ຕອນເຊົ້າວັນທີ 26 ມີນາ ຢູ່ສຳນັກງານລັດຖະບານຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຂອງຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ໄດ້ພ້ອມກັນເຂົ້າຮ່ວມພິທີວາງສີລາລືກໂຄງການກໍ່ສ້າງເຂດອຸດສາຫະກຳ ຫວຽດນາມ -ສິງກະໂປ ໄທບິ່ງ (VSIP ໄທບິ່ງ).
ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການກໍ່ສ້າງບັນດາ VSIP ລຸ້ນໃໝ່ຕາມທິດຍືນຍົງ, ອັດສະລິຍະ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ ແລະ ໝູນໃຊ້ປັນຍາປະດິດ, ຍົກສູງຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ສັງຄົມຂອງເຂດອຸດສາຫະກຳ.
ພວກຂ້າພະເຈົ້າຢາກສືບຕໍ່ເປີດກວ້າງເຂດ VSIP ນີ້ ຈາກລຸ້ນທີໜຶ່ງຈົນຮອດລຸ້ນທີສອງ. ໃນການເຈລະຈາທີ່ປະສົບຜົນສຳເລັດລະຫວ່າງຂ້າພະເຈົ້າ ແລະ ທ່ານ Lawrence Wong ທີ່ໄດ້ດຳເນີນໃນຕອນເຊົ້າມື້ນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບຍົກລະດັບເຂດອຸດສາຫະກຳນີ້ຂຶ້ນເປັນລຸ້ນທີ 2 ເຊິ່ງສະສົມຫຼາຍຢ່າງກວ່າອີກ.