ເປີດບໍລິການແລ້ວ ກັອກ ກັອກ ມາດ ( kok kok mart ) ບໍລິການ 24 ຊົ່ວໂມງ ສະຖານທີ່ຕັ້ງຢູ່ ບ້ານໜອງດ້ວງທົ່ງ; ອໍານວຍຄວາມສະດວກໃຫ້ກັບພໍ່ແມ່ພີ່ນ້ອງໃນພື້ນທີ່ ແລະ ຄົນທຽວທາງ; ແວ່ຊື້ສິນຄ້າບໍລິໂພກແບບຄົບເຄືຶ່ອງ ບໍ່ວ່າຈະເປັນເຄື່ອງປຸງ, ເຄື່ອງຄົວ, ເຄື່ອງດື່ມ, ເຂົ້າໜົມ, ແນວກິນຕ່າງໆເລືອກໄດ້ຕາມໃຈຊອບເລີຍ.
ເປັນຮ້ານ ກັອກ ກັອກ ສາຂາທໍາອິດໃນລາວ ທີ່ໄປຊື້ຍາມໃດກໍໄດ້ ແບບບໍ່ຕ້ອງກັງວົນວ່າຮ້ານຈະປິດ ທີ່ສໍາຄັນສິນຄ້າພາຍໃນຮ້ານມີຫຼາກຫຼາຍຄົບເຄື່ອງ; ເບິ່ງໜ້າຮ້ານຄືວ່ານ້ອຍ ແຕ່ທາງດ້ານໃນອັດແໜ້ນດ້ວຍສິນຄ້າຄຸນນະພາບຫຼາກຫຼາຍຍີ່ຫໍ້ທັງຜະລິດຢູ່ລາວເຮົາ ແລະ ນໍາເຂົ້າຈາກຕ່າງປະເທດ.

ທີ່ຜ່ານມາ ພວກເຮົາຈະຄຸ້ນຫູກັບຄໍາຊົມທີ່ວ່າ kok kok mart ເປັນຮ້ານຄ້ານ້ອງໃໝ່ໄຟແຮງແຖມໃຫ້ຄວາມສໍາຄັນດ້ານການສົ່ງເສີມສິນຄ້າພາຍໃນເປັນພິເສດ ມາໃນປັດຈຸບັນຫຼາຍທ່ານເລີ່ມຄຸ້ນເຄີຍກັບການໃຊ້ບໍລິການ ທີ່ສະ ດວກສະບາຍຫາຍຫ່ວງດ້ານລາຄາວ່າຜູ້ຂາຍຈະໂກງກິນເພາະທຸກຢ່າງຄຸ້ມຄອງດ້ວຍລະບົບທັນສະໄໝ, ໂປ່ງໃສກວດສອບໄດ້.
ຫຼັງເປີດບໍລິການບໍ່ພໍເທົ່າໃດ kok kok mart ຂະຫຍາຍຕົວຢ່າງກ້າວກະໂດດ ມີເກືອບ 50 ຕົວແທນແລ້ວໃນປັດຈຸບັນ ໃນນັ້ນ, ນອກຈາກຢູ່ນະຄອນຫຼວງ ກໍຍັງມີຢູ່ຕ່າງແຂວງຈໍານວນໜຶ່ງ.

ສໍາລັບຕົວແທນຢູ່ໜອງດ້ວງທົ່ງ ແມ່ນເປີດບໍລິການເລີ່ມແຕ່ວັນທີ 25 ມີນາ 2025 ເປັນຕົ້ນມາ ດ້ວຍຮູບແບບການບໍລິການໂສມໜ້າໃໝ່ຄື: ເປີດ 24 ຊົ່ວໂມງ ໂດຍພະນັກງານຈະຖືກປ່ຽນຜຽນກັນບໍລິການ. ສໍາລັບສິນຄ້າແມ່ນມີຫຼາກຫຼາຍສະບາຍເລືອກທັງປະເພດແນວກິນ ແລະ ເຄື່ອງດື່ມ.
ໃຜທີ່ອາໄສຢູ່ບ້ານໜອງດ້ວງທົ່ງ ເມືອງສີໂຄດຕະບອງ ຫຼື ຢູ່ບໍລິເວນໃກ້ຄຽງ ແລະ ແມ່ນກະທັງຄົນທຽວທາງເຂດດັ່ງກ່າວ ສາມາດແວ່ຢ້ຽມຢາມສະໜັບສະໜູນໄດ້ທຸກເມື່ອ ເຊື່ອວ່າໃຜໄດ້ໄປຮອດໄປເຫັນຈະປະທັບໃຈແນ່ນອນ ໂດຍສະເພາະດ້ານຄວາມຫຼາກຫຼາຍທີ່ຄາດບໍ່ເຖິງວ່າຈະມີ, ຄວາມໂປ່ງໃສ, ສະດວກສະບາຍ ແລະ ຄຸນນະພາບສິນຄ້າ ລາຄາເໝາະສົມ.
ຮ້ານ kok kok mart ບໍລິການ 24 ຊົ່ວໂມງຮ້ານທໍາອິດ ຕັ້ງຢູ່ບ້ານ ໜອງດ້ວງທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
