ນຳໃຊ້ທຶນ 2,6 ຕື້ກີບ ພັດທະນາ 2 ໂຄງການໃນຕົວເມືອງໄຊປີນີ້

0
59

ປະຕິບັດຕາມແຜນພັດທະນາແຂວງອຸດົມໄຊ ໂດຍສະເພາະແມ່ນເທສະບານແຂວງໃຫ້ມີຄວາມສວຍງາມ ແລະ ທັນສະໄໝ ໃນວັນທີ 1 ເມສາຜ່ານມາ ທີ່ຫ້ອງປະຊຸມ ອົງການພັດທະນາ ແລະ ບໍລິຫານຕົວເມືອງແຂວງອຸດົມໄຊ ໄດ້ຈັດພິທີເຊັນສັນຍາຮັບເໝົາໂຄງການ ຈໍານວນ 2 ໂຄງການຂຶ້ນ ຄື:

May be an image of grass

1.ບໍລິສັດ ມິດມີໄຊ ກໍ່ສ້າງເຄຫາສະຖານ ຊົນລະປະທານ ແລະ ສ້ອມແປງຂົວ-ທາງ ຈຳກັດ ຮັບເໝົາໂຄງການຕິດຕັ້ງກ້ອງວົງຈອນສາທາລະນະ (Digital HD) ຕິດຕັ້ງຈຳນວນ 13 ຈຸດ ໃນເທສະບານແຂວງ ໃນມູນຄ່າ 1,682,989,000 ກີບ. ໄລຍະການຈັດຕັ້ງປະຕິບັດ 3 ເດືອນໃຫ້ສຳເລັດ. 2. ບໍລິສັດ ອູ່ດີດີ ກຣຸບ ແລະ ນໍາເຂົ້າ-ສົ່ງອອກ ຈຳກັດຜູ້ດຽວ ຮັບເໝົາໂຄງການປັບປຸງ, ສ້ອມແປງທາງ, ຂົວ, ຮ່ອງລະບາຍນໍ້າ, ທາສີຂອບທາງ ແລະ ຕິດຕັ້ງປ້າຍຈາລະຈອນໃນຕົວເມືອງໄຊ ມູນຄ່າ 990.550.000 ກີບ ໄລຍະການຈັດຕັ້ງປະຕິບັດ 3 ເດືອນໃຫ້ສຳເລັດ, ຊຶ່ງແຫຼ່ງທຶນທັງສອງໂຄງການແມ່ນນຳໃຊ້ງົບປະມານລົງທຶນຂອງລັດຖະບານ100% ມູນຄ່າທັງໝົດ 2,673,539,000 ກີບ.

May be an image of 3 people, road, street and text
ລົງນາມເຊັນສັນຍາຄັ້ງນີ້, ໂດຍແມ່ນ ທ່ານ ສຸດໃຈ ສຸດແສງເດືອນ ຫົວຫນ້າອົງການພັດທະນາ ແລະ ບໍລິຫານຕົວເມືອງ ກັບປະທານບໍລິສັດ ມິດມີໄຊ ກໍ່ສ້າງເຄຫາສະຖານ ຊົນລະປະທານ ແລະ ສ້ອມແປງຂົວ-ທາງ ຈຳກັດ ແລະ ບໍລິສັດ ອຸດີດີ ກຣຸບ ແລະ ນໍາເຂົ້າ-ສົ່ງອອກ ຈຳກັດຜູ້ດຽວ ໂດຍມີຄະນະນຳພາກສ່ວນກ່ຽວຂອງແຂວງ, ແຂກຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.

May be an image of 12 people and text

LEAVE A REPLY

Please enter your comment!
Please enter your name here