ວິທີການລ້ຽງເປັດ ຫຼຸດຕົ້ນທຶນ ແບບອາໄສວັດຖຸດິບທຳມະຊາດ

0
114

ຫຼາຍໆຄົນທີ່ເປັນຊາວກະສິກອນລ້ຽງສັດເປັນອາຊີບ ໂດຍສະເພາະແມ່ນເປັດ ກໍລ້ວນແລ້ວແຕ່ມີເຕັກນິກວິຊາການ ແລະ ປະສົບການທີ່ແຕກຕ່າງກັນ ເພື່ອເຮັດແນວໃດຈະເຮັດໃຫ້ເປັດທີ່ລ້ຽງໃຫຍ່ໄວ ແລະ ບໍ່ສິ້ນເປືອງຕົ້ນທຶນ ແລະ ປະຢັດເວລາ ແຕ່ໃຫ້ຜົນຕອບແທນດ້ານຂະໜາດ ແລະ ນໍ້າໜັກໄດ້ດີ. ມື້ນີ້ພວກເຮົາຮຽບຮຽງບາງຂໍ້ມູນກ່ຽວກັບວິທີ ຫຼື ເຕັກນິກການລ້ຽງເປັດກືກ ໃຫ້ໃຫຍ່ໄວ ແລະ ປະຢັດຕົ້ນທຶນ ແຕ່ໄດ້ນໍ້າໜັກດີມານໍາສະເໜີ.

อาจเป็นรูปภาพของ 1 คน และ ไก่ชน

ການລ້ຽງເປັດແລກເກີດແມ່ນເຮົາຈະໃຫ້ອາຫານເປັນເຂົ້າປຽນ ປະສົມກັບຮຳ ຫຼື ເພີ່ມຫົວອາຫານກໍໄດ້ ບໍ່ໃສ່ກໍໄດ້ ຈະໃຫ້ອາຫານມື້ລະ 3 ເທື່ອ ຄື: ເຊົ້າ, ສວາຍ ແລະ ແລງ ເກືອແບບນັ້ນໄປຈົນກວ່າລູກເປັດນ້ອຍໄດ້ 2 – 3 ອາທິດ, ຈາກນັ້ນກໍເລີ່ມປັບການໃຫ້ອາຫານ ໂດຍການເອົາຢວກກ້ວຍ ຫຼື ຕົ້ນກ້ວຍມາຊອຍ ແລະ ບົດໃຫ້ມຸ່ນລະອຽດແລ້ວນຳມາປະສົມກັບຮຳ ແລະ ເຂົ້າປຽນໃຫ້ອາຫານແບບນັ້ນໄປຈົນກວ່າເປັດຈະປັບຕົວກິນອາຫານແບບນັ້ນໄດ້ດີ ພ້ອມສັງເກດເບິ່ງວ່າເປັດນ້ອຍກິນດີຄືເກົ່າບໍ່?

อาจเป็นรูปภาพของ ไก่ชน

ຫາກກິນດີເບື້ອງຕົ້ນກໍໃຫ້ 3 ເທື່ອຕໍ່ມື້ ຈົນກວ່າເປັດຈະໄດ້ 1 ເດືອນກັບ 15 ມື້, ຈາກນັ້ນກໍຄ່ອຍໆຫຼຸດຈຳນວນຄັ້ງໃນການໃຫ້ອາຫານລົງຈາກ 3 ຄັ້ງຕໍ່ມື້ ມາເປັນ 2 ຄັ້ງຕໍ່ມື້ ແຕ່ເຮົາຈະອາໄສເກືອ ຫຼື ໃຫ້ອາຫານເປັນຈຳນວນຫຼາຍ ຜ່ານການລ້ຽງກໍປາກົດວ່າໄດ້ຜົນດີ ເຊິ່ງລ້ຽງເປັນໃນໄລຍະເວລາເກືອບ 2 ເດືອນ ເປັດມີນໍ້າໜັກ 1,3 – 2,5 ກິໂລກຣາມ.

อาจเป็นรูปภาพของ ไก่ชน

ສ່ວນປະກອບມີ: ຕົ້ນກ້ວຍ ຫຼື ຢວກກ້ວຍ; ຮໍາ ໃຫ້ອາຫານມື້ລະ 2 ຄັ້ງ ຄື: ຕອນເຊົ້າ ແລະ ແລງ ເຊິ່ງວິທີເຮັດ: ຊອຍຢວກກ້ວຍໃຫ້ເປັນປ່ຽງບາງໆ ແລ້ວນຳມາຕຳໃຫ້ມຸ່ນ ແຕ່ບໍ່ເຖິງຂັ້ນລະອຽດຫຼາຍກໍໄດ້ ແລ້ວນຳເອົາມາຊາວ ຫຼື ຄົນປົນກັບຮຳ ແລ້ວນຳເອົາໄປເກືອເປັດ ຄວນປະສົມຮໍາ ເທົ່ານີ້ເປັດຂອງທ່ານກໍຈະໃຫຍ່ໄວກວ່າ ແລະ ນໍ້າໜັກໄດ້ດີກວ່າ.

ຈາກ: ຮັກບ້ານເກີດ

LEAVE A REPLY

Please enter your comment!
Please enter your name here