ໂກລແມນແຊັກ ຄາດລາຄຳຂຶ້ນຮອດ 3.300 ໂດລາຕໍ່ອອນ ພາຍໃນທ້າຍປີນີ້

0
109

2 ທະນາຄານລາຍໃຫຍ່ ສະຫະລັດອາເມຣິກາ ໄດ້ປັບເພີ່ມເປົ້າໝາຍລາຄາຄໍາຈາກ 3 ປັດໄຈສຳຄັນ ໂດຍສະເພາະສົງຄາມການຄ້າ, ທະນາຄານກາງປະເທດຕ່າງໆ ຍັງສືບຕໍ່ຊື້ຄຳຢ່າງຕໍ່ເນື່ອງ ເຊິ່ງຈະຍູ້ລາຄາຄຳຂຶ້ນເປັນ 3.300 ໂດລາຕໍ່ອອນ ພາຍໃນທ້າຍປີນີ້.
ໂດຍໂກລແມນແຊັກ ໄດ້ປັບເພີ່ມການຄາດຄະເນລາຄາຄຳ ສຳລັບທ້າຍປີ 2025 ເປັນ 3.300 ໂດລາສະຫະລັດຕໍ່ອອນ ຈາກເດີມ 3.100 ໂດລາສະຫະລັດຕໍ່ອອນ ໂດຍອ້າງເຖິງກະແສເງິນໄຫຼເຂົ້າສູ່ກອງທຶນ ETF ທີ່ສູງກວ່າ ທີ່ຄາດການໄວ້ ແລະ ຄວາມຕ້ອງການຄຳຢ່າງຕໍ່ເນື່ອງຈາກທະນາຄານກາງ.
ຂະນະທີ່ແບັງອອຟ ອາເມຣິກາ ( BofA ) ໄດ້ປັບເພີ່ມຄາດຄະເນລາຄາຄໍາເປັນ 3.063 ໂດລາສະຫະລັດຕໍ່ອອນ ໃນປີ 2025 ແລະ ທະຍານສູ່ 3.350 ໂດລາສະຫະລັດຕໍ່ອອນ ໃນປີ2026.
ລາຄາຄຳແທ່ງໃນປັດຈຸບັນ ເຄື່ອນໄຫວທີ່ປະມານ 3.024 ໂດລາສະຫະລັດຕໍ່ອອນ ປັບຕົວສູງຂຶ້ນຫຼາຍກວ່າ 15% ໃນປີນີ້ ເຊິ່ງການປັບຂຶ້ນສ້າງສະຖິຕິຮອບໃໝ່ໃນປີນີ້ ໂດຍໄດ້ແຮງຍູ້ໜູນຈາກຄວາມກັງວົນທາງເສດຖະກິດ ຈາກນະໂຍບາຍການຄ້າຂອງປະທານາທິບໍດີສະຫະລັດອາເມຣິກາ.

LEAVE A REPLY

Please enter your comment!
Please enter your name here