ວິທະຍຸສາກົນ ແຫ່ງ ສປ ຈີນ ລາຍງານວ່າ: ວັນທີ 1 ເມສາ, ກະຊວງການຄ້າຈີນ ປະກາດຕົວເລກສະຖິຕິສະແດງໃຫ້ເຫັນວ່າ ນັບແຕ່ເດືອນມັງກອນ ຫາ ເດືອນກຸມພາປີນີ້, ຍອດມູນຄ່າການຄ້າ ຂາເຂົ້າ – ຂາອອກ ດ້ານການບໍລິການຂອງ ສປ ຈີນ ບັນລຸ 1.309 ຕື້ກວ່າຢວນ ເພີ່ມຂຶ້ນ 9,9% ເມື່ອທຽບໃສ່ປີກາຍ.
ນັບແຕ່ເດືອນມັງກອນ ຫາ ເດືອນກຸມພາປີນີ້ ມູນຄ່າການຄ້າການບໍລິການຂາອອກ ຂອງ ສປ ຈີນ ແມ່ນ 549 ຕື້ກວ່າຢວນ ເພີ່ມຂຶ້ນ 13% ເມື່ອທຽບໃສ່ປີກາຍ, ມູນຄ່າການຄ້າ ການບໍລິການຂາເຂົ້າ ແມ່ນ 759 ຕື້ກວ່າຢວນ ເພີ່ມຂຶ້ນ 7,8% ເມື່ອທຽບໃສ່ປີກາຍ. ການຂາດດູນການຄ້າການບໍລິການແມ່ນ 210 ຕື້ ກວ່າຢວນ ຫຼຸດລົງ 8 ຕື້ກວ່າຢວນ.
ຕົ້ນຕໍມີຈຸດພິເສດ ຄື: ນັບແຕ່ເດືອນມັງກອນ ຫາ ເດືອນກຸມພາ ການຄ້າຂາເຂົ້າ – ຂາອອກ ດ້ານການບໍລິການທີ່ເນັ້ນໃສ່ ຄວາມຮູ້ໂຮມສູນ ບັນລຸ 476 ຕື້ ກວ່າຢວນ ເພີ່ມຂຶ້ນ 2,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ການຄ້າຂາເຂົ້າ – ຂາອອກ ດ້ານການບໍລິການທ່ອງທ່ຽວ ບັນລຸ 409 ຕື້ກວ່າຢວນ ເພີ່ມຂຶ້ນ 28,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.