ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງເງິນ ແຂວງໄຊຍະບູລີ ຄັ້ງທີ VI ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນວັນທີ 2 ເມສານີ້, ໂດຍການເປັນປະທານຂອງ ສະຫາຍ ທະວີສັກ ໄຊຍະວົງ ເລຂາຄະນະບໍລິຫານງານພັກເມືອງ, ເຂົ້າຮ່ວມເປັນກຽດມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີແຂກຮັບເຊີນ ແລະ ຜູ້ແທນສົມບູນ 95 ຍິງ 10 ສະຫາຍ, ຊຶ່ງເປັນຕົວແທນໃຫ້ສະມາຊິກພັກໃນທົ່ວເມືອງ 1,080 ສະຫາຍເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນທົບທວນຄືນຜົນງານ ແລະ ໄຊຊະນະທີ່ຍາດມາໄດ້, ຈຸດອ່ອນທີ່ຕ້ອງປັບປຸງແກ້ໄຂ, ຄົ້ນຄວ້າ ແລະ ເປັນເອກະພາບກັນຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ບົດສໍາຫຼວດການນໍາພາລວມ ແລະ ທິດທາງແຜນການ 5 ປີ, ໄດ້ຮັບຟັງການປະກອບຄໍາເຫັນຈາກບັນດາໜ່ວຍພັກຫ້ອງການ, ກົມກອງ, ໜ່ວຍພັກບ້ານ, ຄອບຄົວຕົວແບບ, ຮັບຟັງການປະກອບຄໍາເຫັນຈາກເມືອງ ຫົງສາ ແລະ ເມືອງ ຊຽງຮ່ອນ.
ກອງປະຊຸມດັ່ງກ່າວ, ຜູ້ແທນສົມບູນແມ່ນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ຈໍານວນ 25 ສະຫາຍ ຍິງ 3 ສະຫາຍ, ປ່ອນບັດເລືອກເອົາຜູ້ແທນສົມບູນ 13 ສະຫາຍ ຍິງ 1 ສະຫາຍ, ສໍາຮອງ 2 ສະຫາຍ ເພື່ອໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII. ຈາກນັ້ນ, ກໍໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ເລືອກຕັ້ງເອົາຄະນະປະຈໍາພັກເມືອງ 7 ສະຫາຍ ຍິງ 1 ສະຫາຍ, ໂດຍປະຊາມະຕິຮັບຮອງເອົາສະຫາຍ ທອງພັນ ສຸກສະຫວັດ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ອິນເນດ ຂຽວສີຟ້າ ແລະ ສະຫາຍນາງ ສີຈົມ ບຸນມານະທໍາ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ເລືອກເອົາ ສະຫາຍ ບຸນເລື່ອນ ບົວໄລເປັນປະທານຄະນະກວດກາພັກ, ສະຫາຍ ບຸນລົ້ນ ຄໍາພະວົງ ແລະ ສະຫາຍ ນາງ ນົກ ພົມມະຈັນ ເປັນຮອງປະທານຄະນະກວດກາພັກເມືອງ.
ສະຫາຍເລຂາພັກແຂວງ ໄດ້ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ຈົ່ງສຶບຕໍ່ນໍາເອົາແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ ໄປເຜີຍແຜ່ເຊື່ອມຊືມໃຫ້ແກ່ພະນັກງານ, ສະມາຊິກພັກ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າຢ່າງກວ້າງຂວາງ-ເລິກເຊິ່ງ, ເຮັດໃຫ້ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈ, ເປັນເອກະພາບສູງ ແລະ ເຮັດໃຫ້ວຽກງານດັ່ງກ່າວກາຍເປັນຂອງປວງຊົນ, ຂອງສັງຄົມທຸກຄົນ ຢ່າງແທ້ຈິງ, ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆຢູ່ພາຍໃນເມືອງ, ສຶບຕໍ່ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ແຂງແຮງ ແລະ ເປັນຮູບປະທໍາຫຼາຍຂຶ້ນ, ເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກ ໃນການຊີ້ນໍາ-ນໍາພາ ຊອກຫາວິທີການ ແລະ ມາດຕະການຕົວຈິງ ໃນການລະດົມຂົນຂວາຍ ເອົານັກລົງທຶນ, ຜູ້ປະກອບການ ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃນຮູບແບບຕ່າງໆໃນການຊຸກຍູ້ສົ່ງເສີມການຜະລິດ, ການປຸງແຕ່ງ, ການບໍລິການ, ການຄ້າ-ຊາຍແດນ ໃຫ້ແຂງແຮງ, ເອົາໃຈໃສ່ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢູ່ຊົນນະບົດ ໂດຍຫັນເອົາພະນັກງານວິຊາສະເພາະ ໄປນໍາພາປູກ ແລະ ນໍາພາລ້ຽງ ລົງຊ່ວຍປະຊາຊົນ ຢ່າງມີຈຸດສຸມ.
(ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ)