ທີມກູ້ຊີບກອງທັບປະຊາຊົນລາວ ເດີນທາງເຖິງເມືອງເຈົາແຊ ມຽນມາ

0
85

ວັນທີ 01 ເມສາ 2025 ນີ້, ກຳລັງກອງທັບປະຊາຊົນລາວ ນຳພາໂດຍ ທ່ານ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ, ຫົວໜ້າກອງເສນາ, ຜູ້ປະສານງານຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ພ້ອມດ້ວຍຄະນະ ແລະ ກຳລັງລວມທັງໝົດຈຳນວນ 33 ສະຫາຍ ໄດ້ເດີນທາງເຖິງເມືອງ ເຈົາແຊ, ແຂວງມັນດາເລ, ປະເທດມຽນມາ, ໂດຍການຕ້ອນຮັບຂອງ ທ່ານ ກອງມ່ຽນນາຍ ເຈົ້າເມືອງ ເມືອງເຈົາແຊ ພ້ອມຄະນະ.

May be an image of 4 people and text
ຈາກນັ້ນ, ຄະນະທັງສອງຝ່າຍໄດ້ປືກສາຫາລື, ແລກປ່ຽນຄວາມຄິດຮ່ວມກັນ ແລະ ລົງກວດກາເບິ່ງສະຖານທີ່ຖືກຜົນກະທົບຕົວຈິງ ເພື່ອພ້ອມກັນຄົ້ນຄວ້າ, ກວດກາເບິ່ງຄວາມເປັນໄປໄດ້ໃນການເຂົ້າກອບກູ້ ແລະ ຟື້ນຟູ ບັນດາຕຶກອາຄານທີ່ໄດ້ແຕກຫັກພັງທະລາຍຢູ່ຕາມຈຸດຕ່າງໆພາຍໃນເມືອງ. ນອກນີ້, ຄະນະຮັບຜິດຊອບທັງສອງຝ່າຍໄດ້ລົງປະສານສົມທົບກັບໂຮງໝໍທ້ອງຖິ່ນເພື່ອກວດກາສະຖານທີ່ບ່ອນຈັດວາງກໍາລັງທີມແພດສຸກເສີນຈາກກອງທັບປະຊາຊົນລາວເຂົ້າຊ່ວຍເຫຼືອປິ່ນປົວຜູ້ທີ່ໄດ້ຮັບບາດເຈັບຈາກເຫດການແຜ່ນດິນໄຫວໃນຄັ້ງນີ້.

No photo description available.
ທ່ານ ກອງມ່ຽນນາຍ ໄດ້ລາຍງານສະພາບຄວາມເສຍຫາຍ ຈາກເຫດການແຜ່ນດິນໄຫວ ຂອງເມືອງໂດຍຫຍໍ້, ເຊິ່ງເຫດການດັ່ງກ່າວ ໄດ້ເກີດຂຶ້ນໃນເວລາປະມານ 12 ໂມງ 58 ນາທີ ຂອງວັນທີ 28 ມີນາ ຜ່ານມາ (ຕາມເວລາໃນທ້ອງຖິ່ນ) ເຊິ່ງໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນຊາວມຽນມາ. ສະເພາະເມືອງເຈົາແຊ ມີປະຊາກອນທັງໝົດ 251,233 ຄົນ, ໄດ້ຮັບຜົນກະທົບ 2,356 ຄົນ, ຖືກບາດເຈັບ 450 ຄົນ, ເສຍຊິວິດ 172 ຄົນ. ມາຮອດປັດຈຸບັນແມ່ນສາມາດກອບກູ້, ຊ່ວຍເຫຼືອຜູ້ບາດເຈັບ ແລະ ເສຍຊີວິດ ອອກຈາກຕຶກອາຄານຖະຫຼົ່ມໄດ້ສຳເລັດ, ສ່ວນມູນຄ່າຄວາມເສຍຫາຍແມ່ນຍັງບໍ່ສາມາດປະເມີນຄ່າໄດ້.

May be an image of 9 people, segway, sleepwear and street
ຂ່າວ: ຫນັງສືພິມກອງທັບ

LEAVE A REPLY

Please enter your comment!
Please enter your name here