ສໍານັກຂ່າວຕ່າງປະເທດລາຍງານວ່າ: ກອງປະຊຸມລັດຖະມົນຕີ ເສດຖະກິດການຄ້າ ຈີນ – ຍີ່ປຸ່ນ – ສ.ເກົາຫຼີ ຄັ້ງທີ 13 ໄດ້ຈັດຂຶ້ນຢູ່ນະຄອນຫຼວງເຊອຸນ ຂອງ ສ.ເກົາຫຼີ ເມື່ອວັນທີ 30 ມີນາ.
ກອງປະຊຸມຄັ້ງນີ້ ໄດ້ແລກປ່ຽນຄວາມຄິດເຫັນຢ່າງເລິກເຊິ່ງ ແລະ ໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງ ກວ້າງຂວາງ ກ່ຽວກັບການເພີ່ມທະວີການຮ່ວມມືດ້ານການຄ້າການລົງທຶນ, ການຮ່ວມມືໃນພາກພື້ນ ແລະ ຫຼາຍຝ່າຍ ໂດຍປິ່ນອ້ອມການຈັດຕັ້ງປະຕິບັດ ຄວາມຮັບຮູ້ທີ່ເປັນເອກະພາບກັນ ອັນສຳຄັນໃນຂົງເຂດເສດຖະກິດການຄ້າທີ່ໄດ້ຕົກລົງກັນໃນກອງປະຊຸມຜູ້ນຳ ຈີນ – ຍີ່ປຸ່ນ – ສ.ເກົາຫຼີ ຄັ້ງທີ 9.
ພາກສ່ວນເສດຖະກິດການຄ້າ ຈາກສາມປະເທດ ໄດ້ເຫັນດີເປັນເອກະສັນກັນວ່າ: ຈະເພີ່ມທະວີການຮ່ວມມືກັນພາຍໃນພາກພື້ນ ແລະ ຂອບຫຼາຍຝ່າຍ ເຊັ່ນ: ອົງການການຄ້າໂລກ ຫຼື WTO, ສັນຍາວ່າດ້ວຍການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP, ອົງການຮ່ວມມືເສດຖະກິດອາຊີ – ປາຊີຟິກ ຫຼື APEC ແລະ ອື່ນໆ, ດຳເນີນການປຶກສາຫາລື ກ່ຽວກັບການເລັ່ງລັດການເຈລະຈາສັນຍາການຄ້າເສລີ ຈີນ – ຍີ່ປຸ່ນ – ສ.ເກົາຫຼີ, ເພີ່ມທະວີການຮ່ວມມືດ້ານຕ່ອງໂສ້ການສະໜອງ ແລະ ການສົນທະນາ ກ່ຽວກັບການຄຸ້ມຄອງການຄ້າຂາອອກ, ລົງເລິກການຮ່ວມມືດ້ານເສດຖະກິດດີຈີຕອນ ແລະ ເສດຖະກິດສີຂຽວ, ເພີ່ມທະວີການຮ່ວມມືລະຫວ່າງທ້ອງຖິ່ນໃນຂອບກອງປະຊຸມແລກປ່ຽນເຕັກນິກເສດຖະກິດທະເລຮວງໄຫ ພ້ອມທັງຮ່ວມກັນສ້າງສະພາບແວດລ້ອມໃນການດຳເນີນທຸລະກິດທີ່ດີໃຫ້ແກ່ການຮ່ວມມືລະຫວ່າງວິສາຫະກິດ.