ເຈົ້າໜ້າທີ່ຕຳຫຼວດ 1000 ກວ່າຄົນພ້ອມປະປະຈຳການກວດກາຄວາມເປັນລະບຽບຮຽບຮ້ອຍໄລຍະປີໃໝ່ລາວ

0
78

ກົມຕຳຫລວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ກຽມພົນ 1000 ກວ່າຄົນກຽມພ້ອມປິຕິບັດໜ້າທີ່ປ້ອງກັນອຸບັດຕິເຫດທາງບົກຢູ່ 100 ກວ່າຈຸດ ໃນຂອບເຂດທົ່ວປະເທດ  ໂດຍຈະເນັ້ນໃສ່ ກວດຈັບຄວາມໄວ, ກວດທາດເຫລົ້າໃນລົມຫາຍໃຈ ຂອງນັກຂັບຂີ່, ການໃສ່ໝວກກັນກະທົບຂອງຜູ້ຂັບຂີ່ ແລະ ຜູ້ຊ້ອນທ້າຍ, ອຳນວຍຄວາມສະດວກໃຫ້ແກ່ການສັນຈອນຕາມເສັ້ນທາງສາມແຍກ, ສີ່ແຍກ, ແກ້ໄຂການຈະລາຈອນແອອັດໃຫ້ມີຄວາມສະດວກວ່ອງໄວ.

May be an image of 7 people, road and street
ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ, ກົມໃຫຍ່ຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ຮູ້ວ່າ: ໃນໄລຍະປີໃໝ່ລາວແຕ່ລະປີ ມີອຸບັດຕິເຫດເກີດຂຶ້ນເປັນຈຳນວນຫລວງຫລາຍ ເຮັດໃຫ້ຫຼາຍຄົນໄດ້ຮັບບາດເຈັບ ແລະສູນເສຍຊັບສິນ ແລະຊີວິດ ສະນັ້ນ ເພື່ອສະກັດກັ້ນການເກີດອຸບັດເຫດຈະລາຈອນທາງບົກ ໃນໄລຍະສະຫລອງປີໃໝ່ລາວ 11-17 ເມສາ 2025 ໃຫ້ມີຄວາມເບີກບານມ່ວນຊື່ນ, ເປັນຂະບວນຟົດຟື້ນ ປາສະຈາກຜົນເສຍຫາຍ ທາງດ້ານສຸຂະພາບ, ຊີວິດ, ຊັບສິນ.

May be an image of 2 people and text that says 'ยท2 PWT ฎูงล่าอ ภามจัดๆามสับปะดาแห่งจา ถ้ามถอามปอดโพทาฯ Road Safety Week 2025 Press Conference อับทำ 28 มิมา 2025 เพิ่งนู้จิด # ฉับล็ดล้า, ล๋จัดยิมยาว "STREET FOR LIFE # DRIVE SLOWER, ยุด 디스크림 አማማ 30'

ກົມຕຳຫລວດຈະລາຈອນ ຈະນໍາໃຊ້ເຈົ້າໜ້າທີ່ຕຳຫລວດຈະລາ ຈອນ ທັງໝົດ 1.172 ສະຫາຍ (ສະເພາະກົມຕຳຫລວດຈະລາຈອນ ມີ 60 ສະຫາຍ), ຈະຕັ້ງຈຸດກວດກາການບັງຄັບໃຊ້ກົດໝາຍ ແລະ ລະບຽບການກ່ຽວກັບຈະລາຈອນທາງບົກ ຈໍານວນ 143 ຈຸດ ຕາມເສັ້ນທາງຫລວງແຫ່ງຊາດ, ທາງຫລວງແຂວງ, ທາງຫລວງຂອງເມືອງ ແລະ ທາງໃນຕົວເມືອງ.

May be an image of 7 people and textແນວໃດກໍ່ຕາມ ດ້ວຍຄວາມເປັນຫ່ວງເປັນໃຍຕໍ່ຊີວິດ ແລະຊັບສິນຂອງພີ່ນ້ອງຊາວລາວບັນດາເຜົ່າ ທ່ານ ພັອ ຄໍາສອນ ສີດາວົງ ໄດ້ຮຽກຮ້ອງເຖິງຜູ້ໃຊ້ລົດໃຊ້ຖະໜົນຈົ່ງປະຕິບັດຕາມກົດຈະລາຈອນ, ລະບຽບກົດໝາຍ ແລະ ແຈ້ງການຂອງອຳນາດການປົກຄອງທ້ອງຖິ່ນ ທີ່ໄດ້ກໍານົດໄວ້ຢ່າງເຂັ້ມງວດ, ໃຫ້ມີສະຕິໃນການຂັບຂີ່, ດຶ່ມແລ້ວຫ້າມຂັບລົດ, ການນຳໃຊ້ຄວາມໄວ ໃນທາງຫລວງນອກຕົວເມືອງ ໃຫ້ປະຕິບັດຕາມປ້າຍທີ່ໄດ້ກໍານົດໄວ້ຢ່າງເຄັ່ງຄັດ, ສຳ ຄັນໃນເຂດຕົວເມືອງ ແລະ ຊຸມຊົນ ບໍ່ເກີນ 40 ກິໂລແມັດຕໍ່ຊົ່ວໂມງ ເພື່ອຊ່ວຍຫລຸດຜ່ອນການເກີດອຸບັດເຫດຕາມທາງຫລວງ ກໍ່ຄືຫຼຸດຜ່ອນຄວາມຮຸນແຮງຫາກເກີດອຸບັດຕິເຫດໃນລະຫວ່າງການຂັບຂີ່.

LEAVE A REPLY

Please enter your comment!
Please enter your name here