ອ່ຽນ ເປັນສັດປະເພດໜຶ່ງທີ່ລ້ຽງງ່າຍ, ບໍ່ຫຍຸ້ງຍາກເລື່ອງອາຫານການເກືອແຕ່ລະວັນ. ອ່ຽນ ເປັນທີ່ນິຍົມກັນກິນມາແຕ່ດົນນານແລ້ວ, ໃນໄລຍະປັດຈຸບັນຮ້ານອາຫານໃຫຍ່ມີຫຼາຍແຫ່ງກໍມີເມນູທີ່ເຮັດຈາກອ່ຽນ. ອ່ຽນ ເປັນສິນຄ້າທີ່ມີໜ້ອຍໃນທ້ອງຕະຫຼາດ ແຕ່ພັດມີລາຄາສູງ ຖ້າເຮົາຮູ້ວິທີການລ້ຽງ ແລະ ລ້ຽງຫຼາຍຂາຍສົ່ງຕະຫຼາດ ກໍຈະເປັນວິທີສ້າງລາຍຮັບເພີ່ມໃຫ້ແກ່ຄອບຄົວກໍໄດ້.
▶ອ່ຽນສາມາດລ້ຽງດ້ວຍ 2 ສະຖານທີ່ ຄື:
ວິທີທີ່ 1: ສ້າງອ່າງຂະໜາດ 2×4 ແມັດ, ສູງ 1 – 1,2 ແມັດ, ພື້ນ ແລະ ຝາອ່າງທາງໃນຂັດໃຫ້ລະອຽດ, ພື້ນລາດອ່ຽງໄປຫາບ່ອນທໍ່ລະບາຍນ້ຳ, ເທິງອ່າງມຸງດ້ວຍຜ້າກັນແດດຫ່າງຈາກປາກອ່າງ 1 ແມັດ, ອ່າງທີ່ສ້າງໃໝ່ຕ້ອງເອົານ້ຳໃສ່ແຊ່ປະໄວ້ 30 ວັນ. ເມື່ອແນ່ໃຈວ່າຊີມັງໝົດລິດແລ້ວຈຶ່ງລ້າງໃຫ້ສະອາດແລ້ວນຳວັດສະດຸຕ່າງໆ ທີ່ກຽມໄວ້ໝັກໃສ່ເພື່ອເປັນອາຫານອ່ຽນ.
+ ການກະກຽມວັດສະດຸອຸປະກອນ ເພື່ອໝັກເປັນອາຫານອ່ຽນມີ: ຂີ້ໝູສົດ ( ໝູທີ່ກິນອາຫານສຳເລັດຮູບ ); ຂີ້ດິນ ( ຖ້າເປັນຕົມ ຫຼື ດິນພື້ນໜອງ ຫຼື ດິນທົ່ງນາຈະເປັນການດີ ); ເຟືອງແຫ້ງ; ຕົ້ນກ້ວຍ; ແຕະໄມ້ປ່ອງ; ກ້ອນຫີນ ຫຼື ກ້ອນດິນບັອກ.
+ ວິທີການໝັກອາຫານ: ( ບົ່ມອາຫານໃຫ້ອ່ຽນ ) ແບ່ງອ່າງອອກເປັນ 2 ສ່ວນ, ຂັ້ນກາງດ້ວຍແຕະໄມ້ປ່ອງ, ເອົາກ້ອນຫີນ ຫຼື ກ້ອນດິນບັອກເຕັງແຕະໄວ້ ເພື່ອບໍ່ໃຫ້ກອງອາຫານໝັກໝູລົງມາຫາເຄິ່ງອ່າງທີ່ວ່າງ, ຫຼັງຈາກນັ້ນຈິຶ່ງເອົາວັດສະດຸຕ່າງໆລົງໃສ່ເປັນຊັ້ນແຕ່ລະຊັ້ນໜາ 10 ຊັງຕີແມັດ ດັ່ງນີ້: ຊັ້ນທີ 1: ຂີ້ໝູສົດ ( ຂີ້ໝູທີ່ກິນອາຫານສຳເລັດຮູບ ) ປະສົມໜັງງົວ ຫຼື ໜັງຄວາຍ ປະມານ 3 ກິໂລ ແລະ ຊັ້ນທີ 2 ຂີ້ດິນ ຫຼື ຕົມ; ຊັ້ນທີ 3 ເຟືອງແຫ້ງ; ຊັ້ນທີ 4 ຂີ້ດິນ ຫຼື ຕົມ; ຊັ້ນທີ 5 ຕົ້ນກ້ວຍທີ່ຕັດເປັນທ່ອນນ້ອຍ 5-10 ຊັງຕີແມັດ ແລະ ຊັ້ນທີ 6 ຂີ້ດິນ ຫຼື ຕົມ ຫຼັງຈາກເອົາວັດສະດຸຕ່າງໆໃສ່ແລ້ວ ເອົານ້ຳໃສ່ອ່າງໃຫ້ເກືອບຖ້ວມກອງອາຫານໝັກປະໄວ້ຈົນກອງອາຫານໝັກບໍ່ເຫັນຝອດອາກາດດັນຂຶ້ນມາ ຈຶ່ງເອົາອ່ຽນຂະໜາດທໍ່ໄມ້ຖູມາລ້ຽງໃສ່ອ່າງ 500 ໂຕຕໍ່ອ່າງ, ໄລຍະທີ່ໝັກອາຫານຕ້ອງມັນປ່ຽນຖ່າຍນ້ຳເລື້ອຍໆ.
ວິທີທີ່ 2: ລ້ຽງໃສ່ໃນອ່າງຂະໜາດ 4×4 ແມັດ, ແບ່ງອ່າງເປັນສອງສ່ວນ ດ້ວຍການກໍ່ດິນຈີ່ ຫຼື ດິນບັອກຂັ້ນກາງ, ຝາຂັ້ນກາງຕ້ອງຈົ່ງເປັນຮູໃຫ້ອ່ຽນລອດໄປມາ ໄດ້. ການກຽມບ່ອນລ້ຽງ: ລ້າງອ່າງໃຫ້ສະອາດ, ກຽມວັດສະດຸ ແລະ ອຸປະກອນເພື່ອໝັກອາຫານໃຫ້ອ່ຽນດັ່ງນີ້: ຕົ້ນກ້ວຍ; ເຟືອງແຫ້ງ; ຝຸ່ນຄອກ ( ຂີ້ງົວ, ຂີ້ຄວາຍແຫ້ງ ); ດິນ ຫຼື ຕົມພື້ນໜອງ; ໜັງງົວ ຫຼື ໜັງຄວາຍ ( ໜັງສົດ ).
+ ວິທີການບົ່ມອາຫານ: ເອົາວັດສະດຸຕ່າງໆໃສ່ໃນອ່າງທີ່ກຽມໄວ້ເປັນຊັ້ນແຕ່ລະຊັ້ນໜາ 10 ຊັງຕີແມັດ. ຊັ້ນທີ 1 ດິນ ຫຼື ຕົມ + ໜັງງົວ – ຄວາຍປະມານ 3 – 4 ກິໂລກຣາມ; ຊັ້ນທີ 2 ຕົ້ນກ້ວຍຕັດເປັນຕ່ອນນ້ອຍ ຊັ້ນທີ 3 ຝຸ່ນຄອກຊັ້ນທີ 4 ເຟືອງແຫ້ງ ( ເອົາໜັງງົວ, ຄວາຍໃສ່ປະມານ 2-3 ກິໂລ ); ຊັ້ນທີ 5 ດີິ ຫຼື ຕົມ ຫຼັງຈາກເອົາວັດສະດຸຕ່າງໆໃສ່ແລ້ວເອົານ້ຳໃສ່ອ່າງໃຫ້ເກືອບຖ້ວມກອງອາຫານ, ໝັກປະໄວ້ຈົນກອງອາຫານໝັກບໍ່ເຫັນຝອດອາກາດດັນຂຶ້ນມາຈຶ່ງເອົາອ່ຽນມາລ້ຽງໃສ່ອ່າງ 1.000 ໂຕຕໍ່ອ່າງ, ໄລຍະທີ່ໝັກອາຫານຕ້ອງໝັ່ນປ່ຽນຖ່າຍນໍ້າເລື້ອຍໆ.
ວິທີທີ່ 3: ສ້າງອ່າງຂະໜາດ 4×6 ແມັດ ສູງ 1,20 ແມັດ, ເອົາເຟືອງແຫ້ງໃສ່ໃນອ່າງໃຫ້ໜາປະມານ 50 ຊັງຕີແມັດ, ແລ້ວເອົາດິນ ຫຼື ຕົມໃສ່ທັບລົງໄປໃຫ້ໜາ 20 ຊັງຕີແມັດ, ເອົານໍ້າໃສ່ໃຫ້ຖ້ວມພະຍາຍາມປ່ຽນນ້ຳເລື້ອຍໆ ຈົນນໍ້າໃສຈຶ່ງນຳເອົາທ່ອນໄມ້ເກົ່າທີ່ເປັນໂກນ, ບັ້ງໄມ້, ຕີນລົດເກົ່າ, ທໍ່ນ້ຳເກົ່າໃສ່ລົງໄປໃນອ່າງ ຈາກນັ້ນເອົາອ່ຽນນ້ອຍຈໍານວນ 500 ໂຕມາລ້ຽງ. ຖ້າມີລູກປາດຸກນາກໍປ່ອຍລ້ຽງຮ່ວມກັນ 100 ໂຕ ແລະ ປາຫາງນົກຍູງ, ປາກັດໃສ່ເພື່ອກິນໜອນຍຸງໃນອ່າງ.
– ການລ້ຽງໃນໜອງດິນ: ການລ້ຽງໃສ່ໜອງດິນອ່ຽນອາດສູນຫາຍໄປປະມານ 20% ແຕ່ກໍສະດວກສໍາລັບຜູ້ທີ່ມີບັນຫາເລື່ອງການສ້າງອ່າງ ແລະ ວິທີນີ້ກໍເປັນວິທີທີ່ງ່າຍເໝາະສົມສໍາລັບຊາວບ້ານທີ່ຢູ່ໃກ້ແຫຼ່ງນ້ຳ.
+ ວິທີການລ້ຽງມີດັ່ງນີ້: ຂຸດໜອງຂະໜາດ 4 x 6 ແມັດ, 2 x 4 ແມັດ ຫຼື 2 x 6 ແມັດ, ແລ້ວແຕ່ຄວາມພ້ອມສະຖານທີ່ບ່ອນສ້າງໜອງຄວນເປັນດິນໜຽວ, ນ້ຳບໍ່ຖ້ວມ, ຂຸດໜອງເລິກ 1 ແມັດ, ເຄິ່ງບ່ອນສ້າງຕ້ອງຢູ່ບ່ອນທີ່ງຽບສະຫງົບ, ເອົາໄມ້ມາເຮັດໂຄງສູງຈາກໜ້າດິນ 2 ແມັດ, ກວມເອົາໜອງ ແລະ ກວ້າງກາຍແຄມໜອງອອກໄປປະມານ 30 – 50 ຊັງຕີແມັດ. ແລ້ວເອົາຜ້າແຍ່ງຂຽວປົກຄຸມ ແລະ ເອົາດິນຖົມສົ້ນແພໃຫ້ແຈບ, ຂຸດຮ່ອງອ້ອມໜອງເພື່ອບໍ່ໃຫ້ນ້ຳຝົນໄຫຼເຂົ້າຖ້ວມໜອງ ແລະ ເຮັດທາງເຂົ້າ – ອອກໄດ້ສະດວກ.
+ ໃນໜອງເອົາເຟືອງແຫ້ງ ( ເຟືອງເກົ່າ ) ໃສ່ລົງໄປແຈໃດແຈໜຶ່ງໃຫ້ໜາ 50 ຊັງຕີແມັດ ໃນເນື້ອທີ່ 1/3 ຂອງໜອງ, ເອົາຝຸ່ນຄອກແຫ້ງໃສ່ທັບລົງໄປໜາ 20 ຊັງຕີແມັດປະໄວ້ 2 – 3 ວັນ. ຖ້ານໍ້າເນົ່າເໝັນຕ້ອງປ່ຽນນໍ້າອອກເອົານໍ້າໃໝ່ໃສ່ພໍດີພຽງກອງອາຫານແລ້ວເອົາໄມ້ທີ່ເປັນໂກນ, ບັ້ງໄມ້ໄຜ່ໃສ່ໃນໜອງ, ເອົາຜັກຕົບ, ຜັກບົ້ງໃສ່ໃນສ່ວນທີ່ບໍ່ແມ່ນກອງອາຫານ, ເອົາໄມ້ຂັ້ນລະຫວ່າງກອງອາຫານກັບຜັກຕົບໃຫ້ເປັນ ຫວ່າງ ເພື່ອສະດວກການໃຫ້ອາຫານ, ກ່ອນເອົາອ່ຽນລົງລ້ຽງອາດເອົາປາຫາງນົກຍຸງ, ກຸ້ງຝອຍ, ປາກັດໃສ່ໃນໜອງແລ້ວນໍາລູກອ່ຽນ ຂະໜາດດຽວກັນ 1.000 ໂຕມາປ່ອຍໃສ່ໜອງ.
+ ການລ້ຽງ ແລະ ບົວລະບັດຮັກສາ: ຕິດຕາມລະດັບນ້ຳໃຫ້ປົກກະຕິ ຖ້ານ້ຳໃນອ່າງມີຝອດດັນຂຶ້ນມາ ຫຼື ອ່ຽນ ອອກມາຈາກກອງອາຫານໝັກຕອນກາງເວັນຕ້ອງປ່ຽນນ້ຳທັນທີ ທີ່ສຽບໃສ່ບ່ອນລະບາຍນ້ຳຕ້ອງເຈາະຮູພຽງໜ້ານ້ຳໃນອ່າງ ເພື່ອໃຫ້ນ້ຳລົ້ນອອກເມື່ອຝົນຕົກ; ລ້ຽງອ່ຽນປະໄວ້ 4 – 5 ເດືອນ ຈຶ່ງເລີ່ມໃຫ້ອາຫານເສີມ ເຊັ່ນ: ເອົາໜັງ 2 – 3 ກິໂລ ຫຼື ສັດຕາຍເຜົາໄຟແລ້ວຝັງລົງໃນກອງອາຫານໝັກ, 2 – 3 ວັນໃດ ໃຫ້ອາຫານເສີມ 1 ຄັ້ງ ເຊັ່ນ: ຫອຍ, ກະປູທັບປະໄວ້ໃຫ້ມີກິ່ນເໝັ້ນ ຈຶ່ງເອົາໄປຖອກໃສ່ໃນອ່າງໃຫ້ອ່ຽນກິນ. ໃນໄລຍະໃຫ້ອາຫານເສີມນີ້ຄວນປ່ຽນຖ່າຍນ້ຳອາທິດລະຄັ້ງ ເພື່ອບໍ່ໃຫ້ນ້ຳໃນອ່າງເນົ່າເໝັນ ເມື່ອລ້ຽງຮອດເດືອນທີ 7 ຫາ ເດືອນທີ 8 ກໍສາມາດເອົາອ່ຽນອອກຈຳໜ່າຍໄດ້; ອ່າງຂະໜາດ 2 x 4 ແມັດ. ປ່ອຍອ່ຽນລົງລ້ຽງ 500 ໂຕ ຖ້າມີການດູແລດີ ແລະ ໃຫ້ອາຫານເສີມພຽງພໍ ຈະສາມາດໄດ້ຮັບຜົນ 35 – 50 ກິໂລກຣາມຕໍ່ອ່າງ; ອ່າງຂະໜາດ 4 x 4 ແມັດ, ລ້ຽງອ່ຽນ 1.000 ໂຕ ສາມາດໄດ້ຮັບຜົນປະມານ 100 ກິໂລກຣາມຕໍ່ອ່າງ.
+ ສິ່ງທີ່ຄວນໃສ່ໃຈ: ພັນອ່ຽນທີ່ມາລ້ຽງຕ້ອງມີຂະໜາດເທົ່າໆກັນ; ຢ່າປະໃຫ້ນ້ຳຖ້ວມອ່າງລ້ຽງ ເພາະອ່ຽນອາດຈະໜີອອກຈາກອ່າງລ້ຽງ; ຢ່າປະໃຫ້ນໍ້າໃນອ່າງເນົ່າເໝັ້ນຈະເຮັດໃຫ້ອ່ຽນຕາຍ; ໃຫ້ອາຫານເສີມປົກກະຕິ ແລະ ພໍເໝະກັບຄວາມຕ້ອງການຂອງອ່ຽນຜົນໄດ້ຮັບຈະສູງ.