ຂ່າວຈາກຄວາມສະຫງົບລາຍງານວ່າ: ໃນເວລາ 7:15 ໂມງ ຂອງວັນທີ 2 ເມສາ 2025 ໄດ້ເກີດອຸບັດຕິເຫດ ລົດພວງແກ່ມັນຕົ້ນ ເສຍຫຼັກຕໍາເອົາລົດຕັອກໆ ຢູ່ເຂດບ້ານຫຼັກ 40 ເມືອງປາກຊ່ອງ ແຂວງຈຳປາສັກ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 3 ຄົນ ແລະ ໄດ້ຮັບບາດເຈັບ 5 ຄົນ.
ອີງຕາມບົດລາຍງານຂອງເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງປາກຊ່ອງ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ລົດພວງແກ່ມັນຕົ້ນ ທະບຽນ ບກ 1587 ວຽງຈັນ ມີຜູ້ໂດຍສານມານໍາກັນ 3 ຄົນ ຄື: ທ້າວ ເຕ້ຍ ອາຍຸ 33 ປີ ຢູ່ບ້ານວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ( ໂຊເຟີ ), ນາງ ນາງ ອາຍຸ 23 ປີ ( ເມຍໂຊເຟີ ພ້ອມລູກນ້ອຍ ອາຍຸ 2 ປີ ) ແລະ ທ້າວ ຈ່ອຍອາຍຸ 21 ປີ ເຊິ່ງລົດພວງຄັນດັ່ງກ່າວຂັບຂີ່ມາແຕ່ທາງປາກຊ່ອງ ມຸ້ງໜ້າໄປທາງປາກເຊ ພໍຮອດຂອບເຂດບ້ານຫຼັກ 40 ໄດ້ເສຍຫຼັກຕໍາເອົາລົດຕ່ອກໆ ທີ່ແລ່ນແຕ່ຫຼັກ42 ມຸ້ງໜ້າໄປທາງຫຼັກ 38 ຂັບຂີ່ໂດຍ ທ້າວ ຄຳໃບ ອາຍຸ 37 ປີ ປະຊາຊົນບ້ານຫຼັກ 40 ເມືອງປາກຊ່ອງ ມີຜູ້ໂດຍສານມານຳ 4 ຄົນ ຄື: ນາງ ວອນ ອາຍຸ 36 ປີ, ນາງ ຈັນສະໝອນ ອາຍຸ 16 ປີ, ທ້າວ ສຸກສະໃໝ ອາຍຸ 15 ປີ, ນາງ ພຸດ ອາຍຸ 15 ປີ ທັງໝົດແມ່ນຢູ່ບ້ານຫຼັກ40 ເມືອງປາກຊ່ອງ ໄດ້ເຮັດໃຫ້ຄົນເສຍຊີວິດຄາທີ່ 3 ຄົນ ຄື: ທ້າວເຕ້ຍ, ນາງ ນາງ ແລະ ລູກນ້ອຍ.
ຄົນໄດ້ຮັບບາເຈັບທັງໝົດ 5 ຄົນ ຄື: ນາງ ວອນ ບາດເຈັບສົມຄວນ, ທ້າວ ຄຳໃບ ບາດເຈັບສົມຄວນ, ນາງຈັນສະໝອນ ບາດເຈັບເລັກນອ້ຍ, ທ້າວ ສຸກສະໃໝ ບາດເຈັບເລັກນອ້ຍ, ນາງ ພຸດ ບາດເຈັບເລັກນອ້ຍ, ພາຫະນະເປ້ເພສົມຄວນ 2 ຄັນ.
ສ່ວນສາເຫດແມ່ນ ລົດພວງເບຼກແຕກ ເຮັດໃຫ້ລົດເສຍການຄວບຄຸມ ແລ້ວເຮັດໃຫ້ລົດເສຍຫຼັກຕໍາເອົາລົດຕ່ອກໆ ແລ້ວປີ້ນ.