ບໍລິສັດ ສະກາຍຄູລ ຂາອອກ – ຂາເຂົ້າ ຈໍາກັດ ຈັດພິທີເປີດຕົວໃນຖານະຕົວແທນຈຳໜ່າຍເຄື່ອງປັບອາກາດຍີ່ຫໍ້ “ແຄຣເລຍ” ຢ່າງເປັນທາງການໃນປະເທດລາວ ໂດຍພິທີດັ່ງກ່າວຈັດຂຶ້ນໃນວັນທີ 1 ເມສາ 2025 ທີ່ໂຮງແຮມ ຮໍລິເດ ອິນ ນະຄອນຫລວງວຽງຈັນ ໂດຍມີແຂກສໍາຄັນເຂົ້າຮ່ວມຄື:
• ທ່ານ ໂພສະຫວ່າງ ຈ່າສານ ປະທານ ກຸ່ມບໍລິສັດ ແອວດີຊີ
• ທ່ານ ວິກເຕີ້ ( Victor Yu ) ຜູ້ອຳນວຍການ ບໍລິສັດ ແຄຣເລຍ ໄທແລນ
• ທ່ານ ກຳພົນ ວິນຍຸຫັດຖະກິດ ຜູ້ຈັດການທົ່ວໄປ ບໍລິສັດ ແຄຣເລຍ ໄທແລນ ຈໍາກັດ
• ທ່ານ ບຸນທີ ສາຍທອງວັນ ຮອງຫົວໜ້າພະແນກຫຼຸດຜ່ອນທາດອາຍເຮືອນແກ້ວກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
• ທ່ານ ເຂັມພອນ ຈັນຖາວອນ ປະທານ ສະມາຄົມ ທຸລະກິດເຄືຶ່ອງເຢັນປະເທດລາວ
• ທ່ານ ວົງໄພ ບຸນມະນີ ປະທານ ສະມະຄົມສະຖາປະນິກ ແລະ ວິສະວະກອນໂຍທາລາວ
• ທ່ານ ນາງ ສາຍສຸລີ ຈ່າສານ ຜູ້ອຳນວຍການ ບໍລິສັດ ສະກາຍຄູລ ຂາອອກ-ຂາເຂົ້າ ຈຳກັດ
• ທ່ານ ພອນໄຊ ສຸດທິພົງ ຜຸ້ອຳນວຍການ ບໍລີສັດ ດີຊາຍ ກູບ ຈຳກັດຜຸ້ດຽວ
• ທ່ານ ສັນທະລັກ ຈ່າສານ ປະທານ ບໍລິສັດ ຟ້າໃຫຍ່ ຈຳກັດ

ລວມເຖິງແຂກພາກທຸລະກິດຮ້ານຄ້າທີ່ຈຳໜ່າຍເຄື່ອງປັບອາກາດ ແລະ ແຂກທີ່ໄດ້ຮັບເຊີນເຂົ້າຮ່ວມ.
ທ່ານ ວິກເຕີ້ ຢູ້ ( Victor YU ) ກ່າວວ່າ: ພວກເຮົາຮູ້ສຶກປະທັບໃຈທີ່ໄດ້ຂະຫຍາຍຊ່ອງທາງການຄ້າຂອງເຄື່ອງປັບອາກາດ ແຄຣເລຍ ໃນປະເທດລາວ, ຜ່ານການຮ່ວມມືກັບບໍລິສັດ ສະກາຍຄູຣ ເຊິ່ງເປັນຕົວແທນຈຳໜ່າຍທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ, ນີ້ຖືເປັນບາດກ້າວທີ່ສໍາຄັນໃນການນໍາສະເໜີລະບົບປັບອາກາດ ແລະ ລະບາຍອາກາດ HVAC ( Heating Ventilation and Air Conditioning ) ລະດັບໂລກຂອງ Carrier ເຂົ້າສູ່ຕະຫຼາດລາວ ມູ່ງເນັ້ນເຖິງກຸ່ມຜະລິດຕະພັນທີ່ມີປະສິດຕິພາບໃນການເຮັດຄວາມເຢັນທີ່ປະຢັດພະລັງງານ ແລະ ມີປະສິດຕິພາບສູງສຳລັບທຸລະກິດ ແລະ ຄົວເຮືອນ ດ້ວຍຄວາມຊ່ຽວຊານດ້ານການຕະຫຼາດທີ່ແຂງແກ່ນຂອງ ບໍລິສັດ Skycool ແລະ ຄວາມມຸ່ງໝັ້ນທີ່ເປັນເລີດ ເຮົາຫວັງວ່າ ຈະໄດ້ສົ່ງມອບຜະລິດຕະພັນ ແລະ ການບໍລິການທີ່ເປັນນະວັດຕະກຳທີ່ຕອບສະໜອງຄວາມຕ້ອງການ ແລະ ການເຕີບໂຕຢ່າງຍືນຍົງໃນປະເທດລາວ.

ທ່ານ ນາງ ສາຍສຸລີ ຈ່າສານ ກ່າວວ່າ: ຖືເປັນກຽດອັນສູງສຸດຂອງບໍລິສັດ ສະກາຍຄູລ ຂາອອກ-ຂາເຂົ້າ ຈຳກັດ ທີ່ໄດ້ຮັບການແຕ່ງຕັ້ງເປັນຕົວແທນຈຳໜ່າຍຢ່າງເປັນທາງການຂອງເຄື່ອງປັບອາກາດ “ແຄຣເລຍ” ໃນປະເທດລາວ, ເມື່ອເວົ້າເຖິງເຄື່ອງປັບອາກາດລະດັບໂລກ ຜູ້ຄິດຄົ້ນເຄື່ອງປັບອາກາດເຄື່ອງແລກຂອງໂລກຄື ທ່ານ ປະລິນຍາເອກ ວີວລິດ ແຄຣເລຍ ( Doctor Willis Carrier ) ວິສະວະກອນຊາວອາເມກັນ ພສ 1902 ມາຮອດຈົນປັດຈຸບັນ “ແຄຣເລຍ” ຍັງຄົງມູ່ງໝັ້ນພັດທະນານະວັດຕະກຳໂຊລູຊັນດ້ານລະບົບປັບອາກາດອັດສະລິຍະ ແລະ ພະລັງງານຢ່າງບໍ່ຢຸດຢັ້ງມາຫລາຍກວ່າ 123 ປີ ແລະ ມີບົດບາດສຳຄັນໃນຫລາຍອຸດສາຫະກຳເຊັ່ນ: ທີ່ພັກອາໄສ, ທະນາຄານ, ໂຮງໝໍ, ໂຮງງານອູດສະຫະກຳ, ການຂົນສົ່ງ ແລະ ສູນຂໍ້ມູນ (Data center) ແລະ ອື່ນໆ. ເຄື່ອງປັບອາກາດ “ແຄຣເລຍ” ຖືເປັນຍີ່ຫໍ້ທຳອິດທີ່ຂະຫຍາຍຕະຫລາດໄປທົ່ວໂລກ ແລະ ເປັນທີ່ຍອມຮັບວ່າເປັນເຄື່ອງປັບອາກາດຄຸນນະພາບສູງ ໃສ່ໃຈສິ່ງແວດລ້ອມ ແລະ ພັດທະນາຢ່າງຕໍ່ເນື່ອງ.

ທ່ານ ນາງ ສາຍສຸລີ ຈ່າສານ ກ່າວຕື່ມອີກວ່າ: ໃນປັດຈຸບັນ ບໍລິສັດ ສະກາຍຄູລ ໄດ້ມີລູກຄ້າ ແລະ ສາຂາຕົວແທນຈຳໜ່າຍຫຼາຍກວ່າຮ້ອຍຮ້ານຄ້າໃນທົ່ວປະເທດລາວ ແລະ ກໍຍັງໄດ້ສືີບຕໍ່ຂະຫຍາຍຕົວຂຶ້ນເລື້ອຍໆ. ດ້ວຍວິໄສທັດທີ່ຈະເປັນຜູ້ນຳໜ້າຂອງຕົວແທນຈຳໜ່າຍອຸປະກອນ ແລະ ເຄື່ອງໃຊ້ໄຟຟ້າທີ່ໄດ້ຮັບຄວາມນິຍົມສູງສຸດຂອງໂລກໃນປະເທດລາວ ໃນນາມຜູ້ອຳນວຍການ ບໍລິສັດ ສະກາຍຄູລ ຂໍໃຫ້ຄຳໝັ້ນສັນຍາຕໍ່ສາຂາຈຳໜ່າຍ ແລະ ຄູ່ຄ້າ Carrier ທັງໝົດວ່າ ຈະໃຫ້ການຮ່ວມມື, ການສະໜັບສະໜູນ ແລະ ພັດທະນາທຸລະກິດ Carrier ຢ່າງຮອບດ້ານ. ທັງນີ້ກໍເພື່ອພ້ອມກັນສ້າງຄວາມປະທັບໃຈຢ່າງສົມບູນໃຫ້ແກ່ລູກຄ້າ ໂດຍຜ່ານການບໍລິການທີ່ດີເລີດ, ຂະບວນການນະວັດຕະກຳເຕັກໂນໂລຊີທີ່ນຳໜ້າ ແລະ ນຳສະເໜີອຸປະກອນເຄື່ອງປັບອາກາດທີ່ມີຄຸນນະພາບສູງສຸດໃຫ້ແກ່ລູກຄ້າ.

ກ່ຽວກັບແຄຣເລຍ:
ແຄຣເລຍ ຜູ້ຄິດຄົ້ນລະບົບທຳຄວາມເຢັນຂຶ້ນເປັນຄັ້ງແລກຂອງໂລກ ປັດຈຸບັນຍີ່ຫໍ້ ແຄຣເລຍ ຍັງເປັນຜູ້ນຳລະດັບໂລກ ດ້ານລະບົບທຳຄວາມຮ້ອນ, ລະບົບປັບອາກາດ ຫລື Heating, Ventilation and Air conditioning – HVAC ຕະຫລອດຈົນໂຊລູຊັນດິຈິຕອນດູແລຄວບຄຸມອາຄານ; ໃນຖານະຜູ້ຊ່ຽວຊານພັດທະນາຜະລິດຕະພັນ ແລະ ໂຊລູຊັນເພື່ອໃຫ້ເປັນມິດຕໍ່ສິ່ງແວດລ້ອມຢ່າງຍືນຍົງ, ຍີ່ຫໍ້ ແຄຣເລຍ ເປັນສ່ວນໜຶ່ງຂອງ ແຄຣເລຍ ໂກຣໂບ້ຄໍເປີເລຊັນ ຜູ້ນຳລະດັບໂລກດ້ານໂຊລູຊັນລະບົບປັບອາກາດ ແລະ ພະລັງງານອັດສະລິຍະ ມຸ່ງໝັ້ນການຍົກລະດັບຊີວິດຜູ້ຄົນ ແລະ ເປັນມິດກັບໂລກຂອງເຮົາເພື່ອຄົນຮຸ່ນຕໍ່ໆໄປ.
ທ່ານສາມາດເຂົ້າຢ້ຽມຊົມເວັບໄຊໄດ້ທີ່:
• Thai website: www.carrier.com/commercial/th/th
• English website: www.carrier.com/commercial/en/th
• Website: www.skycool.la
• Following us on Facebook Carrier HVAC Thailand
• Following us on Facebook Samuel Skycool