ປຶກສາຫາລືການສົ່ງເສີມ-ຟື້ນຟູປີ້ງໄກ່ລາດ ພື້ນເມືອງ ນາປົ່ງ ໃຫ້ກ້າວສູ່ຄຸນນະພາບໃໝ່

0
104
ກອງປະຊຸມ ປືກສາຫາລື ວຽກງານ ຂອງກຸ່ມລ້ຽງໄກ່ ແລະ ກຸ່ມຜູ້ຊື້ໄກ່ ກຸ່ມຮ້ານປີ້ງໄກ່ ຈັດຂຶ້ນໃນວັນທີ 31 ມີນາ 2025 ຢູ່ຫ້ອງວ່າການ ເມືອງຄົງເຊໂດນ ແຂວງສາລະວັນ, ພາຍໃຕ້ການເປັນປະທານຂອງ ທ່ານ ສະໄໝ ໂພທິສານ ເຈົ້າເມືອງຄົງເຊໂດນ ແລະ ທ່ານ ນາງ ສອນທິດາ ອຸນາພົນ ປະທານບໍລິສັດ ພັດທະນາ ແຫລ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ ຫລັກ40 ເມືອງປາກຊ່ອງ, ມີຮອງເຈົ້າເມືອງ ຜູ້ຕາງໜ້າຈາກ ຫ້ອງວ່າການເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ທະນາຄານ ສົ່ງເສີມກະສິກໍາ, ຫ້ອງການໂຍທາທິການແລະ ຂົນສົ່ງ, ຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ຫ້ອງການອຸດສະຫະກຳ ແລະ ການຄ້າ, ນາຍບ້ານໆນາປົ່ງພ້ອມດ້ວຍອົງການຈັດຕັ້ງບ້ານ ແລະ ຄອບຄົວ ຕົວແບບຜູ ລ້ຽງໄກ່ກຸ່ມຮ້ານຂາຍປີ້ງໄກ່ ລາດພື້ນເມືອງ ບ້ານນາປົ່ງ ເຂົ້າຮ່ວມ. ທັງນີ້ ກໍເພື່ອເປັນການຟື້ນຟູປີ້ງໄກ່ນາປົ່ງ ໃຫ້ກ້າວສູ່ຄຸນນະພາບໃໝ່. ພ້ອມນີ້, ຍັງເປັນການກະກຽມໃຫ້ແກ່ການຈັດງານ ເທສະການສະເຫລີມສະຫລອງ ປີ້ງໄກ່ນາປົ່ງ ຄົບຮອບ 107 ປີ ທີ່ຈະຈັດຂຶ້ນໃນວັນທີ 6 ເມສາ 2025 ທີ່ຈະມາເຖິງນີ້.
ໃນໄລຍະຜ່ານມາ, ປີ້ງໄກ່ສາມາດຂາຍໄດ້ 1.000 ພັນກວ່າໂຕ/ວັນ, ແຕ່ໃນປະຈຸບັນໄດ້ມີການສົ່ງເສີມ, ການປັບປຸງຜະລິດຕະພັນໄກ່ ລາດພື້ນເມືອງ ຈາກພາກລັດ ແລະ ບໍລິສັດພັດທະນສ ແຫຼ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ ຫຼັກ40 ເມືອງປາກຊ່ອງ ເຫັນໄດ້ວ່າ ມີການຊື້ຂາຍຢ່າງຄືກຄັກ ມາຮອດປະຈຸບັນ ໃນມື້ 1 ສາມາດ ຂາຍປີ້ງໄກ່ໄດ້ 3.000-3.500 ໂຕ. ດັ່ງນັ້ນ, ກອງປະຊຸມຄັ້ງນີ້ ຈຶ່ງໄດ້ເຫັນດີເປັນເອກະພາບກັນ ສ້າງກອງທຶນຂອງ ບ້ານ ໂດຍການເກັບ ຄ່າບໍລິການຄົວໄກ່ ທັງໄກ່ລາດ ແລະ ທຸກປະເພດ ໄກ່ ທີ່ນໍາມາ ຄົວຢູ່ນໍາກຸ່ມ ກຸ່ມປຸງແຕ່ງ ໃນລາຄາ 4.000 ກີບ.
ໃນນັ້ນ, ແບ່ງໃຫ້ເຂົ້າເປັນກອງທຶນຂອງບ້ານ 2.000 ກີບ ໂດຍໄດ້ມີການຈັດກອງປະຊຸມປືກສາຫາລື ກັບ 3 ໂຮງງານຄົວໄກ່ ກ່ຽວກັບການເກັບຄ່າບໍລິການດັ່ງກ່າວ; ໃຫ້ຫ້ອງການກະສິກຳປ່າໄມ້ເມືອງ ຂຽນແຜນສ້າງ ທະນາຄານວັກຊີນ, ເພື່ອສະໜອງໃຫ້ກຸ່ມລ້ຽງໄກ່ ອຸປະກອນ, ແຕ່ລະຂັ້ນຕອນ ແລ້ວປະສານກັບບໍລິສັດເພື່ອຄົ້ນຄວ້າ; ແຕ່ງຕັ້ງຄະນະກຳມະການໃນການປະກວດ ຊິມ ປີ້ງໄກ່ລາດນາປົ່ງແຊບ ເພື່ອຢັ້ງຢືນເອົາມາດຕະຖານ ແລະ ສູດປີ້ງໄກ່ໃຫ້ເປັນມາດຕະຖານດຽວ ໃຫ້ຜູ້ປະກອບການ; ຂໍການຢັ້ງຢືນ ລິຂະສິດປີ້ງໄກ່ ລາດພື້ນເມືອງ ນາປົ່ງ ທີ່ມີເນື້ອໃນວ່າ ມີໄສ້ກ້ຽວຕີ້ນ ແລະ ເຄື່ອງໃນໆໂຕ ໂດຍໃຫ້ຫ້ອງການອຸດສະຫະກຳແລະ ການຄ້າເປັນຜູ້ຈັດຕັ້ງປະຕິບັດ ແລະ ກຳນົດກຸ່ມຜູ້ລ້ຽງໄກ່ເພີ່ມໃໝ່ ໂດຍເອົາຜູ້ທີ່ເຮັດແທ້ທຳຈິງ ສ້າງໃຫ້ເປັນຕົວແບບ ຂອງແຕ່ລະບ້ານ ເພື່ອໃຫ້ພໍ່ແມ່ປະຊາຊົນ ຜູ້ລ້ຽງໄກ່ແບບພື້ນບ້ານ ມາຖອດຖອນບົດຮຽນ ກ້າວໄປເປັນການລ້ຽງແບບມີເຕັກນິກທັນສະໄໝເປັນກ້າວໆ

LEAVE A REPLY

Please enter your comment!
Please enter your name here