ການສອບເສັງນັກຮຽນເກັ່ງຂອງແຂວງສະຫວັນນະເຂດ ທີ່ໄດ້ຜ່ານຄັດເລືອກເອົານັກຮຽນທີ່ເກັ່ງ ຈາກບັນດາໂຮງຮຽນ ແລະ ບັນດາເມືອງໃນທົ່ວແຂວງໄດ້ສຳເລັດເປັນທີ່ຮຽບຮ້ອຍແລ້ວ ໃນວັນທີ 13 ກຸມພາ 2025 ທີ່ສູນໄອຊີທີ (ໂຮງຮຽນ ມ.ສ ສະຫວັນ) ໂດຍການເປັນປະທານຂອງທ່ານ ພິມມະສອນ ວໍລະຍຸດ ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດການສອບເສັງນັກຮຽນເກັ່ງຂຶ້ນ ໂດຍລວມນ້ອງນັກຮຽນຂັ້ນ ປ.5, ມ.4 ແລະ ມ.7 ທັງໝົດ 312 ຄົນ, ຍິງ 224 ຄົນ.
ໃນນີ້ຊັ້ນປະຖົມແມ່ນໄດ້ປະກາດຜົນໃນວັນທີ 17 ກຸມພາ 2025 ມີລາຍຊື່ດັ່ງນີ້:
1. ວິຊາ ພາສາລາວ ທ້າວ ສິລິສັກດາ ພິລາຄຳ ຈາກປະຖົມ ສະຫວ່າງຫຼັກ 3 ນະຄອນໄກສອນ.
2. ວິຊາ ຄະນິດສາດ ທ້າວ ນັນທິເດດ ສຸລິຂັນ ຈາກປະຖົມ ມິດຕະພາບລາວ-ຫວຽດ ນະຄອນໄກສອນ.
3. ວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມ ນາງ ອາລີສາ ແກ້ວທົງໄຊ ຈາກປະຖົມ ທິບປັນຍາ ນະຄອນໄກສອນ.
ແລະມາຮອດໃວັນທີ 7 ມີນາ 2025 ທີ່ຫ້ອງປະຊຸມໃຫຍ່ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ປະກາດຜົນສອບເສັງນັກຮຽນເກັ່ງ ຂັ້ນ ມ.4 ແລະ ຂັ້ນ ມ.7 ທີ່ຈະໄດ້ເປັນຕົວແທນຂອງແຂວງສະຫວັນນະເຂດ ໄປສອບເສັງໃນລະດັບຊາດ ລະຫວ່າງວັນທີ 7-11 ເມສາ 2025 ທີ່ ມະຫາວິທະຍາໄລແຫ່ງຊາດ (ມຊ) ນະຄອນຫຼວງວຽງຈັນ ໂດຍຄັດເລືອກຜູ້ທີ່ມີຜົນຄະແນນດີທີ່ສຸດ 2 ອັນດັບໃນແຕ່ລະວິຊາ ໂດຍມີລາຍຊື່ດັ່ງນີ້:
ວິຊາພາສາລາວ ຊັ້ນ ມ.4
1. ນາງ ທິບເກສອນ ໄຊຍະປັນຍາ ຈາກ ມ.ສ ສາທິດ ນະຄອນໄກສອນ ອັນດັບທີ 1
2. ນາງ ຊຸດສະດາ ຊິນດາວົງ ຈາກ ມ.ຕ ສີທອງ ເມືອງຈຳພອນ ອັນດັບຊົມເຊີຍ
ວິຊາຄະນິດສາດ ຊັ້ນ ມ.4
1. ທ້າວ ເອກະລັກ ອິນສີຊຽງໃໝ່ ຈາກ ມ.ຕ ສຸນັນທາ ນະຄອນໄກສອນ ອັນດັບທີ 1
2. ທ້າວ ຫັດສະພອນ ຄຳມຸນເຮືອງ ຈາກ ມ.ສ ຈຸງເຕັກ ນະຄອນໄກສອນ ອັນດັບທີ 2
ວິຊາຟີຊິກສາດ ຊັ້ນ ມ.4
1. ທ້າວ ເພັດພະສອນ ພຸດທະວົງ ຈາກ ມ.ສ ລາວ-ຫວຽດ ນະຄອນໄກສອນ ອັນດັບທີ 1
2. ນາງ ວິການດາ ໂງ່ນວົງສາ ຈາກ ມ.ຕ ສຸນັນທາ ນະຄອນໄກສອນ ອັນດັບຊົມເຊີຍ
ວິຊາເຄມີສາດ ຊັ້ນ ມ.4
1. ນາງ ພອນສະຫວັນ ຊຸມພົນພັກດີ ຈາກ ມ.ຕ ລາວ-ຫວຽດ ນະຄອນໄກສອນ ອັນດັບທີ 1
2. ນາງ ນຸດຈີລາ ບຸນຍາວົງ ຈາກ ມ.ສ ໂພນສະຫວັນ ນະຄອນໄກສອນ ອັນດັບຊົມເຊີຍ
ວິຊາພາສາລາວ ຊັ້ນ ມ.7
1. ນາງ ເມລະວັນ ຂາວເພຍສຸພົມ ຈາກ ມ.ສ ສາທິດ ນະຄອນໄກສອນ ອັນດັບທີ 1
2. ນາງ ຄູນຄຳ ສຸວັນດາ ຈາກ ມ.ສ ສາທິດ ນະຄອນໄກສອນ ອັນດັບຊົມເຊີຍ
ວິຊາຄະນິດສາດ ຊັ້ນ ມ.7
1. ທ້າວ ພະຫັດສະດີ ທຳມະທິໂນ ຈາກ ມ.ສ ສາທິດ ນະຄອນໄກສອນ ອັນດັບຊົມເຊີຍ
2. ນາງ ພິນສາຍໃຈ ພິລາວົງ ມ.ສ ສາທິດ ນະຄອນໄກສອນ ອັນດັບຊົມເຊີຍ
ວິຊາຟີຊິກສາດ ຊັ້ນ ມ.7
1. ນາງ ໄຂ່ມຸກ ຟາມທອງ ຈາກ ມ.ສ ລາວ-ຫວຽດ ນະຄອນໄກສອນ ອັນດັບຊົມເຊີຍ
2. ທ້າວ ທັກສິນ ຫຼວງປຸ້ມລຸມ ມ.ສ ພູຄຳ ວິລະບູລີ ອັນດັບຊົມເຊີຍ
ວິຊາເຄມີສາດ ຊັ້ນ ມ.7
1. ທ້າວ ແສງອາທິດ ແກ້ວມະນີ ຈາກ ມ.ສ ສະຫວັນ ນະຄອນໄກສອນ ອັນດັບຊົມເຊີຍ
2. ນາງ ທິບທິດາ ແກ້ວມີໄຊ ມ.ສ ສາທິດ ນະຄອນໄກສອນ ອັນດັບຊົມເຊີຍ