ກະຊວງ ອຄ ເປີດຊຸດຮຽນ ທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນຊຸດທີ II ໃຫ້ສະມາຊິກພັກ-ພະນັກງານ

0
123

ພິທີເປີດຊຸດຮຽນ ທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ ໄລຍະ 3 ເດືອນ ຊຸດທີ II ໃຫ້ສະມາຊິກພັກ-ພະນັກງານອ້ອມຂ້າງ ກະຊວງ ອຄ  ໄດ້ຈັດຂຶ້ນ ໃນວັນທີ 31 ມີນາ 2025  ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງ ອຄ,  ທ່ານ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມີສະຫາຍ ເລຂາ ຮອງເລຂາ ຜູ່ຕ່າງໜ້າ ໜ່ວຍພັກຫ້ອງການ, ກົມ ສໍານັກງານ, ສະຖາບັນ, ສຄອຊ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ,  ພະນັກ ງານຄູ-ອາຈານເຂົ້າຮ່ວມ.

ສາລັບ ເປົ້າໝາຍພະນັກງານ ບໍາລຸງທິດສະດີການເມືອງ ການປົກຄອງ ມີ 40 ສະຫາຍ, ຍິງ 14 ສະຫາຍ ເຊິ່ງຈັດໃນລະຫວ່າງ ວັນທີ 30 ມີນາ -31 ມິຖຸນາ 2025 ຈຸດປະສົງ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດ  ແລະ ຄວາມເຂົ້າໃຈໃຫ້ຖືກຕ້ອງກ່ຽວກັບທິດສະດີມາກ-ເລນິນ , ແນວທາງການປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ ກໍຄືການສືບຕໍ່ສ້າງ ແລະ ເສີມຂະຫຍາຍລະບອບ ປະຊາທິປະໄຕປະຊາຊົນ ຕາມເສັ້ນທາງສັງຄົມນິຍົມ ຂອງພັກເຮົາກໍານົດໄວ້, ເພື່ອຍົກລະດັບຄວາມຮູ້ ເຂົ້າໃຈເລີກເຊິ່ງກ່ຽວກັບຄາດໝາຍສູ້ຊົນ  ແລະ ທິດທາງໜ້າທີ່ຈຸດສຸມ ໃນແຕ່ລະດ້ານຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດສັງຄົມແຫ່ງລັດຄັ້ງທີ 9 ໃຫ້ປະກົດຜົນເປັນຈິງ

ທ່ານ ມະໂນທອງ ວົງໄຊ ກ່າວວ່າ: ການເຂົ້າຮ່ວມ ຊຸດຮຽນ ຄັ້ງນີ້ແມ່ນການສ້າງໂອກາດທີ່ດີໃຫ້ແກ່ບັນດາສະຫາຍ ໄດ້ປັບປຸງຄວາມຮູ້ພື້ນຖານທາງດ້ານທິດສະດີປະຕິວັດ ແລະ ທາງດ້ານການເມືອງແນວຄິດ, ທັດສະນະຊົນຊັ້ນ ກຳມະກອນ; ເພີ່ມທະວີເຊື່ອໝັ້ນຕໍ່ອຸດົມການຂອງພັກ,ເປັນເອກະພາບສູງນຳແນວທາງຂອງພັກ,ເດັດດ່ຽວຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ, ສ້າງຄວາມກ້າຫານ ແລະ ກ້າປັບປຸງແກ້ໄຂຄວາມຮັບຮູ້, ຄວາມ ເຂົ້າໃຈທີ່ບໍ່ຖືກຕ້ອງ ແລະບໍ່ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍແລະລະບຽບການ ຕ່າງໆຂອງລັດ

ຕ້ອງກຳແໜ້ນທິດນຳທີ່ວ່າ ທິດສະດີຕ້ອງຕິດພັນກັບພຶດຕິກໍາຕົວຈິງ, ເພາະວ່າພຶດຕິກໍແມ່ນມາດຖານສັດຈະທໍາ, ຮຽນຮູ້ເຊື່ອມຊືມແນວທາງແຜນນະໂຍບາຍຂອງພັກ ຕ້ອງຕິດພັນກັບການຮູ້ຜັນ ຂະຫຍາຍໃຫ້ສອດຄ່ອງ ໂດຍອີງໃສ່ຫຼັກມູນທິດສະດີ ແລະ ການຖອດຖອນບົດຮຽນຈາກພຶດຕິກຳຕົວຈິງ, ເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນ;ຕ້ອງຖືສໍາຄັນການໃຈ້ແຍກບັນຫາຕ່າງໆຢ່າງເລິກເຊິ່ງ ແລະ ມີວິທີແກ້ໄຂຢ່າງເໝາະສົມ,ເອົາໃຈໃສ່ຄົ້ນຄວ້າດ້ວຍຕົນເອງ, ແລກປ່ຽນບົດຮຽນລະຫວ່າງສຳມະນາກອນ ແລະ ວິທະຍາກອນ.

 

LEAVE A REPLY

Please enter your comment!
Please enter your name here