ໄດ້ແລ້ວ 5 ທີມຍິງ-4 ທີມຊາຍ ຊີງຄວາມເປັນໜຶ່ງໃນກີລາອີສະປອດ ປະເພດເກມ Mobile Legends ຄັດເລືອກສູ່ທີມຊາດລາວ ລຸຍຊີເກມ

0
89

ໄດ້ແລ້ວ 5 ທີມຍິງ – 4 ທີມຊາຍ ຊີງຄວາມເປັນໜຶ່ງໃນກີລາອີສະປອດ ປະເພດເກມ Mobile Legends ຄັດເລືອກສູ່ທີມຊາດລາວ ລຸຍຊີເກມ
ໃກ້ຈະຮູ້ແລ້ວວ່າທີມໃດ ຈະໄດ້ເປັນຕົວແທນທີມຊາດລາວ ເຂົ້າຮ່ວມການແຂ່ງຂັນໃນຊີເກມ 2025 ທີ່ປະເທດໄທ ໃນທ້າຍປີນີ້ ສໍາລັບກີລາອີສະປອດ ປະເພດເກມ Mobile Legends: Bang Bang ທັງທີມຍິງ ແລະ ທີມຊາຍ ຫຼັງຈາກທີ່ມີການແຂ່ງຂັນຮອບຄັດເລືອກ ຈົນຫຼ້າສຸດສາມາດໄດ້ 5 ທີມຍິງ ແລະ 4 ທີມຊາຍ ກຽມແຂ່ງຂັນຊີງຄວາມເປັນໜຶ່ງ ແລະ ໄດ້ໄປຢືນໃນ Slot ທີມຊາດລາວ ໂດຍຮອບ 4 ທີມຈະແຂ່ງຂັນລະຫວ່າງວັນທີ 4-5 ເມສາ 2025 ທີ່ສູນການຄ້າ ທົ່ງຂັນຄຳ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ໂດຍ 5 ທີມຍິງ ທີ່ຜ່ານເຂົ້າຮອບປະກອບມີ:
– NINE ESPORT
– 189 DOE
– LEON FEMINA
– NIIGHTMARE QUEENS
– KK NEO
ສ່ວນ 4 ທີມຊາຍທີ່ຜ່ານເຂົ້າຮອບ
– NINE ESPORT
– KK ESPORTS
– LEON ESPORTS
– DR EVOLUTION BETA
ສໍາລັບ ຮອບນີ້ຈະແຂ່ງຂັນແບບອ໊ອຟລາຍ ພາຍໃນສູນການຄ້າ ທົ່ງຂັນຄຳ ຈະມີຄະນະກໍາມະການ, ຝ່າຍຈັດການແຂ່ງຂັນ ແລະ ກອງເຊຍ ມາເຊຍກັນຢ່າງຫຼວງຫຼາຍ, ສ່ວນຮອບທີ່ຜ່ານໆມາແມ່ນແຂ່ງຂັນແບບອອນລາຍປະກອບຄູ່ແຂ່ງຂັນ.
ຂ່າວ: Larh Creators ; ຮູບຈາກ: Lao Esports Federation

LEAVE A REPLY

Please enter your comment!
Please enter your name here