ທີມບານເຕະມະຫາວິທະຍາໄລລາວ ຮອງແຊ້ມໄດ້ຮັບການຕ້ອນຮັບຈາກ ມະຫາວິທະຍາໄລ ກິວລອງ

0
80

ທີມບານເຕະມະຫາວິທະຍາໄລລາວ ໄດ້ຮັບການຕ້ອນຮັບຈາກມະຫາວິທະຍາໄລ ກິວລອງ ແຂວງວີງລອງ ສສ ຫວຽດນາມ ເພື່ອແລກປ່ຽນບົດຮຽນ ແລະ ຊົມເຊີຍຜົນງານຮອງແຊ້ມ ເຕະບານມະຫາວິທະຍາໄລສາກົນ ຄັ້ງທີ I ເມື່ອວັນທີ 31 ມີນາ 2025 ທີ່ມະຫາວິທະຍາໄລ ກິວລອງ ແຂວງວິງລອງ ສສ ຫວຽດນາມ ໄດ້ມີພິທີຕ້ອນຮັບທີມບານເຕະມະຫາວິທະຍາໄລລາວ ຮອງແຊ້ມການແຂ່ງຂັນເຕະບານນັກສຶກສາມະຫາວິທະຍາໄລສາກົນ ຄັ້ງທີ I ພາຍໃຕ້ການນຳພາທີມຂອງທ່ານ ລອນພັນ ເພົາດາວັນ ຜູ້ຮັບຜິດຊອບວຽກງານວັດທະນາທຳ ແລະ ນັກສຶກສາ ຂອງກົງສູນລາວ ປະຈຳນະຄອນໂຮ່ມິຈີນ ສສ ຫວຽດນາມ; ທ່ານ ນາງ ພູວັນ ສີມະໂນວົງ ຄະນະນຳທີມ ພ້ອມດ້ວຍຄະນະຄູຝຶກ ແລະ ນັກກິລາ; ໃຫ້ກຽດຕ້ອນຮັບໂດຍ ທ່ານ ປອ ຫງຽນ ແທງ ຢຸງ ຮອງຜູ້ອຳນວຍການມະຫາວິທະຍາໄລ ກິວລອງ, ທ່ານ ຫງຽນ ວັນ ແທງ ຮອງຜູ້ອຳນວຍການມະຫາວິທະຍາໄລ ກິວລອງ ແຂວງວິງລອງ ສສ ຫວຽດນາມ ພ້ອມດ້ວຍຄະນະ, ຄູ-ອາຈານ ແລະ ນັກສຶກສາ-ນັກກິລາບານເຕະ ເຂົ້າຮ່ວມຢ່າງພ້ອມພຽງ.
ຂະນະທີ່ ທ່ານ ປອ ຫງຽນ ແທງ ຢຸງ ຮອງຜູ້ອຳນວຍການມະຫາວິທະຍາໄລ ກິວລອງ ກໍ່ໄດ້ກ່າວຕ້ອນຮັບ ແລະ ຊົມເຊີຍຜົນງານຂອງທີມມະຫາວິທະຍາໄລລາວ ໃນລາຍການແຂ່ງຂັນມື້ວານນີ້ ທີ່ຫລີ້ນໄດ້ສົມສັກສີ ເຖີງແມ່ນວ່າ ຈະໄດ້ພຽງຮອງແຊ້ມກໍ່ຕາມ, ພ້ອມກັນນັ້ນ ທ່ານຍັງໄດ້ລາຍງານສະພາບລວມ ແລະ ແນະນຳສາຂາຮຽນຂອງມະຫາວິທະຍາໄລກິວລອງ ໃນສາຍຜົວພັນຂອງ ຫວຽດນາມ-ລາວ ລາວ-ຫວຽດນາມ ແລະ ພວກເຮົາຍີນດີຕ້ອນຮັບຄະນະແລະນັກກິລາມະຫາວິທະຍາໄລຂອງ ສປປ ລາວ.
ພ້ອມກັນນັ້ນ, ທາງມະຫາວິທະຍາໄລກິວລອງ ຍັງໄດ້ມອບເຄື່ອງໃຫ້ຄະນະ ແລະ ນັກກິລາ ທັງໝົດ ລວມມູນຄ່າ ດົງ ແລະ ຍັງໄດ້ມີການຈັດກິດຈະກຳເຕະບານລະຫວ່າງນັກສຶກສາທັງ 2 ມະຫາວິທະຍາໄລ ນຳອີກ.
ສໍາລັບ ທີມບານເຕະມະຫາວິທະຍາໄລລາວ ສ້າງຜົນງານໂດດເດັ່ນຄວ້າອັນດັບ 2 ຫຼັງເສຍໃຫ້ທີມ ມະຫາວິທະຍາໄລ ແທັງຮວາ ທີມຈາກຫວຽດນາມ ເຈົ້າພາບ 1-2 ໃນນັດຊີງຊະນະເລີດ ການແຂ່ງຂັນເຕະບານນັກສຶກສາມະຫາວິທະຍາໄລສາກົນ ຄັ້ງທີ I ເມື່ອວັນທີ 31 ມີນາ 2025 ລາຍລະອຽດຜົນງານເບິ່ງທີ່ວີດີໂອລຸ່ມນີ້:

 

ຂ່າວຈາກ: ອໍາໄພວັນ ຈັນທະລາວົງ

LEAVE A REPLY

Please enter your comment!
Please enter your name here