ເປີດກອງປະຊຸມທຸລະກິດລາວ ຄັ້ງທີ 16

0
185

ກອງປະຊຸມທຸລະກິດລາວ ຄັ້ງທີ 16 ຈັດຂຶ້ນໃນວັນທີ 3 ເມສາ 2025 ທີ່ໂຮງແຮມດອນຈັນ ພາເລດ ເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ມີທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ຮອງປະທານສະພາການຄ້າ, ພາກທຸລະກິດເຂົ້າຮ່ວມ.

ກອງປະຊຸມທຸລະກິດລາວປະຈໍາປີ ໄດ້ປຶກສາຫາລື ແລະ ຮັບຮອງ ຂໍ້ສະເໜີບູລິມະສິດ ເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ສໍາລັບປີ 2025-2026 ເພື່ອທົບທວນຄືນຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ໃນປີຜ່ານມາ ທີ່ແນໃສ່ປັບປຸງສະພາບແວດລ້ອມການດໍາເນີນທຸລະກິດຢູ່ ສປປ ລາວ. ມີຕົວແທນຈາກທຸລະກິດພາຍໃນ ແລະ ຕ່າງປະເທດ, ໜ່ວຍງານພາກລັດ, ທູຕານຸທູດ ແລະ ຄູ່ຮ່ວມພັດທະນາຫຼາຍກ່ວາ 450 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການພັດທະນາພາກເອກະຊົນ ຕໍ່ການບັນລຸເປົ້າໝາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການປັບປຸງນະໂຍບາຍ ແລະ ການດໍາເນີນງານຂອງພາກລັດຖະບານຕໍ່ການສ້າງສະພາບແວດລ້ອມໃນການດຳເນີນທຸລະກິດໃຫ້ມີຄວາມສະດວກສະບາຍ ເພື່ອປະກອບສ່ວນໃນການຂັບເຄື່ອນການເຕີບໂຕຂອງເສດຖະກິດ ແລະ ການຫຼຸດຜ່ອນຄວາມທຸກຍາກ.

ກອງປະຊຸມດັ່ງກ່າວນີ້ ສະແດງໃຫ້ເຫັນການສະໜັບສະໜູນຢ່າງກວ້າງຂວາງຂອງລັດຖະບານຕໍ່ຂະບວນການປຶກສາຫາລືທີ່ເປັນລະບົບພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ ຕໍ່ການກໍານົດ ແລະ ແກ້ໄຂບັນຫາສຳຄັນທີ່ສົ່ງຜົນກະທົບຕໍ່ພາກທຸລະກິດໃນປະເທດ. ຜູ້ຕາງໜ້າຈາກພາກທຸລະກິດ ຍັງໄດ້ກ່າວຊົມເຊີຍຕໍ່ຄວາມພະຍາຍາມຂອງລັດຖະບານໃນການປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດ, ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດທີ່ສຳຄັນໃນໄລຍະຜ່ານມາ ເຊັ່ນ:ການຫຼຸດຜ່ອນເວລາ ແລະ ຄ່າໃຊ້ຈ່າຍໃນການເລີ່ມຕົ້ນທຸລະກິດ, ລວມທັງການຫຼຸດຈໍານວນລາຍການກິດຈະການ ໃນບັນຊີກິດຈະການຄວບຄຸມ, ການພັດທະນາລະບົບຂຶ້ນທະບຽນວິສາຫະກິດແບບເອເລັກໂຕຣນິກ, ການປັບປຸງລະບົບສ່ວຍສາອາກອນສໍາລັບ SMEs, ການສົ່ງເສີມການນໍາໃຊ້ວິທີການອີງໃສ່ຄວາມສ່ຽງໃນການອອກອະນຸຍາດດຳເນີນທຸລະກິດໃນບາງຂະແໜງການ, ການປັບປຸງການເຂົ້າເຖິງຂໍ້ມູນຂ່າວສານ ດ້ານກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກັບການຄ້າ ແລະ ການລົງທຶນ, ການຈັດຕັ້ງປະຕິບັດຂໍ້ຜູກມັດຕ່າງໆ ໃນຂໍ້ຕົກລົງການຄ້າສອງຝ່າຍ, ພາກພື້ນ, ແລະສາກົນ ຢ່າງຕໍ່ເນື່ອງ ແລະ ການຝຶກອົບຮົມສ້າງຂີດຄວາມສາມາດໃຫ້ແກ່ MSMEs.ພາກທຸລະກິດ ແລະ ໜ່ວຍງານກ່ຽວຂ້ອງຂອງລັດຖະບານ ໄດ້ ຮັບຮອງເອົາ 12 ຂໍ້ສະເໜີບຸລິມະສິດ ສຳລັບປີ 2024-2025 ທີ່ມີເປົ້າໝາຍເພື່ອປັບປຸງຂັ້ນຕອນການເລີ່ມຕົ້ນທຸລະກິດ ແລະ ການລົງທຶນ, ອຳນວຍຄວາມສະດວກໃຫ້ແກ່ການຄ້າ, ປັບປຸງລະບົບສ່ວຍສາອາກອນ, ການສົ່ງເສີມສະຖຽນລະພາບຂອງຂະແໜງການທະນາຄານ ແລະ ການເງິນ, ປັບປຸງຄຸນນະພາບຂອງການສະໜອງແລະ ສົ່ງເສີມການພັດທະນາແບບຍືນຍົງຂອງຂະແໜງ ພະລັງງານໄຟຟ້າ, ປັບປຸງນະໂຍບາຍ ແລະ ມາດຕະການສົ່ງເສີມ ຂະແໜງທ່ອງທ່ຽວ, ແລະ ປັບປຸງການເຂົ້າເຖິງແຮງງານຂອງພາກທຸລະກິດ. ໃນນັ້ນ, ມີ 03 ຂໍ້ສະເໜີ ໄດ້ຮັບການແກ້ໄຂສຳເລັດສົມບູນ, ມີຄວາມຄືບໜ້າຫຼາຍ ແລະ ບໍ່ຈໍາເປັນປຶກສາຫາລືຕໍ່ມີ 03 ຂໍ້ສະເໜີ, ມີຄວາມຄືບໜ້າຫຼາຍ ແຕ່ຍັງບໍ່ທັນແກ້ໄຂສໍາເລັດສົມບູນ ມີ 05 ຂໍ້ສະເໜີ, ແລະ 01 ຂໍ້ສະເໜີບໍ່ສາມາດແກ້ໄຂໄດ້ເນື່ອງຈາກຂໍ້ຈຳກັດທີ່ມີເຫດຜົນ.ສຳລັບກອງປະຊຸມທຸລະກິດລາວຄັ້ງທີ 16 ນີ້ ໄດ້ມີການຮັບຮອງເອົາ 09 ຂໍ້ສະເໜີບູລິມະສິດ ໃນ 04 ຂົງເຂດວຽກງານເພື່ອປຶກສາຫາລື ແລະ ຊອກຫາຊ່ອງທາງແກ້ໄຂທີ່ເໝາະສົມ ໃຫ້ສຳເລັດກ່ອນກອງປະຊຸມທຸລະກິດລາວຄັ້ງທີ 17.

ທ່ານ ຮອງນາຍົກລັດຖະມົນຕີ ໄດ້ປິດກອງປະຊຸມໂດຍການໃຫ້ຄຳໝັ້ນສັນຍາວ່າ ລັດຖະບານຈະສຶບຕໍ່ພັດທະນາພື້ນຖານກົນໄກເສດຖະກິດຕະຫຼາດໃຫ້ເຂັ້ມແຂງ, ດໍາເນີນການປະຕິຮູບກົງຈັກຂອງລັດ, ຫຼຸດຜ່ອນຄ່າໃຊ້ຈ່າຍໃນການເລີ່ມຕົ້ນແລະ ດຳເນີນທຸລະກິດ, ປັບປຸງນະໂຍບາຍ ແລະ ລະບຽບການ ທີ່ເປັນອຸປະສັກ ເພື່ອເພີ່ມປະສິດທິພາບຂອງການບໍລິການຂອງພາກລັດ.

 

LEAVE A REPLY

Please enter your comment!
Please enter your name here