ສະໂມສອນບານເຕະເຍົາວະຊົນລາວ ເພັດຕິກອນ ຫຼື ພີເຄພີ ແຂວງຫຼວງພະບາງ ( PKP LUANGPRABANG ) ມາແຮງສຸດກວາດແຊັມ 3 ຮຸ່ນໃນການແຂ່ງຂັນບານເຕະເຍົາວະຊົນ ມາສດ້າ ຊາເລັນ ຄັບ 2025 ສະໜາມທີ 3 ໂຊນພາກເໜືອ ເມື່ອທ້າຍອາທິດທີ່ຜ່ານມາ.
ການແຂ່ງຂັນເຕະບານ ເຍົາວະຊົນ ມາສດ້າ ຊາເລັນ ຄັບ 2025 ສະໜາມທີ 3 ໂຊນພາກເໜືອ ຈັດຂຶ້ນ ທີ່ແຂວງຫຼວງພະບາງ ເຊິ່ງມີການຊີງໄຊ 3 ຮຸ່ນ ກໍຄື ຮຸ່ນອາຍຸ 11 ປີ, 12 ປີ ແລະ 14 ປີ ຈັດຂຶ້ນ ລະຫວ່າງວັນທີ 22-23 ມີນາ 2025 ທີ່ສະໜາມກິລາແຂວງຫຼວງພະບາງ ຊຶ່ງມີບັນດາສະໂມສອນ ທີ່ເດີນທາງມາຈາກ 3 ແຂວງ ຄື: ແຂວງໄຊຍະບູລີ, ແຂວງອຸດົມໄຊ ແລະ ແຂວງຫຼວງພະບາງ ເຈົ້າຖິ່ນ ເຂົ້າຮ່ວມທັງໝົດ 13 ທີມ.
ສຳລັບ ຢູ 11 ປີມີ 5 ພາກສ່ວນ ປະກອບມີ ພີເຄພີ ຫຼວງພະບາງ ບີ, ວໍລີເອີ, ພີເຄພີ ຫຼວງພະບາງ ເອ, ເອັດເອວ ອຸດົມໄຊ ແລະ ພີເຄ ໄຊຍະບູລີ, ສ່ວນ ຢູ 12 ມີ 4 ທີມ ຄື: ພີເຄ ໄຊຍະບູລີ, ເອັດເອວ ອຸດົມໄຊ, ເມືອງຫົງສາ ແລະ ພີເຄພີ ຫຼວງພະບາງ. ຂະນະທີ່ ຢູ 14 ປີ ກໍມີ 4 ທີມ ປະກອບມີ ວໍລີເອີ, ພີເຄ ໄຊຍະບູລີ, ພີເຄພີ ຫຼວງພະບາງ ແລະ ເມືອງຫົງສາ.
ຜ່ານການແຂ່ງຂັນຜົນປະກົດວ່າ ເຍົາວະຊົນສະໂມສອນ ເພັດຕິກອນ ຫຼື ພີເຄພີ ເອັບຊີ ແຂວງຫຼວງພະບາງ ສາມາດກວາດແຊ໋ມໄດ້ທັງ 3 ຮຸ່ນໄປຄອງທັງໝົດ ຄື: ຢູ 11, ຢູ 12 ແລະ ຢູ 14.