SEC UNITED ສະໂມສອນບານເຕະລາວ ດືງ ພຸດທະໄຊ ໂຄຈະເລີນ ມາຮ່ວມພັດທະນາທີມ

0
98

ສະໂມສອນ SEC UNITED ສະໂມສອນບານເຕະໃນ ສປປ ລາວ ປະກາດຢ່າງເປັນທາງການເມື່ອວັນທີ 31 ມີນາ 2025 ວ່າ: ມີຄວາມຍິນດີຕ້ອນຮັບ “ນາກະຕະ” ພຸດທະໄຊ ໂຄຈະເລີນ ເຂົ້າສູ່ຄອບຄົວ SEC United “ສິງແຫ່ງຢູດາ – Lion King” ຢ່າງເປັນທາງການໃນຖານະ Coach & player.

ສໍາລັບ ເສັ້ນທາງການເປັນນັກເຕະຂອງ ພຸດທະໄຊ ເລີ່ມຈາກການເປັນນັກເຕະເຍົາວະຊົນ ທີ່ມາຈາກ ສະໂມສອນ ເອັສຣາ ນັບຕັ້ງແຕ່ປີ 2007 ຈົນເຖິງປີ 2014, ປີ 2015 ຫຼິ້ນໃຫ້ກັບ ສະໂມສອນ ຮ່ວາງແອ໋ງ ອັດຕະປື ເອັຟຊີ, ປີ 2016 ຫຼິ້ນໃຫ້ກັບ ສະໂມສອນ ລ້ານຊ້າງ ຢູໄນເຕັດ ພ້ອມພາທີມຄວ້າແຊັມ ລາວພຣີເມຍລີກ ແລະ ຮອງແຊັມ TOYOTA MEKONG CLUB CHAMPIONSHIP 2017 ກ່ອນທີ່ປີ 2018 ຈະຍ້າຍໄປຫຼິ້ນໃຫ້ກັບ ນະຄອນປະຖົມ ຢູໄນເຕັດ ທີມໃນໄທລີກ 2 ຈົນເຖິງປີ 2021 ກ່ອນຍ້າຍໄປຫຼິ້ນໃຫ້ກັບ ສະໝຸດປະການ ຊິຕີ້ ເອັຟຊີ ໄທລີກ 1 ແລະ ໄດ້ຮັບບາດເຈັບ ລວມເຖິງໄດ້ພັກແຂ່ງໄປດົນພໍສົມຄວນ ກ່ອນຈະກັບມາອີກຄັ້ງໃນປີ 2023 ຫຼິ້ນໃຫ້ກັບ ທັບຫຼວງ ຢູໄນເຕັດ ໃນປັດຈຸບັນ.
ຂ່າວ: Larh Creators

LEAVE A REPLY

Please enter your comment!
Please enter your name here