ແຕ່ງຕັ້ງຄະນະທີ່ປຶກສາ ແລະ ຄະນະບໍລິຫານງານ ສະມາຄົມນັກທຸລະກິດຮ້ານອາຫານລາວ-ເບຍລາວ

0
133

ສະມາຄົມນັກທຸລະກິດຮ້ານອາຫານລາວ-ເບຍລາວ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ 12 ທີ່ຫ້ອງປະຊຸມໃຫຍ່ ຮ້ານອາຫານ ສາຍໃຈ ເມື່ອວັນທີ 28 ມີນາ 2025 ໂດຍໄດ້ມີການແຕ່ງຕັ້ງຄະນະທີ່ປຶກສາຈໍານວນ 4 ທ່ານ ແລະ ຄະນະບໍລິຫານງານ ສະມາຄົມນັກທຸລະກິດຮ້ານອາຫານລາວ ຊຸດໃໝ່ ໃຫ້ກຽດເປັນປະທານໂດຍ ທ່ານ ຄໍາແພງ ເພົ້າບົວວົງ ປະທານສະມາຄົມນັກທຸລະກິດຮ້ານອາຫານລາວ-ເບຍລາວ, ທ່ານ ອູ່ຊ້າງ ແສງທອງ ຜູ້ຈັດການຂາຍທົ່ວປະເທດ ບໍລິສັດເບຍລາວ ຈໍາກັດ ພ້ອມດ້ວຍຄະນະ ແລະ ສະມາຊິກ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ຄໍາແພງ ເພົ້າບົວວົງ ປະທານສະມາຄົມນັກທຸລະກິດຮ້ານອາຫານລາວ-ເບຍລາວ ກ່າວລາຍງານວ່າ: ກອງປະຊຸມ ໃຫຍ່ຄັ້ງທີ 12 ຂອງສະມາຄົມນັກທຸລະກິດຮ້ານອາຫານລາວ-ເບຍລາວ ໃນນະຄອນຫຼວງວຽງ ຈັນ ນີ້ໄຂຂື້ນທ່າມກາງບັນຍາກາດທົ່ວພັກ ທົ່ວລັດ ກໍາລັງສຸມໃສ່ປະຕິບັດວຽກງານວາລະແຫ່ງຊາດ ຄືການແກ້ ໄຂບັນຫາເສດຖະກິດການເງິນເຟີ ແລະ ແກ້ໄຂບັນຫາມົນລະພິດທາງສຽງ, ແກ້ໄຂບັນຫາຢາເສບຕິດທີ່ພວມ ແຜ່ຂະຫຍາຍຢ່າງກ້ວາງຂວາງ ພ້ອມນັ້ນພາກລັດຍັງເປີດປີທ່ອງທ່ຽວແຫ່ງຊາດອີກ.

ທ່ານ ກ່າວອີກວ່າ: ເລີ່ມຕົ້ນປີ 2024 ຜູ້ປະກອບການຮ້ານອາຫານເວົ້າລວມ, ເວົ້າສະເພາະສະມາຄົມນັກທຸລະກິດຮ້ານອາຫານ ລາວ-ເບຍລາວ ໄດ້ຮັບຜົນກະທົບຈາກຫຼາຍປັດໃຈ ໂດຍສະເພາະຜົນກະທົບໃນແງ່ລົບຕົ້ນທຶນວັດຖຸດິບແພງຂຶ້ນ – ລາຄາວັດຖຸດິບສະເພາະເນື້ອສັດແລະ ສິ້ນຄ້ານນໍາເຂົ້າ(imported ingredients) ແພງຂຶ້ນ ເຮັດໃຫ້ຕົ້ນທຶນສູງແຮງງານຂາດແຄນ – ຜູ້ປະກອບການບາງຄົນຫາພະນັກງານຍາກໂດຍສະເພາະໃນສາຍງານຄົວພຶດຕິກຳຜູ້ບໍລິໂພກປ່ຽນໄປ – ຜູ້ຄົນໃຊ້ບໍລິການdelivery ຫຼາຍຂຶ້ນ ສົ່ງຜົນໃຫ້ຮ້ານອາຫານທີ່ເປັນພື້ນຖານມີ ຄວາມທ້າທາຍໃນການດຶງດູດລູກຄ້າສະຫຼຸບ ຄົນທີ່ປັບຕົວໄດ້ດີ ມີລະບົບ delivery, marketing online, ແລະການບໍລິຫານຕົ້ນທຶນ ຍັງສາມາດ ເຕີບຕົວໄດ້, ແຕ່ຄົນທີ່ບໍ່ມີຄວາມພ້ອມຈະປະສົບຄວາມທ້າທາຍໃໝ່. ເຖິ່ງຢ່າງໃດກໍ່ຕາມສະມາຄົມນັກທຸລະກິດຮ້ານອາຫານລາວ ກໍ່ບໍ່ໄດ້ລົດລະສືບຕໍ່ເຄື່ອນໄຫວໂຄງການຕ່າງໆທີວ່າງສໍາເລັດໄປຈຳນວນໜຶ່ງ ຕະຫຼອດໄລຍະ 01 ປີ ຜ່ານມາ ເຊິ່ງໄດ້ຮັບການສະໜັບສະໜູນຫຼັກ ຈາກບໍລິສັດເບຍ ລາວ ຈຳກັດ ຮ່ວມກັບຝ່າຍການຂາຍ ແລະ ການຕະຫຼາດຂອງບໍລິສັດເບຍລາວ. ຈຳກັດ ເຮັດໃຫ້ສະມາຊິກສະມາຄົມ ນັກທຸລະກິດຮ້ານອາຫານລາວ ມີຂັວນກຳລັງໃຈໃນການຜ່ານຜ່າວິກິດການຄັ້ງນີ້ ພ້ອມນັ້ນສາມາດເຄື່ອນໄຫວ ກິດຈະກຳຕ່າງໆທີຈັດຂື້ນ ພິເສດ ກິດຈະກຳທ່ອງທ່ຽວອອນທົ່ວຕ່າງປະເທດ ແລະ ຕ່າງແຂວງ ເປັນຂະບວນການຟົດ ຟືນ ເຊິ່ງສະແດງອອກໃນການເຄື່ອນໄຫວປະຈໍາປີ 2024 ຜ່ານມາ.

ນອກນັ້ນ, ພວກເຮົາກໍມີຫຼາຍວຽກງານພົ້ນເດັ່ນ ໂດຍສະເພາະ ວຽກງານຊ່ວຍເຫຼືອສັງຄົມ: ມອບເຄື່ອງຊ່ວຍເຫຼືອໃຫ້ໂຮງຮຽນ ມັດທະຍົມຕອນຕົ້ນ ໂພນສີ ເມືອງປາກກະດິງ ແຂວງຄໍາມ່ວນ ທີ່ຍັງ ຂາດເຂີນອຸປະກອນການສຶກສາ ຕຳລາຮຽນ ໃຫ້ແກ່ນັກຮຽນ ອຸປະກອນກິລາໃຫ້ນັກຮຽນສາມາດສ້າງກິດຈະກຳ ຮ່ວມກັນ ໃຫ້ນັກຮຽນ ແຂ່ງແຮງ ແລະ ຫ່າງໄກຢາເສບຕິດ ລວມມູນຄ່າທັງໝົດ ອຸປະກອນກິລາ ແລະ ອຸປະກອນສຶກສາ = 8.099.000 ກີບ
ເພື່ອເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ຈັດຕັ້ງປະຕິບັດແນວທາງປ່ຽນແປງໃຫມ່ ຮອບດ້ານ ທີ່ມີບໍລິສັດເບຍລາວ ຈຳກັດ ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງມາ ມີຄວາມເຂັ້ມແຂງ ສາມາດແຂ່ງຂັນ ກັບເບຍຄູ່ແຂ່ງ ບັນດາຮ້ານອາຫານອື່ນໆ ທີ່ບໍ່ແມ່ນບັດເນີເບຍລາວ ທີ່ບໍ່ຂຶ້ນກັບບໍລິສັດເບຍລາວ ຈຳກັດ, ສະນັ້ນ ພວກເຮົາຕ້ອງພ້ອມກັນເປັນຈິດໜຶ່ງໃຈດຽວ, ຮ່ວມແຮງສ້າງພະລັງອັນແຮງກ້າ ເພື່ອສ້າງຄວາມສາມະຄີພາຍໃນ ສະມາຄົມ ໃຫ້ມີການປຶກສາຫາຫລືໃຫ້ຫລາຍຂຶ້ນ ໂດຍຖືເອົາວຽກງານການສົ່ງເສີມການຂາຍຜະລິດຕະພັນບໍລິສັດ ເບຍລາວໃຫ້ຫຼາຍຂຶ້ນ ຖືເອົາການປະຊຸມຮ່ວມກັນເດືອນລະຄັ້ງ, ສືບຕໍ່ ສ້າງກິດຈະກຳກິລາ, ສືບຕໍ່ຊ່ວຍເຫຼືອສັງຄົມ ໃຫ້ຮັບຮູ້ສະມາຄົມຂອງພວກເຮົາໃຫ້ຫຼາຍຂຶ້ນ ສະນັ້ນເພື່ອກ້າວໃຫ້ທັນບຸກສະໄໝແລະສອດຄ່ອງກັບນະໂຍບາຍ ປ່ຽນແປງໃໝ່ໃຫ້ສົມກັບວ່າ ສະມາຄົມນັກທຸລະກິດຮ້ານອາຫານລາວ-ເບຍລາວ.

ສ່ວນແຜນການໃນປີ 2025-2026 ພວກເຮົາມີດັ່ງນີ້:
1.1. ຍົກລະດັບຄຸນນະພາບແລະມາດຕະຖານຂອງຮ້ານອາຫານໃນ ສນຮລ
* ພັດທະນາຄຸນນະພາບແລະມາດຕະຖານຮ້ານອາຫານສ້າງເຄືອຂ່າຍຄວາມຮ່ວມມືລະຫວ່າງຜູ້ປະກອບ ການໃນວົງການອາຫານ ແລະ ເຄື່ອງດື່ມ
* ສົ່ງເສີມແລະປົກປ້ອງຜົນປະໂຫຍດຂອງສະມາຊິກສະມາຄົມ
* ຂະຫຍາຍແຜນການພັດທະນາທີ່ເປັນມິດກັບສິ່ງແວດລ້ອມ.
* ຂະຫຍາຍການຄ້າແລະສ້າງໂອກາດໃໝ່ໃຫ້ສະມາຊິກ
ສົ່ງເສີມການນໍາໃຊ້ສິນຄ້າແລະວັດຖຸດິບທ້ອງຖິ່ນ
1.2. ສ້າງເຄືອຂ່າຍ ການຮ່ວມມືລະຫວ່າງສະມາຊິກ

* ພັດທະນາຄວາມຮ່ວມມືລະຫວ່າງສະມາຊິກພ້ອມສົ່ງເສີມການແລກປ່ຽນຄວາມຮູ້
ຈັດຕັ້ງງານປະຊຸມແລະບຸກບັນດາສະມາຊິກພື່ອຊ່ວຍກັນຍົກລະດັບທຸລະກິດ
1.3. ສົ່ງເສີມທຸລະກິດທີ່ເປັນມິດກັບສິ່ງແວດລ້ອມ
* ສົ່ງເສີມການນໍາໃຊ້ສິນຄ້າທີ່ປ່ອນໃຈສິ່ງແວດລ້ອມ
* ຜ່ອນຜັນການນໍາໃຊ້ພາສະພາສຕິກແລະຄວບຄຸມຂີ້ເຫຍື້ອທີ່ເກີດຈາກຮ້ານອາຫານ
1.4. ພັດທະນາດ້ານການຕະຫຼາດ ແລະ ການໃຊ້ເທັກໂນໂລຊີ
* ສົ່ງເສີມການນໍາໃຊ້ Digital Marketing ໃນການພັດທະນາທຸລະກິດ
* ພັດທະນາເວັບໄຊແລະລະບົບສັ່ງອາຫານອອນລາຍ
1.5. ສ້າງຄວາມສໍາພັນກັບພາກລັດ ແລະ ສື່ມວນຊົນ
* ປະສານງານກັບພາກລັດພື່ອຜ່ອນຜັນກົດລະບຽບ ແລະ ຂໍເປັນປຽບໃຫ້ສະມາຊິກ
* ພັດທະນາຄວາມສໍາພັນກັບສື່ມວນຊົນພື່ອໂຄສະນາອຸດສາຫະກຳຮ້ານອາຫານລາວ
ຄາດໝາຍ ສ້າງມາດຕະຖານຮ້ານອາຫານ 50% ຂອງສະມາຊິກໃຫ້ໄດ້ມາດຕະຖານລະດັບນະຄອນຫຼວງຂະ ຫຍາຍຈໍານວນສະມາຊິກສະມາຄົມໃຫ້ເພີ່ມຂຶ້ນ 30% ໃນປີ 2025-2026 ພັດທະນາລະບົບເຕັກໂນໂລຊີຂອງ ສະມາຄົມໃຫ້ເປັນສູນກາງຂ່າວສານໃນວົງການອາຫານໃຫ້ທົ່ວເຖິ່ງ, ສ້າງຄວາມສໍາພັນທີ່ແຂງແຮງຂຶ້ນລະຫວ່າງຜູ້ປະກອບການທຸລະກິດຮ້ານອາຫານທີ່ເປັນພາດເນີເບຍລາວໃຫ້ ຫຼາຍຂື້ນ ແລະ ຄາດ ພັດທະນາສະມາຄົມໃຫ້ໄດ້ຈົດທະບຽບເປັນທາງການທ້າຍປີ2025 ຢ່າງມີເປົ້າໝາຍຊັດເຈນ.

ຫຼັງຈາກນັ້ນ ທ່ານ ພູວົງ ອິນທະວົງສາ ຮອງປະທານ ສະມາຄົມ ນັກທຸລະກິດຮ້ານອາຫານລາວ ໃຫ້ກຽດຂຶ້ນອ່ານຂໍ້ຕົກລົງແຕ່ງຕັ້ງ ຄະນະທີ່ປຶກສາ ແລະ ຄະນະບໍລິຫານງານ ສະມາຄົມ ນັກທຸລະກິດຮ້ານອາຫານລາວ ຊຸດໃໝ່ ຊຸດທີ XII ວ່າ:
ມາດຕາ 01: ເຫັນດີແຕ່ງຕັ້ງ ບັນດາທ່ານແກນນໍາບໍລິສັດເບຍລາວ ຈຳກັດ ເປັນທີ່ປຶກສາໃຫ້ແກ່ສະມາຄົມ ນັກທຸລະກິດຮ້ານອາຫານລາວ ທີ່ຂື້ນກັບການສະໜັບສະໜູນຈາກບໍລິສັດເບຍລາວ. ຈຳກັດ ມີດັ່ງນີ້:
1. ທ່ານ ອູ່ຊ້າງ ແສງທອງ ຜູ້ຈັດການຂາຍທົ່ວປະເທດ (National on-trade sales Manager) ທີປຶກສາ ສະມາຄົມສະມາຄົມນັກທຸລະກິດຮ້ານອາຫານລາວ-ເບຍລາວ, ຄູ່ຮ່ວມທຸລະກິດເບຍລາວນທົ່ວ ປະເທດ.
2. ທ່ານ ວໍວິຈິດ ແດງກາຍະພິຈິດ ຜູ້ຈັດການພາກນະຄອນຫຼວງ (Field sale Manager) ຜູ້ຊ່ວຍທີປຶກ ສານະໂຍບາຍຝ່າຍການຂາຍ ແລະ ການຕະຫຼາດຂອງເບຍລາວ ນະຄອນຫຼວງ.
3. ທ່ານ ສຸລະສິດ ພາບມີໄຊ ຜູ້ຈັດການ ຮ້ານຄ້າຄູ່ຮ່ວມທຸລະກິດບໍລິສັດເບຍລາວ (ຜູ້ປະສານງານຫຼັກ ເປັນ ຜູ້ສະໜອງງົບປະມານຊ່ວຍເຫຼືອໃນການເຄື່ອນໄຫວກິດຈະກຳ ສນຮລ-ເບຍລາວ) ທີ່ປຶກສາຝ່າຍຄະນະບໍລິຫານສະມາຄົມທາງພັກລັດ
4. ທ່ານ ໃຈເພັດ ບູລົມ (ຜູ້ຊ່ວຍທີປຶກສາທາງດ້ານ ນິຕິກຳ ສະມາຄົມ ທັງເປັນທີ່ປຶກສາທາງດ້ານ ການເມືອງ- ແນວຄິດ ສນຮລ)
ມາດຕາ 02: ເຫັນດີແຕ່ງຕັ້ງປະທານສະມາຄົມນັກທຸລະກິດຮ້ານອາຫານລາວ ພ້ອມຄະນະບໍລິຫານຊຸດທີ XII ເລີ່ມແຕ່ປີ 2025 ຫາ 2026 ລາຍລະອຽດມີດັ່ງນີ້:
+ຄະນະປະທານແລະທັງເປັນຄະນະຈຳການປະກອບມີ 05 ທ່ານຄື:
1. ທ່ານ ຄໍາແພງ ເຂົ້າບົວວົງ ປະທານສະມາຄົມນັກທຸລະກິດຮ້ານອາຫານລາວ-ເບຍລາວ ຊີ້ນໍາລວມວຽກງານ ແນວຄິດ ແລະ ເສດຖະກິດ, ພົວພັນການຮ່ວມມືກັບຄູ່ຮ່ວມທຸລະກິດ ບໍລິສັດ ເບຍລາວ ຈຳກັດ.
2. ທ່ານ… …………………….ປະທານກວດສອບການເຄື່ອນໄຫວຂອງຄະນະບໍລິຫານ
3. ທ່ານ ສີສົມພອນ ຊະນະວົງ ຮອງປະທານ ຜູ້ທີ 01 ຮັບຜິດຊອບວຽກງານເສຖະກິດ.
4. ທ່ານ ພູວົງ ອິນທະວົງສາ ຮອງປະທານ ຜູ້ທີ 02 ຮັບຜິດຊອບວຽກແຜນການ ແລະ ພົວພັນພາຍໃນ ແລະ ຕ່າງປະເທດ
5. ທ່ານ ຄໍາອືອດ ວິສີສົມບັດ ຮອງປະທານ ຜູ້ທີ 03 ຮັບຜິດຊອບວຽກພົວພັນສັງຄົມ
6. ທ່ານ ລັດສະໝີ ສີຣິຈຳພອນ ຮອງປະທານ ຜູ້ທີ 04 ປະທານສະຫະພັນແມ່ຍິງ ຄະນະບໍລິຫານປະກອບມີ 03ທ່ານ
+ຄະນະບໍລິຫານ 3 ທ່ານຄື:
7. ທ່ານ ລິນທອງ ພົມມະວົງ ຮັບຜິດຊອບວຽກຂະບວນການ ແລະ ກິດຈະກຳ
8. ທ່ານ ບຸນຄົງ ເຫຼັກຈັນສີ ຄະນະຮັບຜິດຊອບວຽກພົວພັນສັງຄົມ
9. ທ່ານ ອຸ່ນຄໍາ ກິດຕິສັກ ຄະນະຮັບຜິດຊອບວຽກແນວໂຮມ
+ຄະນະບໍລິຫານສໍາຮອງຊ່ວຍວຽກສະມາຄົມ
-ຊ່ວຍວຽກ ເສດຖະກິດ
1. ຮັບຜິດຊອບບັນຊີ-ການເງິນ ທ່ານ ປັນຍາ ສິດປະຊາ
2. ຮັບຜິດຊອບຄັງເງິນສົດ ທ່ານ ສຸລິຍັນ ວອນລັດຕະນະ
3. ຮັບຜິດຊອບວຽກເລຂານຸການ ທ່ານ ນາງ ພັນມະໄລ ພິລາວົງ
4. ຮັບຜິດຊອບວຽກໄອທີ ທ່ານ……
-ຊ່ວຍວຽກ ແຜນການ ແລະ ພົວພັນພາຍໃນ ແລະ ຕ່າງປະເທດ
5. ຮັບຜິດຊອບວຽກໂຄສະນາ ແລະ ການຕະຫລາດ ສມຄ ທ່ານ ສຸລິນຄອນ ພອນຄໍາເພັງ
6. ຮັບຜິດຊອບວຽກຂະບວນການ ແລະ ກິດຈະກຳຂອງ ສນຮລ ທ່ານ ລິນທອງ ພົມມະວົງ
7. ຜູ້ຊ່ວຍວຽກດ້ານຂະບວນການ ແລະ ກິດຈະກຳ ທ່ານ….
ຂ່າວ: Larh Creators

LEAVE A REPLY

Please enter your comment!
Please enter your name here