ລາຄາຄຳປັບຂຶ້ນ ສ້າງສະຖິຕິໃໝ່ຕໍ່ເນື່ອງ

0
92

ລາຄາຄຳຕະຫຼາດໂລກ ປັບຂຶ້ນສ້າງສະຖິຕິໃໝ່ ທະລຸ 3.100 ໂດລາຕໍ່ອອນ ໂດຍເພີ່ມຂຶ້ນແລ້ວ 18% ພາຍໃນເວລາ 3 ເດືອນ.

ສຳນັກຂ່າວຕ່າງປະເທດລາຍງານວ່າ: ລາຄາຄຳໃນການຊື້ – ຂາຍທີ່ຕະຫຼາດອາຊີ ປັບຂຶ້ນສູ່ລະດັບ 3.100 ໂດລາຕໍ່ອອນ ໃນວັນທີ 31 ມີນາ ໂດຍຂຶ້ນໄປສູງສູດ 0,9% ທີ່ລະດັບ 3.115 ໂດລາຕໍ່ອອນ ເຊິ່ງເປັນການທຸບສະຖິຕິໃໝ່ຂອງວັນທີ 28 ມີນາ ຈາກຄວາມກັງວົນມາດຕະການພາສີໃໝ່ ຂອງປະທານາທີບໍດີສະຫະລັດອາເມຣິກາ.

อาจเป็นรูปภาพของ ข้อความ

ລາຄາຄຳປີນີ້ ຂຶ້ນໄປແລ້ວ 18% ແລະ ສ້າງສະຖິຕິໃໝ່ຕະຫຼອດການຢ່າງໜ້ອຍ 15 ຄັ້ງ ໃນ 3 ເດືອນຕົ້ນປີນີ້.

ການປັບຂຶ້ນດັ່ງກ່າວ ໄດ້ຮັບແຮງຍູ້ຈາກການຊື້ຂອງທະນາຄານກາງທົ່ວໂລກ ແລະ ຄວາມຕ້ອງການສິນຊັບປອດໄພ ທ່າມກາງຄວາມບໍ່ແນ່ນອນທາງພູມສາດການເມືອງໂລກ.

ຂະນະທີ່ທະນາຄານໃຫຍ່ຫຼາຍແຫ່ງຂອງໂລກ ໄດ້ປັບຄາດຄະເນການເພີ່ມຂຶ້ນຂອງລາຄາຄຳ ສູ່ລະດັບ 3.300 ໂດລາຕໍ່ອອນພາຍໃນທ້າຍປີນີ້.

LEAVE A REPLY

Please enter your comment!
Please enter your name here