ແຈ້ງໃຫ້ລະວັງມິສາຊີບຕົວະໄປເຮັດວຽກຢູ່ຕ່າງປະເທດ

0
66

ທຸກວັນນີ້ ກຸ່ມແຮງງານລາວຈຳນວນຫຼາຍແມ່ນຢາກໄປເຮັດວຽກຢູ່ຕ່າງປະເທດ ເພື່ອຫາລາຍໄດ້ມາຈູນເຈືອຄອບຄົວ, ແຕ່ການທີ່ຈະໄປເຮັດວຽກຢູ່ຕ່າງປະເທດໄດ້ກໍ່ຕ້ອງໃຊ້ເວລາ ແລະຂັ້ນຕອນຫຼາຍຢ່າງ ເພື່ອປະກອບເອກະສານ,​ກວດສຸຂະພາບ ແລະວັດຄວາມຮູ້ ຄວາມອົດທົນໃນຫຼາຍໆຢ່າງ ດັ່ງນັ້ນ, ຈຳນວນໜຶ່ງຈຶ່ງມັກໃຊ້ທາງລັດດ້ວຍການບໍ່ໄປຜ່ານຂະບວນການຕາມກົດໝາຍທີ່ຄວນຈະເປັນ ບາງຈຳນວນກໍ່ຖືກຕົວະຖືກຕົ້ມມາແລ້ວເສຍເງິນມະຫາສານບໍ່ຮູ້ຈະໄດ້ຄືນຫຼືບໍ.

ດັ່ງນັ້ນ, ເພື່ອເປັນການແຈ້ງເຕືອນໃຫ້ພົນລະເມືອງລາວບໍ່ໃຫ້ຕົກເປັນເຫຍື່ອຂອງຜູ້ບໍ່ຫວັງດີກໍ່ຄືນັກຕົ້ມຕຸນ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ

ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 929/ກຈງ ລົງວັນທີ 2 ມີນາ 2025 ເຖິງຜູ້ອອກແຮງງານລາວທີ່ມີຄວາມຕ້ອງການໄປເຮັດວຽກຢູ່ຕ່າງປະເທດ ໃຫ້ມີສະຕິຕໍ່ກັບການໂຄສະນາຊວນເຊື່ອຂອງບຸກຄົນ ແລະ ນິຕິບຸກຄົນ ຜ່ານທາງສື່ສັງຄົມອອນ ລາຍ ເພື່ອອໍານວຍຄວາມສະດວກໄປເຮັດວຽກຢູ່ຕ່າງປະເທດ.

May be an image of map and text
ໃນແຈ້ງການລະບຸວ່າ: ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂໍຖືດປັນກຽດແຈ້ງມາຍັງພົນລະເມືອງລາວ ຜູ້ທີ່ມີຄວາມສົນໃຈໄປເຮັດວຽກຢູ່ຕ່າງປະເທດຊາບວ່າ: ປະຈຸບັນມີບຸກຄົນ ແລະ ນິຕິບຸກຄົນ ທີ່ກໍາລັງເຄື່ອນໄຫວ ໂຄສະນາຊວນເຊື່ອຕົວະຍົວະ ພົນລະເມືອງລາວໄປເຮັດວຽກຢູ່ ຕ່າງປະເທດ ໂດຍສະເພາະແມ່ນໄປເຮັດວຽກຢູ່ປະເທດອາ ເມລີການ, ການາດາ, ອົດສະຕາລີ ແລະ ປະເທດເກົາຫຼີໃຕ້ ຜ່ານທາງສື່ສັງຄົມອອນລາຍ ຢ່າງແຜ່ຫຼາຍ ໂດຍເຮັດໃຫ້ ພົນລະເມືອງລາວຈໍານວນຫນຶ່ງຫຼົງເຊື່ອ ແລະ ຕົກເປັນເຫຍື່ອຂອງເຂົາເຈົ້າ ເຊັ່ນ: ການໂຄສະນາລາວ DOME WORK ຜ່ານທາງເຟສບຸກ ແລະ ເຄືອຄ່າຍອື່ນໆ.

ການໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງຕາມກົດຫມາຍ ແມ່ນການອະນຸຍາດຂອງກະຊວງແຮງງານ ແລະ
ສະຫວັດດີການສັງຄົມ ບົນພື້ນຖານການຂໍອະນຸຍາດຈັດສົ່ງຂອງບໍລິສັດຈັດຫາງານທີ່ໄດ້ຮັບການສ້າງຕັ້ງຂຶ້ນຈາກກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເພື່ອໃຫ້ເຄື່ອນໄຫວວຽກງານບໍລິການຈັດຫາງານໃຫ້ພົນລະເມືອງລາວ ເທົ່ານັ້ນ. ພ້ອມນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຍັງບໍ່ທັນອະນຸຍາດໃຫ້ພົນລະເມືອງລາວໄປເຮັດວຽກຢູ່ ປະເທດ ອາເມລິການ, ການາດາ ແລະ ອົດສະຕາລີ ເນື່ອງຈາກປະເທດເຫຼົ່ານັ້ນ ຍັງບໍ່ທັນມີສັນຍາຮ່ວມກັບ ສປປ ລາວ ວ່າດ້ວຍ ການຈ້າງຜູ້ອອກແຮງງານລາວ ເທື່ອ.

May be an image of text

ສະນັ້ນ, ພົນສະເມືອງລາວຕ້ອງມີສະຕິ ແລະ ບໍລິໂພກຂໍ້ມູນຂ່າວສານດ້ວຍ ຢ່າຫລົງເຊື່ອການເຄື່ອນໄຫວໂຄສະນາຊວນເຊື່ອຜ່ານທາງສື່ສັງຄົມອອນລາຍ ເພື່ອໄປເຮັດວຽກຢູ່ ຕ່າງປະເທດ ຢ່າງເດັດຂາດ. ຈົ່ງກວດກາເບິ່ງລາຍຊື່ບໍລິສັດຈັດຫາງານ ທີ່ອະນຸຍາດໃຫ້ຈັດສົ່ງພົນລະເມືອງລາວໄປເຮັດ ວຽກຢູ່ ຕ່າງປະເທດ ແບບຖືກຕ້ອງຕາມກົດຫມາຍ  ຫຼື ສອບຖາມຂໍ້ມູນຈາກພະ ແນກຈັດຫາງານໄປຕ່າງປະເທດ, ກົມການຈັດຫາງານ, ໂທ: 020 55518051, 99535433.

LEAVE A REPLY

Please enter your comment!
Please enter your name here