ເມື່ອບໍ່ດົນມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ລົງຕິດຕາມ – ຊຸກຍູ້ການຜະລິດກະສິກຳເປັນສິນຄ້າຂອງທ່ານ ຄໍາກອງ ນໍລະສິງ ເຊິ່ງເປັນຄອບຄົວຕົວແບບໃນການຜະລິດກະສິກໍາ, ປູກຝັງ ແລະ ລ້ຽງສັດ, ສ້າງເປັນຕົວແບບ ແລະ ຜະລິດເປັນສິນຄ້າ.
ທ່ານ ຄໍາກອງ ນໍລະສິງ ປະຊາຊົນບ້ານນາທະລັງ ເມືອງພີນ ແຂວງສະຫວັນນະເຂດ ໄດ້ລາຍງານຕໍ່ທ່ານເຈົ້າແຂວງ ວ່າ: ເມື່ອກ່ອນຄອບຄົວໄດ້ຢຶດຖືອາຊີບເຮັດນາປີ ແລະ ຄ້າຂາຍ, ມາໃນປີ 2022 ຄອບຄົວ ໄດ້ປຶກສາຫາລືກັນ ຈຶ່ງພ້ອມກັນຫັນມາເຮັດການຜະລິດກະສິກໍາ ເຊັ່ນ: ປູກມັນຕົ້ນ 15 ເຮັກຕາ, ລ້ຽງງົວລາດສາຍພັນພື້ນເມືອງລາວ 225 ໂຕ, ປູກຫຍ້າອາຫານສັດ 25 ເຮັກຕາ, ປູກໄມ້ຂະຍູງໄຫ່ຫຼໍາ 5.400 ຕົ້ນ, ປູກໄມ້ວິກ, ໄມ້ກະຖິນນະລົງ, ໄມ້ຕິ້ວ, ໄມ້ແຕ້ຂ່າ ແລະ ໄມ້ຍາງ 112 ເຮັກຕາ, ສ້າງເປັນຕົວແບບ ແລະ ຜະລິດເປັນສິນຄ້າ ເພື່ອສະໜອງຜົນຜະລິດໃຫ້ກັບຕະຫຼາດ ແລະ ຜູ້ບໍລິໂພກທົ່ວໆໄປ ໂດຍນຳໃຊ້ທຶນສະສົມໄວ້ໃນຄອບຄົວ ລວມທັງໝົດປະມານ 12 ຕື້ກວ່າກີບ.
ຜ່ານການປະຕິບັດຕົວຈິງເຫັນວ່າໄດ້ຮັບຜົນຜະລິດທີ່ສູງພໍສົມຄວນ, ສາມາດສ້າງລາຍຮັບໃຫ້ກັບຄອບຄົວສະເລ່ຍໄດ້ດັ່ງນີ້: ລາຍຮັບຈາກການລ້ຽງສັດ ໄດ້ປະມານ 300 ລ້ານກີບຕໍ່ປີ, ລາຍຮັບຈາກການປູກມັນຕົ້ນ ປະມານ 450 ລ້ານກີບຕໍ່ປີ, ລາຍຮັບຈາກການເກັບຊື້ຜົນຜະລິດມັນຕົ້ນ ໄດ້ປະມານ 500 ລ້ານກີບຕໍ່ປີ. ສັງລວມແລ້ວຄອບຄົວສາມາດສ້າງລາຍຮັບໄດ້ທັງໝົດ 1,2 ຕື້ກີບຕໍ່ປີ.
ໃນໂອກາດນີ້, ທ່ານເຈົ້າແຂວງ ໄດ້ແນະນຳບາງດ້ານທີ່ເປັນປະໂຫຍດໃຫ້ແກ່ຄອບຄົວຕົວແບບ ເພື່ອເປັນການຊີ້ຊ່ອງທາງໃນການຂະຫຍາຍທຸລະກິດ ແລະ ເປັນການແນະນຳທາງເລືອກທີ່ດີໃນການຜະລິດເປັນສິນຄ້າໃຫ້ມີລາຍໄດ້ເພີ່ມຂຶ້ນ.