ວາງສີລາລືກໂຄງການປັບປຸງສະໜາມກີລາເຈົ້າອານຸວົງ ທ້າຍປີໜ້າສຳເລັດ

0
130

ພິທີວາງສີລາລືກໂຄງການກໍ່ສ້າງປັບປຸງສະໜາມກີລາເຈົ້າອານຸວົງ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນວັນທີ 26 ມີນາ ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໂຄງການກໍ່ສ້າງປັບປຸງສະໜາມກີລາເຈົ້າອານຸວົງ ແມ່ນຈະສ້າງສະໜາມກີລາແບບມີສ່ວນຮ່ວມແຫ່ງທຳອິດໃນ ສປປ ລາວ ໃຫ້ມີການນໍາໃຊ້ສະໜາມກີລາໃຫ້ເກີດປະໂຫຍດສູງສຸດ ແລະ ເໝາະສົມກັບການຈັດກິດຈະກໍາທີ່ຫຼາກຫຼາຍປະເພດກີລາ, ເປັນສະຖານທີ່ຝຶກແອບ – ຝຶກຊ້ອມ – ແຂ່ງຂັນໃຫ້ນັກກີລາຄົນພິການ ແລະ ບໍ່ພິການ ໃນລະດັບພາກພື້ນ ແລະ ພາຍໃນປະເທດ, ທັງເປັນສະຖານທີ່ເຕົ້າໂຮມມວນຊົນ ຊາວນະຄອນຫຼວງວຽງຈັນ ກໍຄືຊາວລາວທົ່ວປະເທດ ມີສະໜາມກີລາອອກກຳລັງກາຍ ຫຼິ້ນກີລາ, ເປັນການປະກອບສ່ວນສ້າງສະພາບແວດລ້ອມທີ່ດີໃນນະຄອນຫຼວງວຽງຈັນ, ສ້າງວຽກເຮັດງານທໍາໃນຊຸມຊົນ ໂດຍສະເພາະການສ້າງວຽກເຮັດງານທໍາໃຫ້ຄົນພິການ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງປະເທດ ກໍຄືການພັດທະນາວຽກງານກີ ລາ – ກາຍຍະກໍາ ທີ່ເປັນລະບົບຄົບຊຸດ.


ໂຄງການດັ່ງກ່າວ ມີມູນຄ່າ 4.171 ລ້ານເຢນ ໂດຍມີໄລຍະເວລາໃນການຈັດຕັ້ງປະຕິບັດໂຄງການ ເລີ່ມແຕ່ເດືອນມັງກອນ 2025 ຈົນເຖິງ ເດືອນຕຸລາ 2026 ( 22 ເດືອນ ) ໂດຍແມ່ນບໍລິສັດທີ່ປຶກສາ AZUSA SEKKEI CO., LTD ແລະ ບໍລິສັດກໍ່ສ້າງ HAZAMA ANDO-TOA ROAD JV ເປັນຜູ້ຮັບເໝົາປັບປຸງ.

LEAVE A REPLY

Please enter your comment!
Please enter your name here