ການເກັບລາຍຮັບເພີ່ມຂຶ້ນ ອັດຕາເງິນເຟີ້ເດືອນມີນາຫຼຸດລົງຈາກເດືອນຜ່ານມາ

0
152

ກອງປະຊຸມລັດຖະບານ ປະຈຳເດືອນມີນາ ໄດ້ຍົກໃຫ້ເຫັນການເກັບລາຍຮັບເຂົ້າງົບປະມານ ສາມາດປະຕິບັດໄດ້ 16.200 ກວ່າຕື້ກີບ ເທົ່າກັບ 96,09% ຂອງແຜນງວດ 1 ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 54,21%; ການຄວບຄຸມອັດເງິນເຟີ້ ຫຼຸດລົງຈາກ 12,7% ໃນເດືອນກຸມພາ ເປັນ 11,2 % ໃນເດືອນ, ສາມາດເພີ່ມຄັງສໍາຮອງເງິນຕາຕ່າງປະເທດຢ່າງຕໍ່ເນື່ອງ, ການຄຸ້ມຄອງລາຍຮັບຈາກການສົ່ງອອກ ຜ່ານລະບົບທະນາຄານ ບັນລຸ 70,7%.


ໃນຕອນແລງວັນທີ 25 ມີນາ 2025 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນ ຕີ, ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມີນາ 2025 ໃຫ້ຮູ້ວ່າ: ກອງປະຊຸມໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 24 ແລະ ອັດລົງ ໃນຕອນບ່າຍວັນທີ 25 ມີນາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາເຫັນດີດ້ານຫຼັກການ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື:

ວາລະທີ 1: ສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນມີນາ ແລະ ທິດທາງແຜນການ ປະຈຳເດືອນເມສາ 2025 ຂອງລັດຖະບານ ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ, ເງິນຕາ, ອັດຕາແລກປ່ຽນ, ລາຄາສິນຄ້າ, ການແກ້ໄຂບັນຫາໜີ້ສິນ ແລະ ການຜະລິດສິນຄ້າ; ຕີລາຄາການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ສະບັບເລກທີ 153/ສພຊ ລົງວັນທີ 12 ທັນວາ 2024 ວ່າດ້ວຍການຮັບຮອງເອົາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ປີ 2024 ແລະ ທິດທາງແຜນການລົງທຶນຂອງລັດ ປີ 2025 ແລະ ມະຕິຂອງສະພາແຫ່ງຊາດ ສະບັບເລກທີ 154/ສພຊ ລົງວັນທີ 12 ທັນວາ 2024 ວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2024 ແລະ ທິດທາງແຜນການ ປີ 2025 ແລະ ດໍາລັດ ສະບັບເລກທີ 702/ນຍ ລົງວັນທີ 25 ທັນວາ 2024 ວ່າດ້ວຍການກໍານົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ແຜນການແກ້ໄຂຜົນການກວດກາ – ກວດສອບ ປະຈຳໄຕມາດ 1 ປີ 2025 ແລະ ການລາຍງານ ກ່ຽວກັບການແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ປະຈໍາໄຕມາດ 1 ປີ 2025, ໃນນັ້ນ:


ກອງປະຊຸມເຫັນວ່າ: ເຖິງແມ່ນວ່າ ສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມທີ່ກຳນົດໄວ້ໃນບັນດາມະຕິສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ຕາມມະຕິກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກຸມພາ 2025 ສໍາເລັດຫຼາຍດ້ານ ເປັນຕົ້ນ ທົ່ວປະເທດສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ການເກັບລາຍຮັບເຂົ້າງົບປະມານ ສາມາດປະຕິບັດໄດ້ 16.200 ກວ່າຕື້ກີບ ເທົ່າກັບ 96,09% ຂອງແຜນງວດ 1, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 54,21%; ການຄວບຄຸມອັດເງິນເຟີ້ ຫຼຸດລົງຈາກ 12,7% ໃນເດືອນ ກຸມພາ ເປັນ 11,2% ໃນເດືອນມີນາ ( ສະເລ່ຍໄຕມາດ 1 ປະມານ 13,2% ); ສາມາດເພີ່ມຄັງສໍາຮອງເງິນຕາຕ່າງປະເທດຢ່າງຕໍ່ເນື່ອງ ກຸ້ມການນຳເຂົ້າຈາກ 5.6 ເດືອນ ໃນເດືອນກຸມພາ ມາເປັນ 6.15 ເດືອນ ໃນເດືອນມີນາ; ການຄຸ້ມຄອງລາຍຮັບຈາກການສົ່ງອອກຜ່ານລະບົບທະນາຄານ ບັນລຸ 70,7%.

ນອກນັ້ນ, ການເກັບກູ້ຜົນຜະລິດລະດູແລ້ງ, ການປັບປຸງ ແລະ ກໍ່ສ້າງໂຄງລ່າງພື້ນຖານ, ການອອກໃບຕາດິນ, ການພັດທະນາສີມືແຮງງານ, ການແກ້ໄຂບັນຫາຂາດແຄນຄູ, ການປະຕິບັດຄຳຕັດສິນຂອງສານ, ການອະນຸມັດປ່ອຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ, ການຈັດຕັ້ງຜັນຂະຫຍາຍວຽກງານການຕ່າງປະເທດ ແລະ ວຽກງານອື່ນໆ ກໍໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີ ຄວາມຄືບໜ້າດີຂຶ້ນເປັນກ້າວໆ.

ຕໍ່ການແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ປະຈໍາໄຕມາດ 1 ປີ 2025 ກອງປະຊຸມເຫັນວ່າ ມີຜົນສໍາເລັດຫຼາຍດ້ານ ແຕ່ກໍຍັງມີຫຼາຍດ້ານທີ່ຈະຕ້ອງໄດ້ສືບຕໍ່ຢ່າງຕັ້ງໜ້າໃນການປ້ອງກັນສະກັດກັ້ນ ແລະ ແກ້ໄຂ, ຈຶ່ງໄດ້ຊີ້ນໍາໃຫ້ກະຊວງປ້ອງກັນຄວາມສະຫງົບ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນ ແລະ ການແກ້ໄຂບັນຫາຢາເສບຕິດ ແລະ ປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ນັບມື້ຫຼຸດໜ້ອຍຖອຍລົງ; ສືບຕໍ່ແກ້ໄຂບັນຫາຄໍເຊັນເຕີ ດ້ວຍຫຼາຍຮູບການ – ຫຼາຍວິທີ ໂດຍໃຫ້ປະຊາຊົນ ແລະ ສັງຄົມ ມີສ່ວນຮ່ວມໃນການແຈ້ງຂໍ້ມູນຫຼາຍຂຶ້ນ ເພື່ອເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ລັດ, ທັງສົມທົບ – ຮ່ວມມືກັບປະເທດເພື່ອນມິດ ສ້າງແຜນການປາບປາມ – ກວາດລ້າງກຸ່ມແກ້ງດັ່ງກ່າວ ໃຫ້ໝົດໄປ; ສຸມໃສ່ສ້າງແຜນຍຸດທະສາດໃນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂບັນຫາການຄ້າມະນຸດ ໂດຍໃຫ້ກຳນົດເປັນແຜນວຽກວິຊາສະເພາະ ເປັນອັນລະອຽດ, ພ້ອມທັງສຸມໃສ່ວຽກງານໂຄສະນາ ເຂົ້າເຖິງເປົ້າໝາຍຕົວຈິງກັບທີ່, ໂຄສະນາຜ່ານສື່ອອນລາຍ, ໂທລະພາບ, ວິທະຍຸ ແລະ ສື່ອື່ນໆ ໃຫ້ກວ້າງຂວາງທົ່ວເຖິງກວ່າເກົ່າ ແລ້ວສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດຕໍ່ລັດຖະບານ ເປັນແຕ່ລະໄລຍະ.

ວາລະທີ 2: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງນິຕິກໍາ ຈໍານວນ 7 ສະບັບ ຄື: (1) ຮ່າງຍຸດທະສາດ ພັດທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດແຫ່ງຊາດ 2026 – 2040; (2) ຮ່າງຍຸດທະສາດ ແລະ ແຜນດຳເນີນງານແຫ່ງຊາດ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ 2026 – 2040; (3) ຮ່າງກົດໝາຍ ວ່າດ້ວຍອາກອນລາຍໄດ້ ( ສະບັບປັບປຸງ ); (4) ຮ່າງກົດໝາຍ ວ່າດ້ວຍປ້າຍ; (5) ຮ່າງກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ; (6) ຮ່າງກົດໝາຍ ວ່າດ້ວຍຊົນລະປະທານ ( ສະບັບປັບປຸງ ); (7) ຮ່າງກົດໝາຍ ວ່າດ້ວຍສາມັນສຶກສາ.

LEAVE A REPLY

Please enter your comment!
Please enter your name here