ທັບນັກກີລາ ມະຫາວິທະຍາໄລລາວ ໄດ້ເດີນທາງມາຮອດ ສປປ ລາວ ເມື່ອວັນທີ 1 ເມສາ 2025 ພ້ອມກັບຫຼຽນລາງວັນອັນດັບທີ 2 ໃຫ້ກຽດຕ້ອນຮັບໂດຍທ່ານ ທ່ານ ຮສ. ປອ. ຫຼ້າວັນ ວົງຄຳສານ ຫົວກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຄະນະ ໂດຍທັບນັກກີລາທີ່ເດີນທາງມາປະກອບມີ ທ່ານ ນາງ ພູວັນ ສີມະໂນວົງ ຄະນະນຳທີມ ພ້ອມດ້ວຍຄະນະຄູຝຶກ ແລະ ນັກກີລາຈໍານວນ 19 ນ້ອງ ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກການນໍາ, ພໍ່ແມ່ພີ່ນ້ອງ ແລະ ໝູ່ເພື່ອນ ລວມເຖິງແຟນບານມາຮ່ວມຢ່າງຫຼວງຫຼາຍ.
ພິເສດໃນພິທີ ທ່ານ ນາງ ວັນນາລີ ອ່ອນສະຫວັດ ປະທານບໍລິສັດ ເອວທີ ໂຊ ( LT Sole Co.,Ltd ) ໄດ້ມອບຄອມພິວເຕີໂນດບຸກ ຈໍານວນ 19 ໜ່ວຍມູນຄ່າ 100 ລ້ານກີບ ໂດຍ ນາງ ວັນນາລີ ໃຫ້ສໍາພາດວ່າ: ການມອບໂນດບຸກຄັ້ງນີ້ໃຫ້ກັບນັກກີລາ ກໍເປັນການຊົມເຊີຍຜົນງານ ແລະ ເພື່ອໃຫ້ນັກເຕະຈໍານວນ 19 ຄົນທີ່ເປັນນັກສຶກສາໄປຕໍ່ຍອດໃນການສຶກສາ ຄຽງຄູ່ກັບກີລາຕໍ່ໄປ. ແນ່ນອນຄັ້ງຕໍ່ໄປກໍມີແຜນຈະມອບສິ່ງດີໆ ແລະ ກໍາລັງໃຫ້ກັບນັກກີລາລາວ ເພື່ອເປັນແຮງກະຕຸ້ນໃຫ້ນ້ອງໆໄດ້ມີການພັດທະນາຕໍ່ໄປ.
ຂະນະດຽວກັບ ທ່ານ ນາງ ພູວັນ ສີມະໂນວົງ ຄະນະນຳທີມ ບານເຕະມະຫາວິທະຍາໄລລາວ ຄັ້ງນີ້ ໄດ້ໃຫ້ສໍາພາດວ່າ: ການແຂ່ງຂັນຄັ້ງນີ້ພວກເຮົາ ໄດ້ຮັບເຊີນຈາກເຈົ້າພາບ ໂດຍພວກເຮົາໄດ້ຄັດເລືອກເອົານັກກີລາລາວຈາກ 4 ມະຫາວິທະຍາໄລໃນລາວ ເຂົ້າຮ່ວມການແຂ່ງຂັນຄັ້ງນີ້ ກໍຖືວ່າເຮັດໄດ້ທີ່ດີທີ່ສຸດແຂ່ງຢູ່ 4 ນັດສາມາດຜ່ານເຂົ້າຮອບຊີງຊະນະເລີດ ກ່ອນເສຍໃຫ້ກັບ ທີມມະຫາວິທະຍາໄລແທັງຮວມ ກ່ອນຍາດໄດ້ທີ 2 ແນ່ນອນທາງຄະນະຈັດການແຂ່ງຂັນກໍໄດ້ລຸລ່ວງໄວ້ວ່າໃນປີໜ້າ ເພິ່ນຈະມີການກະກຽມຈະມີຄັ້ງທີ 2, ສ່ວນພວກເຮົາຈະມີການກະກຽມທີມໄວ້ແຕ່ເນີນໆເພື່ອເຂົ້າຮ່ວມອີກຄັ້ງໜຶ່ງ ແລະ ຕ້ອງຂໍຂອບໃຈຜູ້ສະໜັບສະໜູນຕ່າງໆທີ່ຊ່ວຍເຫຼືອພວກເຮົາຈົນສໍາເລັດພາລະກິດ.
ພິເສດງານນີ້ຍັງມີນາງງາມລາວ ມາຮ່ວມຕ້ອນຮັບ ແລະ ມອບດອກໄມ້ ລວມເຖິງຊ່ວຍມອບໂນດບຸກນໍາໂດຍ
1. ປີໃຫມ່ ສຸກສະຫວັນ ວົງຊົມພູ Miss Grand Laos 2024
2. ເຄວິນ ຊາມຸນຕີ Mister Universe Laos 2024
3. ລິນດາ ສິຣິໂສພາ ພິມມະໄກສອນ 1st Runner Up Miss Universe Laos 2024
4.ອາລິຍາ ສິລິໂສພາ Miss international Queen laos 2020
ຂ່າວຈາກ: Larh Creators