ທີມມະຫາວິທະຍາໄລລາວ ຊະນະ ວິທະຍາໄລເຈົ້າພາບ ຫວຽດນາມ ຜ່ານເຂົ້າຮອບ 4 ທີມ

0
139

ທີມນັກສຶກສາມະຫາວິທະຍາໄລລາວ ຊະນະ ມະຫາວິທະຍາໄລ Ton Duc thang (ເຈົ້າພາບ) 2-0 ຜ່ານເຂົ້າຮອບຮອງຊະນະເລີດ ( ຮອບ 4 ທີມ ) ໃນການແຂ່ງຂັນບານເຕະນັກສຶກສາມະຫາງິທະຍາໄລສາກົນ ຄັ້ງທີ I ທີ່ໂຮ່ຈີມິນ ສສ ຫວຽດນາມ ເຈົ້າພາບ.

ລາຍການດັ່ງກ່າວ ມີທີມນັກສຶກສາຈາກ 6 ຊາດເຂົ້າຮ່ວມແຂ່ງຂັນ ປະກອບມີ ເຈົ້າພາບ ຫວຽດ ສົ່ງ 2 ທີມ, ກຳປູເຈຍ 1 ທີມ, ມາເລເຊຍ 1 ທີມ, ສິງກະໂປ 1 ທີມ ແລະ ສປປ ລາວ 1 ທີມ

ການເຂົ້າຮ່ວມແຂ່ງຂັນລາຍການນີ້ ສປປ ລາວ ກໍຄື ມະຫາວິທະຍາໄລແຫ່ງຊາດ ໄດ້ມີການຄັດເລຶອກນັກສຶກສາ ມາຈາກ ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລ ຈຳປາສັກ, ແຂວງສະຫວັນນະເຂດ ແລະ ມະຫາວິທະຍາໄລ ສຸພານຸວົງ ຊຶ່ງປະກອບມີຄະນະນຳ 2 ຄົນ, ຄະນະຄູຝຶກ 4 ຄົນ ໂດຍແມ່ນທ່ານ ອຳໄພວັນ ຈັນທະລາວົງ ເປັນຫົວໜ້າຄູຝຶກ ແລະ ນັກກີລາອີກ 19 ຄົນ.

ຜົນງານຂອງ ທີມມະຫາວິທະຍາໄລລາວ ຊະນະ 1 ແລະ ເສຍ 1 ນັດຮອບແບ່ງກຸ່ມ ຜ່ານເຂົ້າຮອບ ຮອບຮອງຊະນະເລີດ ໃນຖານະອັນດັບ 2 ຂອງກຸ່ມໄປພົບກັບ ທີມມະຫາວິທະຍາໄລມາເລເຊຍ (ປະເທດມາເລເຊຍ) ໃນວັນທີ 28 ມີນາ 2025 ເວລາ 18:00 ໂມງ.
ຂ່າວ: Larh Creators ; ຮູບຈາກ: ອຳໄພວັນ ຈັນທະລາວົງ

LEAVE A REPLY

Please enter your comment!
Please enter your name here