ໃນວັນທີ 26 ມີນາ 2025 ບໍລິສັດ ວຽງຈັນ ມໍເຕີ ມາກເກັດ ຈຳກັດຜູ້ດຽວ ໄດ້ຮັບການແຕ່ງຕັ້ງເປັນຕົວແທນຈຳໜ່າຍລົດ BAW ພຽງຜູ້ດຽວໃນ ສປປ ລາວ
ໄດ້ເປີດໂຕລົດ BAW ເຖິງ 4 ລຸ້ນ ຄັ້ງທຳອິດໃນ ສປປ ລາວ ຢ່າງເປັນທາງການ ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ.
ທ່ານ ດາວວົງແກ້ວ ມະນີວົງ ປະທານບໍລິສັດ ວຽງຈັນ ມໍເຕີ ມາກເກັດ ຈຳກັດ ຜູ້ດຽວ ໄດ້ກ່າວວ່າ: ແຜນຂອງພວກເຮົາແມ່ນການສ້າງຫ້ອງການຂາຍລົດແບບ 3S showroom ທີ່ພ້ອມໃຫ້ບໍລິການລູກຄ້າ ດ້ານວຽກງານການຂາຍ, ວຽກງານສູນສ້ອມແປງຫຼັງການຂາຍ ແລະ ວຽກງານດ້ານການສະໜອງອາໄຫຼ່ລົດ ທີ່ເປັນຈຸດສຳລັບຊ່ວຍແກ້ໄຂບັນຫາໃຫ້ແກ່ລູກຄ້າພາຍໃນຈຸດດຽວ.
ສຳລັບຄຳວ່າ Beijing Automobile Works ເປັນຊື່ໂຮງງານຜະລິດລົດ BAW ທີ່ຢູ່ພາຍໃຕ້ການບໍລິຫານຂອງບໍລິສັດ Weiqiao Smart Auto International Co., LTD ທີ່ເປັນບໍລິສັດໃນເຄືອຂອງກຸ່ມບໍລິສັດ Weiqiao Pioneering Group ທີ່ໄດ້ກໍ່ຕັ້ງຂຶ້ນໃນປີ 1951 ບໍລິສັດ Weiqiao Smart Auto International Co., LTD ມີພັນທະກິດຮັບຜິດຊອບໃນວຽກງານທຸລະກິດການສົ່ງອອກຍານພະຫະນະ ຂອງຫຼາກຫຼາຍລຸ້ນລົດ ຈາກຖານການຜະລິດຕ່າງໆ.
BAW ໄດ້ວາງຮາກຖານຊ່ອງທາງຕະຫຼາດສຳລັບການຂາຍມາແລ້ວ 63 ປະເທດໃນທະວີບເອີຣົບ, ອາຊີຕາເວັນອອກສຽງໃຕ້, ອາຟຣີກາ, ອາຊີກາງ, ອາເມລິກາໃຕ້ ແລະ ພູມິພາກອື່ນໆອີກຢ່າງຕໍ່ເນື່ອງ ຕາມໂຄງການນະໂຍບາຍ 1 ແລວ 1 ເສັ້ນທາງ.
ໂຮງງານດັ່ງກ່າວຍັງເປັນໂຮງງານຂະໜາດໃຫຍ່ ທີ່ມີອຸດສາຫະກຳການຜະລິດຕິດອັນດັບທີ 4 ໃນປະເທດຈີນ ແລະ ເປັນອັນດັບ 1 ໃນທ່າມກາງທຸລະກິດຕ່າງໆໃນແຂວງຊານຕົງ, ພ້ອມທັງມີຖານການຜະລິດທັງພາຍໃນ ແລະ ຕ່າງປະເທດ ລວມເປັນ 12 ແຫ່ງ. ສະເພາະພາຍໃນປະເທດຈີນ ແມ່ນມີ 5 ຖານການຜະລິດດັ່ງຕໍ່ໄປນີ້ ຖານຊິງເຫີ Qinghe , ຖານລິນຢີ້ Linyi, ຖານຊິງເຕົາ Qingdao (ເຊິ່ງເປັນທີ່ຕັ້ງຂອງສຳນັກງານໃຫຍ່), ຖານເດຈູ Dezhou, ແລະ ຖານຮວ່າງຮົວ Huanghua.
ທ່ານ ກ່າວວ່າ: ເຊິ່ງມື້ນີ້, BAW ໄດ້ເປີດໂຕພ້ອມກັນ 4 ລຸ້ນຄື:
ລົດໄຟຟ້າຂະນາດນ້ອຍ BAW-BRUMBY (MINU EV) ມາພ້ອມກັບ 5 ປະຕູ 4 ບ່ອນນັ່ງ, ຮູບຮ່າງກະທັດຮັດ ຄ່ອງຕົວໃນຊົ່ວໂມງຮີບດ່ວນໃຫ້ທາງໄປເຖິງຈຸດໝາຍໄດ້ຕົງເວລາຕື່ມຄວາມສົດໃສໃຫ້ກັບການເດີນທາງຂອງທ່ານບໍ່ໜ້າເບື່ອອີກຕໍ່ໄປເຖິງຈະເປັນລົດໄຟຟ້າຂະໜາດນ້ອຍ ແຕ່ຈັດເຕັມທຸກອອບຊັ້ນທີ່ເໜືອກວ່າ.
ລົດ ກະບະໄຟຟ້າ ແບບ Flat Bed 2 ປະຕູ BAW-T30 TRUCK (Flat Bed) ທີ່ມີກະບະຍາວເຖິງ 3700mm ກວ້າງ1780mm ແລະສູງ 360mm ມາພ້ອມກັບລະບົບ Safety ພື້ນຖານ ABS, EBD/CBC, ກ້ອງຖອຍຫຼັງເໝາະກັບທຸລະກິດທຸກຂະໜາດ ຊ່ວຍໃຫ້ທ່ານປະຢັດຄ່າໃຊ້ຈ່າຍໄດ້ຫຼາຍຂື້ນ.
ລົດຂົນສົ່ງ 2 ປະຕູ BAW – T30 VAN (Cargo Box) ມາພ້ອມຕູ້ເກັບສິນຄ້າຂະໜາດໃຫຍ່ດ້ວຍຕູ້ຂະໜາດໃຫຍ່ ຝົນຕົກໜັກເທົ່າໃດກໍຫາຍຫວ່ງສິນຄ້າຂອງທ່ານຈະປອດໄພເຖິງມືຄູ່ຄ້າຢ່າງປອດໄພ
ລົດຕູ້ໄຟຟ້າ BAW-MPV EM7 ທີ່ຄຸ້ມຄ່າທີ່ສຸດຂອງຍຸກນີ້ ລົດຕູ້ຄູ່ໃຈພາທ່ານທ່ຽວໄດ້ທຸກພື້ນທີ່ບໍ່ວ່າຈະເປັນພາກເນືອຮອດພາກໃຕ້, ຫຼູຫຼາທັນສະໄໝ ເປີດປະສົບການໃໝ່ໃນການຂັບຂີ່ ໃນລາຄາທີ່ສຸດຄຸ້ມມີສອງອ໊ອພຊັນໃຫ້ເລືອກ 7 ບ່ອນນັ່ງ ແລະ 11 ບ່ອນນັ່ງ
ທ່ານສາມາດມາຊົມລົດໂຕຈິງໄດ້ໃນງານ VIENTIANE ECO MOTOR EXPO 2025 ຕັ້ງແຕ່ມື້ນີ້ ຈົນເຖິງວັນທີ 30 ມີນາ 2025 ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ (ຕຶກເກົ່າ)
ຕິດຕໍ່ສອບຖາມຂໍ້ມູນ ໄດ້ທີ່:
Tel: 020 9650 6666
Website: www.bawauto.com
ສະຖານທີ່ໂຊຣູມລົດ: ສາມແຍກໄຟແດງສີໄຄ-ເກົ້າລ້ຽວ