ບໍລິສັດ ບໍ່ຄຳວັງຕັດ ມາຍນິງກຣຸບ ຈຳກັດ, ມອບໂຄງການກໍ່ສ້າງຫໍຫຼັກເມືອງ ແຂວງ ອັດຕະປື ໃຫ້ ອົງການປົກຄອງແຂວງ ອັດຕະປື, ຫລັງສໍາເລັດການກໍ່ສ້າງໂດຍຄວາມຈົບງາມ. ພິທີການມອບ-ຮັບ ໄດ້ມີຂື້ນ ໃນຕອນແລງຂອງວັນທີ 29 ມີນາ 2025, ທີ່ຫໍຫຼັກເມືອງ, ບ້ານ ຫວັດຫຼວງ, ເມືອງ ສາມັກຄີໄຊ, ແຂວງ ອັດຕະປື, ທ່າມກາງບັນຍາກາດອັນຄຶກຄື້ນ, ຄວາມເປັນສີຣິມຸງຄຸນຍິ່ງໃຫຍ່ ໃນການກຽມຄວາມພ້ອມງານສະເຫຼີມສະຫຼອງສົມໂພດຫໍຫຼັກເມືອງ, ເຂົ້າຮ່ວມ ໃນພິທີ ຝ່າຍສົງ ໂດຍໄດ້ຮັບຄວາມເມດຕາຈາກເຈົ້າຄະນະແຂວງ 4 ແຂວງພາກໃຕ້, ພຣະສົງ ຄະນະປະຈໍາສູນກາງ ອົງການພຸດທະສາດສະໜາສໍາພັນ (ອພສ) ລາວ, ພ້ອມດ້ວຍພຣະເຖຣາ, ນຸເຖຣະ, ຝ່າຍຄາຣະວາດ ມີ ທ່ານ ພົທ ວັນທອງ ເຈົ້າແຂວງອັດຕະປື, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງ, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງໆຈໍາປາສັກ, ບັນດາທ່ານການນໍາພັກ-ລັດ ຂັ້ນແຂວງ-ຂັ້ນເມືອງ, ອາດີດການນໍາ ພັກ-ລັດ, ທ່ານ ພົງໄຊໄຊຊະນະ ໄຊຍະເສນາ ປະທານບໍລິສັດ ວັງຕັດມາຍນິງກຼຸບ ຈໍາກັດ, ບັນດາທ່ານແຂກທີ່ຖືກເຊີນ ແລະ ມວນຊົນທີ່ເຂົ້າຮ່ວມ.
ໃນພິທີ ທ່ານ ບຸນເສີດ ເສດທິລາດ ຄະນະປະຈໍາພັກແຂວງ,ຮອງເຈົ້າແຂວງ ອັດຕະປື ໃຫ້ຮູ້ວ່າ: ຫໍຫຼັກເມືອງ: ແມ່ນປັດໄຈໜຶ່ງທີ່ມີຄວາມໝາຍຄວາມສຳຄັນ, ທີ່ບົ່ງບອກເຖິງຖິ່ນຖານພູມລຳເນົາ ແລະ ຄວາມເປັນເອກະລັກທາງດ້ານວັດທະນະທຳທ້ອງຖິ່ນ, ເປັນ ສູນລວມຍອດທາງດ້ານຈິດໃຈ ຂອງບັນດາເຜົ່າເວົ້າລວມ ເວົ້າສະເພາະ ຂອງຊາວແຂວງ ອັດຕະປື.
ໂຄງການກໍ່ສ້າງຫໍຫຼັກເມືອງແຫ່ງນີ້ ໄດ້ດໍາເນີນວາງສີລາລຶກແຕ່ວັນທີ 19 ກັນຍາ 2014 ເປັນຕົ້ນມາ, ມາຮອດປີ 2025 ເປັນເວລາ 11 ປີສໍາເລັດການກໍ່ສ້າງ, ຊຶ່ງມີມູນຄ່າກໍ່ສ້າງທັງໝົດ 17,2 ຕື້ກວ່າກີບ, ມີ 2 ໄລຍະການກໍ່ສ້າງຄື ໄລຍະທີ 1 ແມ່ນບໍລິສັດ ສະຫະກໍ່ສ້າງ ເປັນຜູ້ຈັດຕັ້ງປະຕິບັດ ແຕ່ປີ 2014-2023, ໄລຍະທີ 2 ແຕ່ປີ 2024-2025 ແມ່ນບໍລິສັດ ວັງຕັດມາຍນິງກຼຸບ ຈໍາກັດ ເປັນຜູ້ສືບຕໍ່ຈັດຕັ້ງປະຕິບັດ, ມີບໍລິສັດ ພອນຈະເລີນກໍ່ສ້າງ-ສ້ອມແປງເຄຫາສະຖານ ຈໍາກັດຜູ້ດຽວ ເປັນບໍລິສັດທີ່ປຶກສາໂຄງການ, ມີທີ່ປຶກສາດ້ານວິຈິດສິນ ຈາກອະດີດການນໍາຈາກກະຊວງຖະແຫຼງຂ່າວ, ວັັດທະນະທຳ ແລະ ທ່ອງທ່ຽວ.
ເສົາຫຼັກເມືອງເຮັດດ້ວຍຫີນອ່ອນປະໂກໄດ ຊຶ່ງຫີນດັ່ງກ່າວໄດ້ຮັບການປະກອບ ສ່ວນຈາກບໍລິສັດ ພັດທະນາຫີນປະເສີດ ລາວ-ຈີນ ທັງໝົດມີ ສາມກ້ອນ, ກ້ອນທີໜຶ່ງສ້າງເປັນເສົາຫຼັກເມືອງມີ ນ້ຳໜັກ 2,785 ກິໂລກຼາມ ຍາວ 170 ຊມ, ສ່ວນສອງກ້ອນຈະໄດ້ວາງໄວ້ເປັນທີ່ລະນຶກຢູ່ຈຸດສຳຄັນຂອງແຂວງ, ພາຍຫຼັ້ງບໍລິສັດໄດ້ປະກອບສ່ວນ ແລະ ມອບຮັບໃຫ້ແຂວງຄັ້ງ ວັນທີ 24 ທັນວາ 2024 ໄດ້ຈັດພິທີແພ່ເມດຕາທາງສາສະໜາພຸດ ແລະ ພິທີກໍາທ້ອງຖີ່ນ ຂໍຫີນອ່ອນປະໂກໄດ ຢູ່ພູກາງໂຮງ, ເມືອງພູວົງ ແລະ ຈັດພິທີມອບ-ຮັບຫີນດັ່ງກ່າວທັງ 3 ກອນ, ຈາກນັ້ນ ກໍໄດ້ດໍາເນີນການຝານຫີນກ້ອນທີ່ສ້າງເປັນຫໍຫຼັກເມືອງແປຮູບເປັນເສົາຫຼັກເມືອງ ຢູ່ທີ່ພູກາງໂຮງ ວັນທີ 18-19 ມັງກອນ 2025 ເປັນຮູບສີ່ລ່ຽມມີຂະໜາດໜ້າແຕ່ລະລ່ຽມລ່ຽມ 58 ຫາ 63 ຊັງຕີແມັດ, ມີນ້ຳໜັກ 1,500 ກິໂລກຼາມ ແລະ ວັນທີ 10 ກຸມພາ 2025 ໄດ້ຈັດພິທີເຄື່ອນຍ້າຍເສົາຫຼັກເມືອງ ຈາກພູກາງໂຮງ ເມືອງ ພູວົງມາສູ່ຫໍຫຼັກເມືອງ ແລະ ປະດິດສະຖານໄວ້ ທີ່ຫໍຫຼັກເມືອງແຫ່ງນີ້.
ວັນທີ 27 ກຸມພາ 2025 ໄດ້ສືບຕໍ່ຈັດພິທີຫຼອມເກດຫຼັກເມືອງ ຢູ່ທີ່ນະຄອນຫຼວງວຽງຈັນ ປະດັບດ້ວຍໂລຫະ ປະເພດຄໍາ 69 ບາດ, ເງິນ 3 ກິໂລ ແລະ ທອງແດງ 150 ກິໂລ, ພາຍໃນຫໍ ແລະ ອ້ອມຂ້າງເສົາ ແລະ ຕີນເສົາຫຼັກເມືອງ ໄດ້ຄວັດແກະສະຫຼັກ ມີເນື້ອໃນ ແລະ ຄວາມໝາຍຕິດພັນກັບວັດທະນະທຳ ແລະ ປະຫວັດສາດຂອງທ້ອງຖິ່ນແຂວງອັດຕະປືມາແຕ່ດັ້ງເດີມ ຊຶ່ງໄດ້ສ້າງພ້ອມຄູ່ກັບຫຼັກເມືອງອັດຕະປື, ເພື່ອໃຫ້ພໍ່ແມ່ພີ່ນ້ອງໄດ້ຮ່ວມສ້າງຫໍຫຼັກເມືອງ, ໄດ້ສຳຜັດກັບວັດຖຸມຸງຄຸນທີ່ຫາຢູ່ແຫ່ງອື່ນບໍ່ໄດ້ອີກແລ້ວ ທັງໄດ້ຮ່ວມການປົກປັກຮັກສາຄຸນຄ່າທາງດ້ານຈິດໃຈອັນສູງສົ່ງ, ຄວາມເປັນເອກະລັກທາງດ້ານວັດທະນະທໍາ ຂອງທ້ອງຖິ່ນແຂວງອັດຕະປື.
ໃນໂອກາດດຽວກັນ ທ່ານ ພົງໄຊໄຊຊະນະ ໄຊຍະເສນາ ປະທານ ບໍລິສັດ ວັງຕັດມາຍນິງກຼຸບ ຈໍາກັດ ກໍ່ໄດ້ຂື້ນມີຄໍ່ເກັນ ແລະ ກ່າວມອບ ໂຄງການກໍ່ສ້າງຫໍຫຼັກເມືອງແຫ່ງນີ້ ໃຫ້ອົງການປົກຄອງແຂວງ ຢ່າງເປັນທາງການ ໂດຍແມ່ນທ່ານ ພົທ ວັນທອງ ເປັນຜູ້ກ່າວຮັບ, ຈາກນັ້ນ ກໍ່ໄດ້ມີການຕັດແຖບຜ້າ, ປ່ອຍປຸ່ມເປົ້າ ແລະ ຕີຄ້ອງ 9 ບາດ, ສະແດງເຖີງຄວາມສໍາເລັດ ແລະ ເພື່ອເປັນສີລິມຸງຄຸນໃຫ້ແກ່ການມອບ-ຮັບໂຄງການກໍ່ສ້າງຫໍຫຼັກເມືອງຢ່າງເປັນທາງການ.
ຂອບໃຈຂ່າວຈາກ: ອັດຕະປື