ອົງການອະນາໄມໂລກ ຮຽກຮ້ອງການຊ່ວຍເຫຼືອ ມຽນມາ 115 ລ້ານໂດລາ

0
87

ອົງການອະນາໄມໂລກ ຫຼື WHO ແຈ້ງໃຫ້ຊາບວ່າ: ເຄື່ອງອຸປະກອນສຸກເສີນ ເພື່ອປິ່ນປົວຜູ້ເຈັບໜັກ, ພ້ອມກັບຕູບງວດທຳອິດໄດ້ສົ່ງໄປເຖິງໂຮງໝໍຢູ່ນະຄອນຫຼວງເນປີດໍ ດ້ວຍຂອບຂະໜາດ 1.000 ຕຽງ.

อาจเป็นรูปภาพของ 5 คน

ອົງການອະນາໄມໂລກ ( WHO ) ຕີລາຄາວ່າ ເຫດແຜ່ນດິນໄຫວຢູ່ ມຽນມາ ແມ່ນສະພາວະສຸກເສີນຢູ່ລະດັບສູງສຸດ; ພ້ອມກັນນັ້ນ ຮຽກຮ້ອງການອຸປະຖຳໂດຍດ່ວນແມ່ນຈຳນວນເງິນ 8 ລ້ານໂດລາ ເພື່ອໜູນຊ່ວຍປະຊາຊົນ ແລະ ສະກັດກັ້ນພະຍາດແຜ່ລະບາດຢູ່ ມຽນມາ ໃນເວລາ 30 ວັນທີ່ຈະມາເຖິງ.

อาจเป็นรูปภาพของ 7 คน และ ข้อความ

WHO ແຈ້ງໃຫ້ຊາບວ່າ: ເຄື່ອງອຸປະກອນສຸກເສີນ ເພື່ອປິ່ນປົວຜູ້ເຈັບໜັກ, ພ້ອມກັບຕູບງວດທຳອິດ ໄດ້ສົ່ງໄປເຖິງໂຮງໝໍຢູ່ນະຄອນຫຼວງ Naypyitaw ດ້ວຍຂອບຂະໜາດ 1.000 ຕຽງ, ບັນດາເຄື່ອງອຸປະກອນທີ່ຄ້າຍຄືກັນ ກໍພວມໄດ້ຂົນສົ່ງໄປໂຮງໝໍແຂວງມັນດາເລ.

ໃນວັນດຽວກັນ, ສະພາກາແດງ ແລະ ຊີກວົງເດືອນແດງສາກົນ ( IFRC ) ໄດ້ປຸກລະດົມຄຳຮຽກຮ້ອງດ່ວນ ເພື່ອແນໃສ່ລະດົມຈຳນວນເງິນກວ່າ 115 ລ້ານໂດລາ ເພື່ອໜູນຊ່ວຍ 100.000 ຄົນ ຜ່ານບັນດາມາດຕະການກູ້ໄພກູ້ຊີບ ແລະ ໜູນຊ່ວຍການຟື້ນຟູໂດຍໄວ ພາຍໃນເວລາ 24 ເດືອນຈະມາເຖິງ.

LEAVE A REPLY

Please enter your comment!
Please enter your name here