ເດືອນກຸມພາ ສົ່ງອອກເພີ່ມຂຶ້ນ 42,3% ມີມູນຄ່າ925 ລ້ານໂດລາ ເກີນດຸນໃນຮອບຫຼາຍເດືອນ

0
128

ເດືອນກຸມພາ 2025 ຍອດສົ່ງອອກ ມີມູນຄ່າ 925 ລ້ານໂດລາ ເພີ່ມຂຶ້ນ 42,3%; ສິນຄ້າສົ່ງອອກຫຼັກນຳໂດຍເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ຮອງມາແມ່ນຄຳປະສົມ/ຄຳແທ່ງ. ຂະນະທີ່ການນຳເຂົ້າ ມີມູນຄ່າ 615 ລ້ານໂດລາ ຫຼຸດລົງ 12,9% ເຮັດໃຫ້ເກີນດຸນການຄ້າປະມານ 310 ລ້ານໂດລາ.
ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວລາຍງານວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ( ບໍ່ລວມໄຟຟ້າ ) ຂອງ ສປປ ລາວ ເດືອນກຸມພາ 2025 ບັນລຸໄດ້ປະມານ 1.540 ລ້ານໂດລາ ເພີ່ມຂຶ້ນ 13,5%. ໃນນີ້, ມູນຄ່າການສົ່ງອອກບັນລຸໄດ້ 925 ລ້ານໂດລາ ເພີ່ມຂຶ້ນ 42,3% ແລະ ມູນຄ່າການນໍາເຂົ້າ 615 ລ້ານໂດລາ ຫຼຸດລົງ 12,9% ທຽບໃສ່ເດືອນມັງກອນທີ່ຜ່ານມາ.


ສິນຄ້າສົ່ງອອກຫຼັກ ປະກອບມີ: ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ 173 ລ້ານໂດລາ, ຄຳປະສົມ ແລະ ຄຳແທ່ງ 154 ລ້ານໂດລາ, ມັນຕົ້ນ 119 ລ້ານໂດລາ, ເກືອກາລີ 73 ລ້ານໂດລາ, ແຮ່ທອງ 38 ລ້ານໂດລາ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 37 ລ້ານໂດລາ, ເຫຍື່ອໄມ້ ແລະ ເສດເຈ້ຍ 25 ລ້ານໂດລາ, ຢາງພາລາ 25 ລ້ານໂດລາ, ແປ້ງມັນຕົ້ນ 22 ລ້ານໂດລາ, ເຄື່ອງນຸ່ງຫົ່ມ 19 ລ້ານໂດລາ.
ສິນຄ້ານໍາເຂົ້າຫຼັກ ປະກອບມີ: ນ້ຳມັນກາຊວນ 87 ລ້ານໂດລາ, ພາຫະນະທາງບົກ ( ນອກຈາກລົດຈັກ, ລົດໄຖ ) 72 ລ້ານໂດລາ, ຜະລິດຕະພັນເຄມີປະສົມສໍາເລັດຮູບ 58 ລ້ານໂດລາ, ອຸປະກອນກົນຈັກ ( ນອກຈາກເຄື່ອງກົນຈັກພາຫະນະ ) 41 ລ້ານໂດລາ, ນ້ຳຕານ 23 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 19 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 15 ລ້ານໂດລາ, ຝຸ່ນ ( ປຸ໋ຍ ) 15 ລ້ານໂດລາ, ລົດໄຖນາ 8 ລ້ານໂດລາ, ແລະ ເຄື່ອງນຸ່ງຫົ່ມ 3 ລ້ານໂດລາ.

5 ອັນດັບປະເທດສົ່ງອອກຫຼັກ ນໍາໂດຍ ໄທ ປະມານ 307 ລ້ານໂດລາ, ຫວຽດນາມ ປະມານ 227 ລ້ານໂດລາ, ຈີນ ປະມານ 214 ລ້ານໂດລາ, ສ.ອາເມຣິກາ ປະມານ 56 ລ້ານໂດລາ ແລະ ອົດສະຕຣາລີ 36 ລ້ານໂດລາ.
ຂະນະທີ່ການນຳເຂົ້າ ຈາກໄທ ປະມານ 311 ລ້ານໂດລາ, ຈີນ ປະມານ 142 ລ້ານໂດລາ, ຫວຽດນາມ ປະມານ 76 ລ້ານໂດລາ, ຍີ່ປຸ່ນ ປະມານ 15 ລ້ານໂດລາ, ແລະ ສ.ອາເມຣິກາ ປະມານ 15 ລ້ານໂດລາ.

LEAVE A REPLY

Please enter your comment!
Please enter your name here