ຄະນະປັບປຸງກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດຫາລືແຜນງານຮ່ວມກັນຄັ້ງປະຖົມມະລືກ

0
147

ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຄັ້ງປະຖົມມະລຶກຂອງຄະນະປັບປຸງກົດໝາຍວ່າ​ດ້ວຍ​ການ​ແຂ່ງ​ຂັນ​ທາງ​ທຸ​ລະ​ກິດ ສະບັບເລກທີ 60/ສພຊ, ລົງວັນທີ 14 ກໍລະກົດ 2015 ຂຶ້ນໃນວັນທີ 28 ມີນາ 2025 ທີ່ໂຮງແຮມຄຣາວພາຊ້າ ໂດຍເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງ ອຄ (ຫົວໜ້າຄະນະຮັບຜິດຊອບປັບປຸງກົດໝາຍ) ແລະ ຜູ້ຕາງໜ້າຈາກບັນດາກົມພາຍໃນກະຊວງ ອຄ ແລະ ຂະແໜງການທີ່ກ່ຽວຂ້ອງ ທີ່ຢູ່ໃນຄະນະຮັບຜິດຊອບປັບປຸງກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ຕາມຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ສະລັບເລກທີ 0018/ອຄ, ລົງວັນທີ 07 ມັງກອນ 2025 ຊຶ່ງມີຜູ້ເຂົ້າຮ່ວມລວມທັງໝົດຈຳນວນ 52 ທ່ານ.

ກອງປະຊຸມຮັບການສະໜັບສະໜູນຈາກ ໂຄງການ GIZCOMPETE II ຂອງລັດຖະບານເຢຍລະມັນ.

ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເປັນການປຶກສາຫາລືກ່ຽວກັບແນວທາງ, ຫຼັກການ,ແຜນການໃນການປັບປຸງກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ (1). ບົດລາຍງານຫຍໍ້ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ; (2). ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ປັບປຸງກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ເລກທີ 0018/ອຄ, ລົງວັນທີ 07 ມັງກອນ 2025;

(3). ຜ່ານແຜນວຽກການດໍາເນີນງານ ການປັບປຸງກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ໃນປີ 2025-2026; (4). ຜ່ານຮ່າງໂຄງສ້າງກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ສະບັບປັບປຸງເບື້ອງຕົ້ນ.

ຄະນະຮັບຜິດຊອບປັບປຸງກົດໝາຍ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ໄດ້ເອົາໃຈໃສ່ປຶກສາຫາລື ແລະ ປະກອບຄຳເຫັນ ເພື່ອເຮັດໃຫ້ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ເປົ້າໝາຍ ເພື່ອໃຫ້ສາມາດຮັບຮອງໃນກອງປະຊຸມສະພາແຫ່ງຊາດສະໄໝສາມັນເທືື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນທ້າຍປີ 2026,

ກອງປະຊຸມຄັ້ງນີ້ ແມ່ນໄດ້ໃຊ້ເວລາ 1 ວັນ.

LEAVE A REPLY

Please enter your comment!
Please enter your name here