ໄດ້ເຂົ້າຮ່ວມເປັນສະມາຊິກໂຄງການສົ່ງເສີມກະສິກໍາຍືນຍົງ ແລະ ພັດທະນາຊີວິດການເປັນຢູ່ເຂດຊົນນະບົດ ( ໂຄງການຊາລີ ), ໂຄງການລ້ຽງສັດໃຫຍ່ແບບບໍ່ປ່ອຍ ພ້ອມທັງໄດ້ເຂົ້າຮ່ວມຝຶກອົບຮົມເຕັກນິກການປ້ອງກັນພະຍາດ ແລະ ແມງໄມ້, ການເຮັດນໍ້າຊີວະພາບ ແລະ ສະໝຸນໄພ, ວິທີການຫຸ້ມຫໍ່, ວິທີການເກັບກ່ຽວ, ວິທີການປູກຫຍ້າລ້ຽງສັດ ແລະ ອື່ນໆ.