ປະກາດເລື່ອນຊັ້ນໃຫ້ ນາຍ ແລະ ພົນຕໍາຫຼວດ ຢູ່ກອງບັນຊາການປ້ອງກັນສູນກາງ

0
165

ໃນວັນທີ 2 ເມສາ 2025 ນີ້ ກອງບັນຊາການປ້ອງກັນສູນກາງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ເປັນປະທານ ແລະ ປະດັບຊັ້ນໂດຍ ພັອ ສູນເພັງ ສິນທະວອນ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີ ຄະນະພັກ-ຄະນະກອງບັນຊາການ, ຫ້ອງ, ກອງພັນ, ກອງຮ້ອຍ, ໂຮງ ຮຽນ ພ້ອມດ້ວຍ ນາຍ ແລະ ພົນຕໍາຫຼວດຜູ້ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

May be an image of 2 people, people studying and text
ພັທ ຈັນສຸກ ສຸກຈັນທະລາວົງ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຂໍ້ຕົກລົງຂອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ຂໍ້ຕົກລົງຂອງກອງບັນຊາການປ້ອງກັນສູນກາງ ວ່າດ້ວຍການເລື່ອນຊັ້ນໃຫ້ ນາຍ ແລະ ພົນຕໍາຫຼວດ ກອງບັນຊາການປ້ອງກັນສູນກາງ; ໃນນີ້ ເລື່ອນຊັ້ນ ຮ້ອຍເອກ ຂຶ້ນເປັນຊັ້ນ ພັນຕີ ມີ 6 ສະຫາຍ ຍິງ 1 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນເປັນຊັ້ນ ຮ້ອຍເອກ ຈໍານວນ 20 ສະຫາຍ ຍິງ 6 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນເປັນຊັ້ນ ຮ້ອຍໂທ ຈໍານວນ 4 ສະຫາຍ ຍິງ 2 ສະຫາຍ, ເລື່ອນຊັ້ນ ວາທີ ຂຶ້ນເປັນຊັ້ນ ຮ້ອຍຕີ ຈໍານວນ 6 ສະຫາຍ ຍິງ 1 ສະຫາຍ, ເລື່ອນຊັ້ນ ສິບເອກ ຂຶ້ນເປັນຊັ້ນ ວາທີ ຈໍານວນ 2 ສະຫາຍ ຍິງ 1 ສະຫາຍ ແລະ ເລື່ອນຊັ້ນ ສິບໂທ ຂຶ້ນເປັນຊັ້ນ ສິບເອກ ຈໍານວນ 4 ສະຫາຍ ຍິງ 1 ສະຫາຍ.

May be an image of 7 people and text that says 'H6 สาา พัภปะ ปะทาดภาร #'
ໂອກາດດັ່ງກ່າວ, ພັອ ສູນເພັງ ສິນທະວອນ ໄດ້ເນັ້ນໃຫ້ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃໝ່ຄັ້ງນີ້ ຈົ່ງພ້ອມເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້ຄວາມສາມາດສູງຂຶ້ນ, ສຸມໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງມີຜົນສຳເລັດ, ມີແບບແຜນວິທະຍາສາດທີ່ທັນສະໄໝ ໃນການນຳພາກຳລັງປ້ອງກັນຄວາມສະຫງົບໃຫ້ຖືກຕ້ອງ, ສອດຄ່ອງກັບສະພາບການຕົວຈິງ ພ້ອມກັນເຮັດສຳເລັດໜ້າທີ່ຕາມທີ່ ພັກ-ລັດ ການຈັດຕັ້ງ ແລະ ປະຊາຊົນມອບໜາຍໃຫ້ ມີບາດກ້າວພັດທະນາດີຂຶ້ນເລື້ອຍໆ. ພ້ອມທັງເອົາໃຈໃສ່ ຮັກສາມູນເຊື້ອໜ່ວຍພັກປອດໃສ່ ເຂັ້ມແຂງ ໜັກແໜ້ນຕື່ມອີກ.

May be an image of 11 people and text

LEAVE A REPLY

Please enter your comment!
Please enter your name here