ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ແຕ່ງຕັ້ງ ທ່ານ ຈອງ ຊອງ ຊົນ(Jong Song-chon)ອາຍຸ 53 ປີ ສັນຊາດ ສ.ເກົາຫລີ ຮັບຫນ້າທີ່ເປັນ ຫົວຫນ້າຄູຝຶກບານເຕະຍິງທີມຊາດລາວ ຄົນໃຫມ່ ກຽມນໍາພາທີມຊາດຍິງລາວ ຊຸດໃຫຍ່ ລຸຍການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮອບຄັດເລືອກ 2026 ( AFC Women’s Asian Cup 2026 Qualifiers ) ໃນເດືອນມິຖຸນາ 2025 ແລະ ຊີເກມ ທີ່ປະເທດໄທ ໃນທ້າຍປີນີ້.
ສໍາລັບປະຫວັດ ຂອງ ທ່ານ ຈອງ ຊອງ ຊົນ ເກີດ ວັນທີ 30 ພຶດສະພາ 1971 ມີໃບປະກາດ AFC/KFA Pro License ອະດີດນັກກິລາ ທີມຊາດ ສ.ເກົາຫລີ ຮຸ່ນອາຍຸບໍ່ເກີນ 23 ປີຫຼື U23 ແລະມີຜົນງານການຄຸມທີມ ຄື:
– ປີ 2002 – 2005 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ Geoje U18
– ປີ 2005 – 2010 ເປັນຫົວຫນ້າຄູຝຶກ ສະໂມສອນ Geoje U18
– ປີ 2010 ເປັນຜູ້ຊ່ວຍ ຄູຝຶກ ທີມຊາດ ສ.ເກົາຫລີ ບານເຕະຍິງ U20
– ປີ 2010 – 2018 ເປັນຜູ້ຊ່ວຍຄູຝຶກ ທີມຊາດ ສ. ເກົາຫລີ ບານເຕະຍິງU20
– ປີ 2012 – 2018 ເປັນຫົວຫນ້າຄູຝຶກ ທີມຊາດ ສ.ເກົາຫລີ ຮຸ່ນU20
– ປີ 2018 – 2019 ເປັນຫົວຫນ້າຄູຝຶກ ສະໂມສອນ Sungkyunkwan University
– ປີ 2020 – 2021 ເປັນຫົວຫນ້າຄູຝຶກ ສະໂມສອນ Incheon Hyundai Steel Red Angels, WK League
– ປີ 2021 – 2022 ເປັນຫົວຫນ້າຄູຝຶກ ສະໂມສອນ Ha Noi Women’s Football Club ປະເທດຫວຽດນາມ.
ສໍາລັບ ພາລະກິດຫຼັກໃນການມາຄຸມທິມຂອງ ທ່ານ ຈອງ ຊອງ ຊົນ ແມ່ນການກຽມທີມຊາດຍິງລາວ ຊຸດໃຫຍ່ ເຂົ້າຮ່ວມ ການແຂ່ງຂັນບານເຕະ ຍິງຊີງແຊ້ມອາຊີ ຮອບຄັດເລືອກ 2026 AFC Women’s Asian Cup 2026 Qualifiers ທີມບານເຕະຍິງທີມຊາດລາວ ຢູ່ ກຸ່ມ F ຮ່ວມກັບ ອຸດເບກິສຖານ ( ເຈົ້າພາບ ຮອບຄັດເລືອກ ), ເນປານ, ລາວ ແລະ ສີລັງກາ ໂດຍຈະແຂ່ງຂັນໃນລະຫວ່າງ ວັນທີ 23 ມິຖຸນາ ຫາ 5 ກໍລະກົດ 2025
ຕາຕະລາງການແຂ່ງຂັນ ທີມຊາດລາວ
– ນັດທີ 1 ວັນທີ 29/6/2025ທີມຊາດເນປານ ພົບ ທີມຊາດລາວ
– ນັດທີ 2 ວັນທີ 02/07/2025 ທິມຊາດລາວ ພົບ ທີມຊາດອຸດເບກິສຖານ
– ນັດທີ 3 ວັນທີ 05/07/2025 ທີມຊາດລາວ ພົບ ທີມຊາດສີລັງກາ
ທີມບານເຕະຍິງທີມຊາດລາວ ແມ່ນຈະເລີ່ມເກັບຕົວຝຶກຊ້ອມໃນໄລຍະທີ 1 ແມ່ນວັນທີ 01 – 11 ເມສາ 2025.
ຂ່າວ: Larh Creators ; ຮູບຈາກ: ສຕລ