ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໄດ້ເປີດໃນວັນທີ 27 ມີນາ 2025, ໂດຍການເປັນປະທານຂອງສະຫາຍ ພົຈວ ຈັນພອນເພັດ ຄໍາສີ ເລຂາຄະນະບໍລິຫານງານພັກ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປອ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີສະຫາຍ ພົຈວ ຄອນສະຫວັນ ສົມພາໄຊ ຄະນະພັກກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ສົມພອນ ແກ້ວມະນີ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີພະນັກງານອາວຸໂສບໍານານ, ແຂກຖືກເຊີນ, ພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍຜູ້ແທນກອງປະຊຸມເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍ ພົຈວ ຈັນພອນເພັດ ຄໍາສີ ໄດ້ຂື້ນກ່າວເປີດກອງປະຊຸມໃຫຍ່ ຂຶ້ນຢ່າງເປັນທາງການ ພ້ອມທັງຜ່ານລາຍງານການເມືອງສອງພາກ ແລະ ຍົດສໍາຫຼວດການນໍາພາລວມ ຂອງອົງຄະນະພັກກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຊຸດທີ III ໃນໄລຍະທີ່ຜ່ານມາ ລວມທັງຜົນງານທີ່ຍາດມາໄດ້, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະທິດທາງແຜນການທີ່ຈະສືບຕໍ່ປະຕິບັດໃນຕໍ່ໜ້າ. ພ້ອມກັນນັ້ນ, ກໍໄດ້ມີການປະກອບຄໍາຄິດເຫັນຂອງບັນດາຜູ່ແທນກອງປະຊຸມບົດລາຍງານການເມືອງຂອງອົງຄະນະພັກກອງບັນຊາການ ປກສ ແຂວງໃນໄລຍະຜ່ານມາ.
ຈາກນັ້ນ, ສະຫາຍ ສົມພອນ ແກ້ວມະນີ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມາດຖານເງື່ຶອນໄຂ ແລະ ລາຍຊື່ຂອງຜູ້ສະໝັກເລືອກຕັ້ງເປັນຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງສະໄໝທີ IV ເຊິ່ງມີຜູ້ລົງສະໝັກຈໍານວນ 13 ສະຫາຍ ເລືອກເອົາ 11 ສະຫາຍ, ຜູ້ແທນກອງປະຊຸມທັງໝົດ 101 ສະຫາຍ, ຍິງ 07 ສະຫາຍ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກເອົາຄະນະພັກ ປກສ ແຂວງຊຸດໃໝ່, ໂດຍເລືອກໄດ້ ສະຫາຍ ພົຈວ ຈັນພອນເພັດ ຄໍາສີ ເປັນເລຂາຄະນະພັກ, ສະຫາຍ ພັອ ຈັນທະລາ ໄຊຍະວົງ ເປັນຮອງເລຂາ, ສະຫາຍ ພັອ ຄໍາແດງ ວັນນະສິດ ເປັນຄະນະປະຈໍາພັກ ທັງເປັນປະທານກວດກາພັກ, ສະຫາຍ ພັອ ປັນຍາ ແສງວິຈິດ ເປັນຄະນະພັກ, ສະຫາຍ ພັທ ຄໍານຽນ ສີສຸດອນ ເປັນຄະນະພັກ, ສະຫາຍ ພັທ ອຸດົມສັກ ວັນນະພົມ ເປັນຄະນະພັກ, ສະຫາຍ ພັທ ພົງພັກ ແດນທະນາ ເປັນຄະນະພັກ, ສະຫາຍ ພັທ ວຽງໄຊ ພົງສຸວັນ ເປັນຄະນະພັກ ທັງເປັນຮອງປະທານກວດກາພັກ, ສະຫາຍ ພັທ ສົມໄຊ ອຸ່ນສະນຸກ ເປັນຄະນະພັກ, ສະຫາຍ ພັທ ບຸນຊູ ບຸນມີໄຊ ເປັນຄະນະພັກ, ສະຫາຍພັທ ພອນໄຊ ອຸ່ນເຫຼັກ ເປັນຄະນະພັກ ແລະສະຫາຍ ພັຕ ຄໍາອ້າຍ ອິນທະປັນຍາ ເປັນຮອງປະທານກວດກາພັກ.
ໂອກາດດັ່ງກ່າວ, ສະຫາຍ ປອ ທອງຈັນ ມະນີໄຊ ກໍໄດ້ຊົມເຊີຍຜົນສໍາເລັດຕໍ່ກອງປະຊຸມ ແລະຍັງໄດ້ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ນີ້ ເອົາໃຈໃສ່ເປັນພິເສດຕໍ່ວຽກງານການເມືອງ-ນໍາພາແນວຄິດເປັນກົກ, ສືບຕໍ່ເຮັດໜ້າທີ່ການເມືອງຂອງຕົນ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງກໍາລັງປ້ອງກັນຄວາມສະຫງົບ, ສືບຕໍ່ສ້າງກໍາລັງລົງກໍ່ສ້າງຮາກຖານການເມືອງ, ສືບຕໍ່ພາລະກິດປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງໃຫ້ເຂັ້ມແຂງຮອບດ້ານ ແລະຖືເອົາຄຸນນະພາບເປັນກົກ, ເອົາໃຈໃສ່ໃນການພົວພັນຮ່ວມມືກັບຕ່າງປະເທດ ໃຫ້ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ.
ຂ່າວ: ປກສ ແຂວງບໍ່ແກ້ວ