ລາຍໄດ້ ບີວາຍດີ ປີ 2024 ສ້າງສະຖິຕິໃໝ່ ແຊງໜ້າເທສລາ

0
73

ຂໍ້ມູນທີ່ຍື່ນຕໍ່ຕະຫຼາດຫຼັກຊັບ ເມື່ອວັນທີ 24 ມີນາ, ບໍລິສັດ ບີວາຍດີ ຜູ້ຜະລິດລົດຍົນໄຟຟ້າລາຍໃຫຍ່ຈາກຈີນ ມີລາຍໄດ້ທຸບສະຖິຕິ 107 ຕື້ໂດລາສະຫະລັດ ໃນປີ 2024 ຫຼາຍກວ່າຕົວເລກ 97,7 ຕື້ໂດລາສະຫະລັດທີ່ຄູ່ແຂ່ງຢ່າງເທສລາເຮັດໄດ້ໃນປີດຽວກັນ.
ຜົນປະກອບການຂອງ ບີວາຍດີ( BYD ) ເພີ່ມຂຶ້ນ 29% ຈາກປີກ່ອນໜ້ານີ້ ແລະ ມີກໍາໄລສຸດທິເພີ່ມຂຶ້ນ 34% ຈາກປີ 2023 ສູ່ລະດັບສູງສຸດເປັນປະຫວັດການທີ່ 5,6 ຕື້ໂດລາ.
ເອກະສານທີ່ຍື່ນຕໍ່ຕະຫຼາດຫຼັກຊັບ ຍັງມີອີກໜຶ່ງສັນຍານດີ ເມື່ອກຳໄລສຸດທິຂອງ ບີວາຍດີ ໃນໄຕມາດສຸດທ້າຍຂອງປີ 2024 ທຸບສະຖິຕິອີກເຊັ່ນກັນທີ່ 2 ຕື້ໂດລາສະຫະລັດ.
ປີ 2024 ບີວາຍດີ ຂາຍລົດໄດ້ 4,3 ລ້ານຄັນ ເພີ່ມຂຶ້ນ 40% ຈາກປີກ່ອນໜ້ານັ້ນ.

LEAVE A REPLY

Please enter your comment!
Please enter your name here