ແຂວງອັດຕະປື ໄດ້ອະນຸມັດໃຫ້ ບໍລິສັດ ສຸກສະຫວັດພັດທະນາກະເສດ ຈຳກັດຜູ້ດຽວ ສຳປະທານໃນເນື້ອ 99 ເຮັກຕາ ຢູ່ເຂດ ບ້ານໜອງຫີນ ເມືອງສະໜາມໄຊ ເພື່ອເຂົ້າຟື້ນຟູປ່າ ແລະ ປູກໝາກທຸລຽນເປັນສິນຄ້າ.
ອົງການປົກຄອງໄດ້ຈັດພິທີເຊັນສັນຍາອະນຸມັດພັດທະນາ ໂຄງການຟື້ນຟູປ່າໄມ້ດ້ວຍການປູກໝາກທຸລຽນເປັນສິນຄ້າ ຂຶ້ນວັນທີ 24 ມີນາ 2025 ລະຫວ່າງ ທ່ານ ມີໄຊ ສີສະແຫວງສຸກ ວ່າການຫົວໜ້າພະແນກແຜນການ ແລະ ການລົງທຶນ ກັບ ທ່ານ ພອນໄຊ ປິ່ນແກ້ວ ອໍານວຍການ ບໍລິສັດສຸກສະຫວັດ ພັດທະນາກະເສດ ຈຳກັດຜູ້ດຽວ,
ແຂວງອັດຕະປື ໄດ້ເຫັນດີໃຫ້ ບໍລິສັດ ສຸກສະຫວັດ ພັດທະນາການກະເສດ ຈຳກັດຜູ້ດຽວ ເປັນຜູ້ພັດທະນາໂຄງການຟື້ນພູປ່າໄມ້ ດ້ວຍການປູກໝາກທຸລຽນເປັນສິນຄ້າ ໃນເນື້ອທີ່ດິນຈໍານວນ 99 ເຮັກຕາ ຢູ່ເຂດບ້ານໜອງຫີນ ເມືອງສະໜາມໄຊ ແຂວງອັດຕະປື ໂດຍມີຈຸດປະສົງພັດທະນາໂຄງການ ແລະ ມີຄວາມສາມາດ, ປະສົບການໃນລົງທຶນຜະລິດກະສິກໍາເປັນສິນຄ້າ ໂດຍສະເພາະແມ່ນດ້ານການປູກຝັງ ທັງເປັນການຊຸກຍູ້ສົ່ງເສີມພັດທະນາວຽກງານກະສິກຳ ກໍຄືການດຶງດູດນັກລົງທຶນຫັນມາພັດທະນາຟື້ນຟູປ່າໄມ້ທີ່ເຊື່ອມໂຊມດ້ວຍການປູກຝັງເປັນສິນຄ້າຕາມທິດສີ ຂຽວແບບຍືນຍົງ ແລະ ເຮັດໃຫ້ແຂວງອັດຕະປື ມີຜະລິດຕະພັນສິນຄ້າກະສິກໍາສົ່ງອອກໃນອະນາຄົດ.
[ ຂ່າວ: ມະນີວອນ ]