Alliance Laundry Systems ມຸ່ງໜ້າຂະຫຍາຍສາຂາທົ່ວອາຊຽນ ພ້ອມຕັ້ງເປົ້າສ່ວນແບ່ງຕະຫຼາດ 70%

0
144

ບໍລິສັດ ອາໄລອານສ໌ ລອນດຣີ (Alliance Laundry Systems) ສົ່ງເສີມຮູບແບບ “Seed Store” ມຸ່ງໜ້າຂະຫຍາຍ 300 ສາຂາທົ່ວອາຊຽນ ພ້ອມເປົ້າໝາຍຖືສ່ວນແບ່ງຕະຫຼາດ 70% ແລະ ຕັ້ງປະເທດໄທໃຫ້ເປັນສູນກາງນະວັດຕະກຳຜະລິດຕະພັນໃນພາກພື້ນ.

อาจเป็นรูปภาพของ 3 คน และ ข้อความพูดว่า "Alliance Laundry Systems Leading performance 117yers years ANNIVERSARY TOP DISTRIBUTOR AWARDS 2024 SOUTHEAST ASIA"

Alliance Laundry Systems ໄດ້ເປີດເຜີຍວ່າ: ທິດທາງທຸລະກິດຮ້ານຊັກຜ້າໃນປີ 2025 ຄາດວ່າຈະເຕີບໂຕ ເນື່ອງຈາກການຟື້ນຕົວທີ່ດີຂອງການທ່ອງທ່ຽວ. ບໍລິສັດໄດ້ປະກາດຍຸດທະສາດໃນການຂະຫຍາຍທຸລະກິດໂດຍໃຊ້ຮູບແບບ “Seed Store” ມຸ່ງເປົ້າເຂົ້າສູ່ຕະຫຼາດ 4 ປະເທດ (VIP+)ໃນພາກພື້ນຄື: ຫວຽດນາມ, ອິນໂດເນເຊຍ, ຟິລິບປິນ ແລະ ກຳປູເຈຍ ຊຶ່ງເປັນຕະຫຼາດທີ່ມີສັກກະຍະພາບສູງໃນອາຊີຕາເວັນອອກສ່ຽງໃຕ້ ທີ່ກຳລັງພັດທະນາອຸດສາຫະກຳຮ້ານຊັກຜ້າ ດ້ວຍເຄື່ອງອຸດສາຫະກຳ. ບໍລິສັດມີແຜນເປີດ 300 ສາຂາໃໝ່ ໂດຍມີເປົ້າໝາຍທີ່ຈະຄອບຄອງສ່ວນແບ່ງຕະຫຼາດປະມານ 70% ແລະ ຂະຫຍາຍ StarLab ໃນຈັງຫວັດຊົນບຸລີ (ປະເທດໄທ)ໃຫ້ເປັນສູນວິໄຈ ແລະ ການພັດທະນາຜະລິດຕະພັນຊັກຜ້າໃນອາຊີ ເພື່ອຮອງຮັບການເຕີບໂຕຂອງຕະຫຼາດໃນພາກພື້ນ.

ທ່ານ Eddie Tay ຜູ້ອຳນວຍການສູງສຸດຂອງພາກພື້ນອາຊີ-ປາຊິຟິກ ບໍລິສັດ Alliance Laundry Systems LLC, ຜູ້ຜະລິດ ແລະ ຈຳໜ່າຍເຄື່ອງຊັກຜ້າອຸດສາຫະກຳທີ່ໃຫຍ່ທີ່ສຸດໃນໂລກ ກ່າວວ່າ: ຕະ ຫຼາດຮ້ານຊັກຜ້າສາກົນຄາດວ່າຈະເຕີບໂຕໃນປີ 2025 ເນື່ອງຈາກການຟື້ນຕົວຂອງພາກການທ່ອງທ່ຽວ ແລະ ການເຕີບໂຕຢ່າງຕໍ່ເນື່ອງໃນຕະຫຼາດຕ່າງໆເຊັ່ນ: ອາເມລິກາ, ຢູໂຣບ, ຕາເວັນອອກກາງ ແລະ ອາ ຊີ-ປາຊິຟິກ (APAC) ໃນປີ 2024.

ไม่มีคำอธิบายรูปภาพ

ເຖິງຢ່າງໃດກໍຕາມ, ຄວາມບໍ່ໝັ້ນຄົງດ້ານການເມືອງໃນໄທ, ການເລືອກຕັ້ງໃນອິນໂດເນເຊຍ ແລະ ເກົາຫຼີໃຕ້ ພ້ອມທັງການອ່ອນຄ່າຂອງເງິນເຢນໃນປະເທດຍີ່ປຸ່ນ ໄດ້ສົ່ງຜົນກະທົບຕໍ່ຍອດຂາຍ, ແຕ່ມີການຄາດການໄວ້ວ່າ ຈະມີການຟື້ນຕົວໃນເຄິ່ງປີຫຼັງ. ເຖິງແມ່ນວ່າ ຍອດຂາຍລວມຂອງບໍລິສັດ ຈະຫຼຸດລົງເລັກໜ້ອຍເມື່ອທຽບກັບປີກ່ອນ, ແຕ່ຕະຫຼາດສາກົນຍັງຂະຫຍາຍໂຕຕໍ່ເນື່ອງຜ່ານການຂະຫຍາຍຮ້ານ, ການເປີດສາຂາໃໝ່ ແລະ ການປ່ຽນເຄື່ອງໃໝ່ແທນເຄື່ອງເກົ່າ.

“ໃນປີນີ້, ບໍລິສັດໄດ້ກຽມພ້ອມເດີນໜ້າດ້ວຍແຜນການ Seed Store ເພື່ອເຂົ້າສູ່ຕະຫຼາດໃນອາຊຽນ, ໂດຍໃນເບື້ອງຕົ້ນຈະເນັ້ນໃສ່ 4 ປະເທດ VIP+ເຊັ່ນ: ຫວຽດນາມ, ອິນໂດເນເຊຍ, ຟິລິບປິນ ແລະ ກໍາປູເຈຍ ເລັງເປົ້າໝາຍຄືການເປີດ 300 ສາຂາໃໝ່ ແລະ ຄອງສ່ວນແບ່ງຕະຫຼາດໃຫ້ໄດ້ປະມານ 70%. ນີ້ເປັນຄວາມທ້າທາຍທີ່ສໍາຄັນ, ໂດຍສະເພາະໃນຕະຫຼາດຫວຽດນາມ ແລະ ຟີລິບປິນ ເຊິ່ງຖືວ່າເປັນຕະຫຼາດໃໝ່, ເນື່ອງຈາກເປັນບ່ອນທີ່ນັກລົງທຶນສ່ວນໃຫຍ່ຄຸ້ນເຄີຍກັບການໃຊ້ເຄື່ອງຈັກຂະໜາດນ້ອຍ ຫຼື ເຄື່ອງຈັກສຳລັບທຸລະກິດທົ່ວໄປຫຼາຍກວ່າເຄື່ອງຈັກອຸດສາຫະກໍາທີ່ບໍລິສັດຈະຂາຍ. ດ້ວຍຄວາມສາມາດຂອງ ALS, ລວມທັງແຮງງານທີ່ມີທັກສະ, ຜະລິດຕະພັນທີ່ຫຼາກຫຼາຍ ແລະ ໂຮງງານມາດຕະຖານສາກົນ, ພວກເຮົາໄດ້ລົງທຶນ 150 ລ້ານບາດໄທເພື່ອຂະຫຍາຍຫ້ອງທົດລອງ StarLab ໃນຈັງຫວັດ ຊົນບູລີ, ຈຸດປະສົງເພື່ອຍົກລະດັບໃຫ້ເປັນສູນກາງການຄົ້ນຄວ້ານະວັດຕະກໍາ ແລະ ການພັດທະນາຜະລິດຕະພັນສໍາລັບເຄື່ອງຈັກຊັກຜ້າອາຊີ, ຄາດວ່າຈະສໍາເລັດປະມານເດືອນເມສາປີນີ້. ຖືເປັນກ້າວສໍາຄັນໃນການພັດທະນາຜະລິດຕະພັນ ແລະ ນໍາສະເໜີວິທີແກ້ໄຂທີ່ກ້າວໜ້າກວ່າເກົ່າເຂົ້າສູ່ຕະຫຼາດ, ໂດຍມີເປົ້າໝາຍການເຕີບໂຕຂອງຍອດຂາຍ 10% ໃນຕະຫຼາດ APAC ໃນປີນີ້.”

อาจเป็นรูปภาพของ ร้านซักผ้า และ ข้อความพูดว่า "Combo Washer and Dryer Soft-Mount Washer Drver Combinat 10%g 丼 22 DRYER 11h 13k 30% 10M 22. User-Frie..- Touch Con Ideal for Limited LimitedSp Sp Set SetUp Up 막 프,"

ທ່ານ Sukri Kirai ຜູ້ອໍານວຍການຝ່າຍຂາຍປະຈຳອາຊີຕາເວັນອອກສ່ຽງໃຕ້ ຂອງ Alliance Laundry Systems LLC, ກ່າວວ່າ: ໄທຍັງຄົງເປັນຕະຫຼາດທີ່ໜ້າດຶງດູດທີ່ສຸດສໍາລັບການລົງທຶນໃນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ເນື່ອງຈາກຜູ້ບໍລິໂພກຊາວໄທເປີດໃຈ ແລະ ເຂົ້າໃຈຮູບແບບທຸລະກິດຮ້ານຊັກຜ້າອັດຕະໂນມັດເປັນຢ່າງດີ. ບໍລິສັດຈຶ່ງຈະສືບຕໍ່ສົ່ງເສີມການຂະຫຍາຍຕະຫຼາດໄປສູ່ຫຼາຍໆຈັງຫວັດ ຜ່ານໂຄງການ “ໜຶ່ງເມືອງໜຶ່ງຮ້ານຊັກຜ້າ” ຫຼື “One District One Laundromat”, ເຊິ່ງປະສົບຜົນສໍາເລັດຫຼາຍໃນຊ່ວງສອງປີທີ່ຜ່ານມາ, ຈາກການເປີດຮ້ານຊັກຜ້າໃໝ່ໄດ້ເກືອບທຸກເມືອງ ນອກເຂດຕົວເມືອງໃຫຍ່. ງົບປະມານທາງການຕະຫຼາດໄດ້ຖືກເພີ່ມຂຶ້ນເພື່ອເນັ້ນໃສ່ກຸ່ມຜູ້ໃຊ້ ຫຼື ກຸ່ມລູກຄ້າເປົ້າໝາຍເພື່ອສ້າງຖານລູກຄ້າ, ເຂົ້າໃຈຜົນປະໂຫຍດຂອງຮ້ານຊັກຜ້າເມື່ອທຽບກັບການຊັກຜ້າຢູ່ບ້ານ, ລວມທັງຄວາມສະອາດ, ປະຢັດຕົ້ນທຶນ ແລະ ປະຢັດເວລາ. ປັດຈຸບັນ, ມີຮ້ານຊັກຜ້າປະມານ 3,708 ແຫ່ງໃນປະເທດໄທທີ່ນຳໃຊ້ເຄື່ອງຈັກຂອງ ALS ແລະ ຄາດວ່າຈໍານວນນີ້ຈະເພີ່ມຂຶ້ນເຖິງ 4,400 ແຫ່ງພາຍໃນປີ 2025 ເຊິ່ງມີອັດຕາການເຕີບໂຕປະມານ 19% ຈາກປີ 2024.

“ພວກເຮົາກໍາລັງກ້າວເຂົ້າສູ່ຍຸກທີ່ຮ້ານຊັກຜ້າ ຈະກາຍເປັນສ່ວນໜຶ່ງໃນຊີວິດປະຈໍາວັນ, ເນື່ອງຈາກພຶດຕິກໍາຂອງຜູ້ບໍລິໂພກກໍາລັງປ່ຽນແປງຢ່າງວ່ອງໄວ. ຄົນເລີ່ມຊອກຫາຮ້ານຊັກຜ້າຫຼາຍກວ່າການຊັກຜ້າຢູ່ບ້ານ, ເນື່ອງຈາກເຄື່ອງຈັກອຸດສາຫະກໍາໃຫ້ຄຸນນະພາບການຊັກທີ່ດີກວ່າ, ທັງປະຢັດເວລາ ແລະ ຫຼຸດຕົ້ນທຶນໃນໄລຍະຍາວ. ໃນອີກຫ້າປີຂ້າງໜ້າ, ຕະຫຼາດຮ້ານສະດວກຊັກໃນອາຊີຕາເວັນອອກ ສ່ຽງໃຕ້ ຄາດວ່າຈະເຕີບໂຕຢ່າງຫຼາຍເນື່ອງຈາກສອງປັດໄຈຫຼັກ: 1; ບັນດາປະເທດ VIP+ ທີ່ມີປະຊາກອນ ລວມປະມານ 489 ລ້ານຄົນ ຈະກາຍເປັນຕະຫຼາດໃຫຍ່ທີ່ສຸດໃນພາກພື້ນ. 2; ຕະຫຼາດໃນ ສິງກະໂປ ແລະ ມາເລເຊຍ ຈະປ່ຽນໄປສູ່ການຊື້ເຄື່ອງຈັກທົດແທນຕ່າງໆຫຼາຍຂຶ້ນ.”

ທ່ານ Benjamin Leo Dobbs ຜູ້ອໍານວຍການຝ່າຍບໍລິຫານປະຈຳພາກພື້ນອາຊີ-ປາຊີຟິກ ຂອງ Alliance Laundry Systems LLC ກ່າວວ່າ: ” ຫຼັງຈາກ 117 ປີແຫ່ງຄວາມສໍາເລັດ, ພວກເຮົາໄດ້ຈັດງານ ‘ALS Distributor Awards 2024 — Southeast Asia’ ເພື່ອຂອບໃຈຕົວແທນຈໍາໜ່າຍຂອງພວກເຮົາໃນອາຊີຕາເວັນອອກສ່ຽງໃຕ້ ແລະ ໄດ້ເປີດໂຕເຄື່ອງຊັກ ‘Stax-X’ ລຸ້ນໃໝ່, ເປັນເຄື່ອງຊັກຜ້າແບບຝາດ້ານເທິງທີ່ໃຊ້ງານງ່າຍ ພ້ອມລະບົບປຸ່ມກົດສີຂາວ ອອກແບບມາເພື່ອປະຢັດພື້ນທີ່ໃນການໃຊ້ງານ ໂດຍມີສອງຂະໜາດຄື: Stax-X 30lb ແລະ Stax-X 50lb. ນອກຈາກນີ້, ບໍລິສັດຍັງເປີດໂຕ ເຄື່ອງຈັກຊັກ-ອົບແຫ້ງລຸ້ນໃໝ່ ທີ່ຊ່ວຍໃຫ້ລູກຄ້າຊັກ ແລະ ອົບແຫ້ງເຄື່ອງນຸ່ງ ໃນເຄື່ອງດຽວພາຍໃນເວລາໜຶ່ງຊົ່ວໂມງໂດຍບໍ່ຕ້ອງຍ້າຍເຄື່ອງນຸ່ງໄປມາລະຫວ່າງເຄື່ອງຈັກ.”

ນອກຈາກການຂະຫຍາຍຕະຫຼາດແລ້ວ, ALS ໃຫ້ຄວາມສໍາຄັນກັບຄວາມຍືນຍົງໂດຍການຈັດ ຕັ້ງມາດຕະການຕ່າງໆເພື່ອຫຼຸດຜົນກະທົບຕໍ່ສິ່ງແວດລ້ອມເຊັ່ນ: ການຣີໄຊເຄີນເຈ້ຍ ແລະ ຂີ້ເຫຍື້ອພລາສ ຕິກ, ການນຳນໍ້າກັບມາໃຊ້ໃໝ່ໃນຫ້ອງທົດລອງ, ການຕິດຕັ້ງແຜງພະລັງງານແສງຕາເວັນເທິງຫຼັງຄາໂຮງງານ (ໂຊລ່າເຊວ) ແລະ ການຊື້ສິນຄ້າຈາກຜູ້ສະໜອງພາຍໃນທ້ອງຖິ່ນ ແລະ ພາກພື້ນ ເຖິງ 72% ເພື່ອຫຼຸດຜ່ອນການປ່ອຍກາສກາກບອນ ຫຼື ອາຍພິດຈາກພາວະເຮືອນແກ້ວ ທີ່ເກີດຈາກຂະບວນການຂົນສົ່ງສິນຄ້າ.

ທ່ານ Benjamin ໄດ້ສະຫຼຸບປິດທ້າຍວ່າ: “ບໍລິສັດ ALS ເຊື່ອວ່າທຸລະກິດທີ່ເຂັ້ມແຂງຕ້ອງເຕີບໂຕຢ່າງຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ. ດັ່ງນັ້ນ, ພວກເຮົາຈຶ່ງມຸ່ງເນັ້ນທີ່ຈະຫຼຸດການປ່ອຍກາສກາກບອນ ໃນຂະນະທີ່ຂັບເຄື່ອນນະວັດຕະກໍາໃໝ່ໄປພ້ອມກັນ ເພື່ອສ້າງອະນາຄົດທີ່ເປັນມິດຕໍ່ສິ່ງແວດລ້ອມ,”.

ສໍາລັບຂໍ້ມູນເພີ່ມຕື່ມ, ກະລຸນາຕື່ມຂໍ້ມູນ ແລະ ຄໍາຖາມຂອງທ່ານຜ່ານ contact form ແລະ ຕົວແທນຂອງ ALS ຈະຕິດຕໍ່ກັບໂດຍໄວທີ່ສຸດ.

Contact – Laos

Ms. Chalida Bhrommarlee

Sr. Area Sales Manager – TH & CLM

chalida.bhrommarlee@alliancels.com

+66 62 294 6916

Contact – Cambodia

Ms. Thitiyakorn Buasri

Regional Sales Manager

thitiyakorn.buasri@alliancels.com

+66 61 629 5916

LEAVE A REPLY

Please enter your comment!
Please enter your name here