ສໍາເລັດໄປຢ່າງຈັບງານສໍາລັບງານເດີນແບບຄັ້ງໃຫຍ່ ໃນງານ Z Fashion Show 2025 ໂດຍມີເຖິງ 6 ແບນຊັ້ນນໍາທີ່ໄດ້ຮ່ວມໃນງານຄັ້ງນີ້ ໂດຍມີນາງງາມ, ນັກເດີນແບບ, ສີລະປິນ ແລະ ນັກແດງລາວ ທີ່ມີຊື່ສຽງຮ່ວມເດີນແບບໃນງານຄັ້ງນີ້ຢ່າງຍິ່ງໃຫຍ່ ໃນຄໍ່າຄືນຂອງວັນທີ 29 ມີນາ 2025 ທີ່ສູນການຄ້າ ພາກຊັນ ນະຄອນຫຼວງວຽງຈັນ ສປປ ລາວ.
ງານດັ່ງກ່າວໃຫ້ກຽດເປັນປະທານໂດຍ ທ່ານ ບິວ ຄໍາມົງຄຸນ ( Bill Khammoungkhoun ) ປະທານຈັດງານ Z Fashion Show 2025 ພ້ອມດ້ວຍຜູ້ສະໜັບສະໜູນອື່ນໆ, ນັກເດີນແບບ, ນັກຮ້ອງ, ນາງງາມ, ສີລະປິນ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານ ບິວ ຄໍາມົງຄຸນ ປະທານຈັດງານ Z Fashion Show 2025 ກ່າວເປີດງານວ່າ: ການຈັດງານຄັ້ງນີ້ເປັນປີທີ 2 ແລ້ວ ຫຼັງຈາກຈັດຄັ້ງທໍາອິດໃນປີທີ່ຜ່ານມາ ແລະ ປີນີ້ຈັດໃຫຍ່ຂຶຶ້ນກວ່າປີທໍາອິດ ພ້ອມທັງຍັງມີຜູ້ເຂົ້າຮ່ວມຫຼາຍ ແລະ ຮູ້ສຶກອົບອຸ່ນ ຂໍຂອບໃຈທຸກຄົນບໍ່ວ່າຈະເປັນໝູ່ຄູ່, ເພື່ອນຮ່ວມວົງການ ແລະ ຜູ້ສະໜັບສະໜຸນອື່ນໆ ລວມເຖິງຜູ້ຊົມຜູ້ເຊຍ ໄດ້ເຂົ້າມາຮ່ວມງານຄັ້ງເຮັດໃຫ້ງານຄັ້ງນີ້ເກີດຂຶ້ນໄດ້ກໍຄື ຜູ້ສະໜັບໜູນ, ນ້ອງໆດີຊາຍເນີ ແລະ ນັກເດີນແບບທຸກທ່ານ ລວມເຖິງມີເດຍພາດເນີ ແລະ ທຸກໆທ່ານທີ່ໄດ້ຮ່ວມກັນເປັນສ່ວນໜຶ່ງໃນຄັ້ງນີ້.
ເຊິ່ງ 6 ແບນທີ່ນໍາເອົາແຟຊັນມາສະແດງໃນຄັ້ງນີ້ປະກອບ: Omme 20 ຊຸດ, JATAVA 20 ຊຸດ, PAMAI 20 ຊຸດ, THAVETH 10 ຊຸດ, ANNITA Studios 20 ຊຸດ ແລະ DADA Fashion Hmong 20 ຊຸດ ພ້ອມທັງ ບັນດາສະປອນເຊີ ຢ່າງ ແບຣນ PHRAYA, Blend 285, ຄລີນິກຄວາມງາມ newseoul, LaochaloensinLedLigthSound ແລະ MNV ຮ່ວມໃນງານ.
ສ່ວນນັກເດີນແບບມາຄັ້ງນີ້ນໍາໂດຍ ປ່າເຢັ້ງຊາ ລໍ່ Miss Universe Laos 2022, ນັດດາວ ນັກຮ້ອງ ແລະ ນັກຮ້ອງນັກສະແດງ ລວມເຖິງນັກເດີນແບບຢ່າງຫຼາຍເຂົ້າຮ່ວມຢ່າງຍິ່ງໃຫຍ່.
ຂ່າວ: Larh Creators