ຫວຽດນາມ ພວມຢູ່ໃນວິວັດການກາຍເປັນພື້ນຖານເສດຖະກິດມີລາຍຮັບສູງ, ດ້ວຍລະດັບການເຕີບໂຕຂຶ້ນກັບກຸ່ມວ່ອງໄວກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້. ຕາມບົດລາຍງານຂອງບັນດາອົງການການເງິນ ແລະ ຜູ້ຊ່ຽວຊານເສດຖະກິດແຖວຫນ້າໂລກ, ບັນດາການປະຕິຮູບເສດຖະກິດຢ່າງແຮງພ້ອມກັບຍຸດທະສາດພັດທະນາຢ່າງມີແບບມີແຜນ ໄດ້ຊ່ວຍ ຫວຽດນາມ ຮັກສາທ່າເຕີບໂຕທີ່ຫນ້າປະທັບໃຈໃນຫລາຍປີຜ່ານມາ.
ບົດລາຍງານຂອງກອງທຶນເງິນຕາສາກົນ (IMF) ຄາດຄະເນວ່າ ຖ້າຫາກສືບຕໍ່ປະຕິບັດຕາມບັນດາບ້ວງປະຕິຮູບຢ່າງຮອບດ້ານ ແລະ ຄົບຊຸດ, ບັນດາພື້ນຖານເສດຖະກິດ ພວມພັດທະນາຄື ຫວຽດນາມ ອາດຈະເພີ່ມປະລິມານເສດຖະກິດໄລຍະຍາວ ສະເລ່ຍ ແຕ່ 1,5% – 3% ພາຍ ໃນເວລາ 2-4 ປີ.
ບົດລາຍງານຫລ້າສຸດຂອງທະນາຄານໂລກ (WB) ກໍ່ໄດ້ຍົກອອກແງ່ຫວັງຕັ້ງຫນ້າກ່ຽວກັບເສດຖະກິດຫວຽດນາມ ດ້ວຍການຄາດຄະເນການເຕີບໂຕບັນລຸ 6,8% ໃນປີນີ້ ແລະ 6,5% ໃນປີ 2026.
WB ຄາດຄະເນການລົງທຶນໂດຍກົງຂອງຕ່າງປະເທດເຂົ້າມາຫວຽດນາມ ຈະຮັກສາຢູ່ໃນລະດັບປະມານ 25 ຕື້ໂດລາ ໃນແຕ່ລະປີ, ເປັນການສະແດງໃຫ້ເຫັນຕະຫລາດຫວຽດນາມ ເປັນທີ່ດູດດືມບັນດານັກລົງທຶນສາກົນ.
ມີຫລາຍອົງການສາກົນ ກໍ່ໄດ້ຍົກອອກຂໍ້ສັງເກດທີ່ຕັ້ງຫນ້າກ່ຽວກັບເສດຖະກິດ ຫວຽດນາມ. ຕາມ Fibre2Fashion (ອິນເດຍ) GDP ຫວຽດນາມ ຄາດຄະເນວ່າ ເພີ່ມຂຶ້ນເກືອບ 8% ໃນໄຕມາດ I ປີນີ້