ກຽມລຸ້ນ ບານເຕະຍິງທີມຊາດລາວ ລຸຍບານເຕະຍິງຊີງແຊັມອາຊີ ຮອບຄັດເລືອກ 2026

0
79

ທີມບານເຕະຍິງລາວ ຊຸດໃຫຍ່ ກຽມລຸຍການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮອບຄັດເລືອກ 2026 ( AFC Women’s Asian Cup 2026 Qualifiers ) ໃນເດືອນມິຖຸນາ 2025 ໂດຍຖືກຈັບຢູ່ໃນກຸ່ມ F ຮ່ວມກັບ ອຸດສະເບກິດສະຖານ ( ເຈົ້າພາບຮອບຄັດເລືອກ ), ເນປານ ແລະ ສີລັງກາ.

ເມື່ອທ້າຍອາທິດທີ່ຜ່ານມາ ສຳນັກງານໃຫຍ່ ສະຫະພັນບານເຕະອາຊີ ໄດ້ມີການຈັບສະຫລາກ ການແຂ່ງຂັນບານເຕະ ຍິງຊີງແຊັມອາຊີ ຮອບຄັດເລືອກ 2026 ໂດຍມີທີມເຂົ້າຮ່ວມທັງຫມົດ 34 ທີມ ແບ່ງອອກເປັນ 8 ກຸ່ມ ຄັດເອົາອັນດັບ 1 ແຕ່ລະກຸ່ມ ຜ່ານເຂົ້າຮອບສຸດທ້າຍ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຈຳນວນ 4 ທີມ ເຊິ່ງຮອບສຸດທ້າຍຈະຈັດຂຶ້ນໃນປີ 2026 ຢູ່ທີ່ປະເທດ ອົສຕຣາລີ ໂດຍມີທີມທີ່ຜ່ານເຂົ້າຮອບໄປລໍຖ້າໃນຮອບສຸດທ້າຍປະກອບມີ ອົສຕຣາລີ ( ເຈົ້າພາບ ), ຍີ່ປຸ່ນ, ສປ ຈີນ ແລະ ສ.ເກົາຫຼີ.

ຜົນການຈັບສະຫຼາກ ທີມບານເຕະ ຍິງທີມຊາດລາວ ຢູ່ ກຸ່ມ F ຮ່ວມກັບ ອຸດເບກິດສະຖານ ( ເຈົ້າພາບ ຮອບຄັດເລືອກ ), ເນປານ, ລາວ ແລະ ສີລັງກາ ໂດຍຈະແຂ່ງຂັນໃນລະຫວ່າງ ວັນທີ 23 ມິຖຸນາ ຫາ 5 ກໍລະກົດ 2025. ທີມບານເຕະຍິງ ທີມຊາດລາວ ແມ່ນຈະເກັບຕົວຝຶກຊ້ອມໃນໄລຍະທີ 1 ວັນທີ່ 30 ມີນາ ຫາ 11 ເມສາ 2025 ຢູ່ທີ່ສູນຝຶກ ສະຫນາມກິລາແຫ່ງຊາດຫຼັກ 16.

ຕາຕະລາງການແຂ່ງຂັນ ທີມຊາດລາວ ໃນຮອບຄັດເລືອກກຸ່ມ F ທີ່ປະເທດອຸດສະເບກິດສະຖານ ມີດັ່ງນີ້:
– ນັດທີ 1 ທີມຊາດເນປານ ພົບ ທີມຊາດລາວ ແຂ່ງຂັນໃນວັນທີ 29 ມິຖຸນາ 2025
– ນັດທີ 2 ທິມຊາດລາວ ພົບ ທີມຊາດອຸດເບກິດສະຖານ ແຂ່ງຂັນໃນວັນ 2 ກໍລະກົດ 2025
– ນັດທີ 3 ທີມຊາດລາວ ພົບ ທີມຊາດສີລັງກາ ແຂ່ງຂັນໃນວັນທີ 5 ກໍລະກົດ 2025

LEAVE A REPLY

Please enter your comment!
Please enter your name here