ອຸດສາຫະກໍາທ່ອງທ່ຽວ ແມ່ນຂະແໜງທີ່ສາມາດດຶງດູດເມັດເງິນມະຫາສານແບບບໍ່ບົກແຫ້ງຈັກເທື່ອ ເຂົ້າມາພັດທະນາປະເທດໄດ້ດີທີ່ສຸດ ຫຼາຍປະເທດປະສົບຜົນສໍາເລັດມາແລ້ວ ສ່ວນປະເທດເຮົາ ກໍມີແຫຼ່ງທ່ອງທ່ຽວສໍາຄັນທາງດ້ານປະຫວັດສາດ ແລະ ທໍາມະຊາດ ແລະ ເປັນທີ່ຮູ້ຈັກຈາກຄົນທົ່ວໂລກ ແຕ່ກໍຍັງມີຈໍາກັດ ຖ້າທຽບໃສ່ປະເທດອ້ອມຂ້າງ ແລະ ພາກພື້ນ ໂຈດດັ່ງກ່າວຜູ້ປະກອບການບໍ່ໄດ້ນີ້ງເສີຍ ໄດ້ມີການປືກສາຫາລື ຮ່ວມມືກັນ ເພື່ອພັດທະນາການທ່ອງທ່ຽວລາວໃຫ້ມີໃບໜ້າໃໝ່ເທົ່າທັນສາກົນ.
ໃນວາລະງານສົ່ງເສີມການທ່ອງທ່ຽວພາຍໃນປະເທດ ພາຍໃຕ້ຊື່ງານ “Let’s Travel ບິນ ກິນ ທ່ຽວ ຄົບຈົບໃນງານດຽວ ທີ່ຈັດຂຶ້ນຫວ່າງບໍ່ດົນມານີ້ ໄດ້ມີໂອກາດ ຟັງການເສວະນາ ນະໂຍບາຍ ແລະ ຍຸດທະສາດການທ່ອງທ່ຽວຂອງລາວໃນຕໍ່ໜ້າຈາກ ຜູ້ພັດະທນາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງລາວ.
ທ່ານ ອິນທີ ເດືອນສະຫວັນ ປະທານສະມາຄົມທຸລະກິດທ່ອງທ່ຽວລາວໄດ້ກ່າວວ່າ: ສະມາຄົມທຸລະກິດທ່ອງທ່ຽວລາວ ເຕົ້າໂຮມກັນເພື່ອເປັນໂຕກາງໃນການປືກສາຫາລືກັບພາກລັດ ບໍ່ວ່າຈະເປັນບັນຫາສະພາບແວດລ້ອມທຸລະກິດທ່ອງທ່ຽວ ຫຼື ໂອກາດຂອງຜະລິດຕະພັນ, ໂອກາດຂອງຕະຫຼາດ ຕ່າງໆ. ນອກຈາກນັ້ນກໍ່ເປັນການສ້າງຄວາມໜ້າເຊື່ອຖື ເວລານັກທ່ອງທ່ຽວເຂົ້າມາ ເຂົາເຈົ້າບໍ່ໄດ້ເຂົ້າໄປຫາຜູ້ໃດຜູ້ໜຶ່ງ ເຂົາເຈົ້າຈະມາຫາສະມາຄົມເປັນອັນດັບທໍາອິດ ຖ້າເຮົາມີອົງການຈັດຕັ້ງແລ້ວ ກໍເປັນໂອກາດ ບໍ່ວ່າຈະເປັນການພົວພັນປະສານງານ, ການສະໜອງຂໍ້ມູນ, ການຝືກອົບຮົມ, ການແລກປ່ຽນ ແລະ ອື່ນໆ.
ທ່ານ ກ່າວວ່າ: ວຽກສະມາຄົມທຸລະກິດທ່ອງທ່ຽວລາວເປັນວຽກທີ່ທ້າທາຍ ເນື່ອງຈາກສະມາຊິກ ຫຼື ບໍລິສັດທ່ອງທ່ຽວ ທີ່ມີ 500 ກວ່າບໍລິສັດນັ້ນ ຜູ້ທີ່ເອັກທີບແທ້ໆ ມີແຕ່ສັດສ່ວນທີ່ໜ້ອຍ ອີກບັນຫາໜຶ່ງ ສະມາຊິກສະມາຄົມ ຖ້າທຽບໃສ່ປະເທດເພື່ອນບ້ານກໍບໍ່ຫຼາຍ.
ປັດຈຸບັນ ພວກເຮົາພະຍາຍາມສ້າງກິດຈະກໍາໃໝ່ໆ ເຊິ່ງງານສົ່ງເສີມການທ່ອງທ່ຽວພາຍໃນປະເທດ ພາຍໃຕ້ຊື່ງານ “Let’s Travel ບິນ ກິນ ທ່ຽວ ຄົບຈົບໃນງານດຽວ ກໍ່ເພື່ອສົ່ງເສີມການທ່ອງທ່ຽວພາຍໃນ. ນອກນັ້ນໃນທ້າຍປີນີ້ ສະມາຄົມທຸລະກິດທ່ອງທ່ຽວລາວ ກໍມີແຜນຈະຈັດ ງານວາງສະແດງທ່ອງທ່ຽວຄັ້ງທໍາອິດຂອງລາວ ເພື່ອສ້າງລາຍຮັບ ແລະ ສ້າງຄວາມເຂັ້ມແຂງໃຫ້ສະມາຄົມທຸລະກິດທ່ອງທ່ຽວລາວ.
ທ່ານ ສົມເພັດ ມ້າວປະເສີດ ປະທານບໍລິສັດ ແຟເຊັດພັດະທະນາແຫຼ່ງທ່ອງທ່ຽວ ທໍາມະຊາດ ກ່າວວ່າ ຜະລິດຕະພັນການທ່ອງທ່ຽວປະກອບມີ 2 ປັດໄຈ ໜຶ່ງແມ່ນວັດຖຸດິບ, ສອງແມ່ນຄຸນນະພາບໃນການສ້າງສັນວັດຖຸດິບ ໃຫ້ອອກມາເປັນສິນຄ້າທີ່ມີຄຸນນະພາບ ແລະ ເປັນຄວາມຕ້ອງການຂອງຕະຫຼາດ
ທ່ານກ່າວວ່າ: ຜະລິດຕະພັນການທ່ອງທ່ຽວ ວັດຖຸດິບກໍແມ່ນ ຄວາມອຸດົມສົມບູນຂອງທໍາມະຊາດ (ຍົກໂຕຢ່າງສະລິງຢູ່ຕາດຟານ ມີວັດຖຸດິບທີ່ສວຍງາມ ມີປ່າໄມ້ທີ່ອຸດົມສົມບູນ ຜູ້ພັດທະນາກໍມີແນວຄິດສ້າງສັ້ນ ສ້າງເປັນຜະລິດຕະພັນທີ່ມີຄຸນນະພາບ ເປັນທີ່ຕ້ອງການຂອງຕະຫຼາດ). ສໍາລັບຢູ່ຫຼວງພະບາງ ວັດຖຸດິບທີ່ເກົ່າແກ່ ມີປະຫວັດສາດທີ່ຍາວນານ ໄດ້ຮັບການຢັ້ງຢືນໂດຍ ອົງການອຸຍແນັສໂກ ອັນນີ້ກໍເປັນວັດຖຸດິບທີ່ໝັ້ນຄົງ ແຕ່ວ່າການພັດທະນາຜະລິດຕະພັນປະກອບດ້ວຍຫຼາຍປັດໄຈ ບໍ່ວ່າຈະເປັນພື້ນຖານໂຄງລ່າງ, ການວາງນະໂຍບາຍຂອງພາກລັດ, ນັກລົງທຶນທີ່ໄປສ້າງຜະລິດຕະພັນ ທີ່ມີຄຸນຄ່າ ຖືກກັບຄວາມຕ້ອງການຂອງຕະຫຼາດ.
ທ່ານກ່າວວ່າ: ນັບແຕ່ປີ 2011 ຂ້າພະເຈົ້າມີຄວາມໝຸ້ງໝັ້ນ ທີ່ຈະສ້າງຜະລິດຕະພັນທີ່ມີທ່າແຮງ ຂອງທໍາມະຊາດທີ່ອຸດົມສົມບຸນ ເປັນອັນອັບ 2 ຂອງອາຊີ ເຊິ່ງຂ້າພະເຈົ້າຕັ້ງ 3 ເປົ້າໝາຍຫຼັກ 1 ເປົ້າໝາຍສໍາຮອງ ທີ່ຈະພັດທະນາສະຖານທີ່ທ່ອງທ່ຽວ ເຊິ່ງປະກອບມີ ໜຶ່ງ, ແມ່ນ ການທ່ອງທ່ຽວແບບພະຈົນໄພໃນປ່າ, ສອງ, ແມ່ນການທ່ອງທ່ຽວແບບພັກຜ່ອນ ຊົມບັນຍາກາດ ຄວາມອຸດົມສົມບູນຂອງທໍາມະຊາດ, ສາມ ແມ່ນການຮັກສາຊີວະນາໆພັນ (ກ່ອນຈະເປີດ ພິພິຕະພັນຊີວະນານາພັນໃຊ້ເວລາ 8 ປີ ໃນການສະສົມ ຂໍ້ມູນ, ໂຕຢ່າງ ຕ່າງໆ ), ສໍາລັບສໍາຮອງ ແມ່ນການສົ່ງເສີມຊົນເຜົ່າພື້ນເມືອງໃນເຂດທ້ອງຖີ່ນນັ້ນໆ
ອະນາຄົດຂ້າງໜ້າ ຈະໃຫ້ຢູ່ຈຸດໃດ ຄໍາຕອບແມ່ນຢາກປະສົບຜົນສໍາເລັດຄື ປະເທດ ຄອສຕາ ຣີກ້າ ນັກທ່ອງທ່ຽວຕໍ່ປີເຂົາເຈົ້າ ປີ 2024 ມີ 2,3 ລ້ານຄົນ ສ່ວນປະເທດເຮົາມີ 4,1ລ້ານຄົນ ແຕ່ລາຍໄດ້ເຂົາເຈົ້າມີ 4 ຕື້ກວ່າໂດລາ ສ່ວນປະເທດເຮົາ 1,2ຕື້ກວ່າໂດລາ ເຊີ່ງມັນລື່ນກັນຫຼາຍ ໃນຈຸດນີ້ ສັງເກດວ່າຜະລິດຕະພັນທ່ອງທ່ຽວເຂົາເຈົ້າມີລາຄາ ນັກຄົ້ນຄວ້າເຂົ້າໄປຄົ້ນຄວ້າຢ່າງໜ້ອຍ 1 ອາທິດຕໍ່ຄົນ ສະນັ້ນຂ້າພະເຈົ້າຈະຫັນເອົາໂຕແບບນີ້ ມາພັດທະນາຢູ່ປະເທດລາວເຮົາ ໃຫ້ກາຍເປັນຜະລິດຕະພັນທ່ອງທ່ຽວທີ່ຢືນຍົງ.
ທ່ານ ພິຊິດ ໄຊຍະທິດ ປະທານຫໍພິພິຕະພັນສິນລະປະລາວໄດ້ກ່າວວ່າ: ຕົນເອງມີຄວາມມັກໃນງານສະລະປະມາແຕ່ໄວໜຸ່ມ ແລະ ໄດ້ສະສົມງານສິລະປະເລື້ອຍໆມາ ແລະ ໄດ້ຄົ້ນຄິດ ປະຕິດປະຕໍ່ ເຊິ່ງເຮົາມີຜະລິດຕະພັນທີ່ດີ ມີສີ່ງທີ່ດີ ສ້າງສະພາບແວດລ້ອມທີ່ດີ ໃນອະນາຄົດນີ້ ຖ້າເຮົາບໍ່ຮັກສາ ບໍ່ສ້າງໃຫ້ເປັນສະຖານທີ່ວາງສະແດງ ຄົນລຸ້ນຫຼັງກໍບໍ່ມີບ່ອນເບີ່ງ ເຂົາເຈົ້າກໍຫຼັງໄຫຼກັນອອກໄປທ່ຽວຢູ່ຕ່າງປະເທດ
ເມື່ອເປັນແນວນັ້ນ ຂ້າພະເຈົ້າຢາກໃຫ້ມີຊື່ຢູ່ໃນໂລກ (ສົມມຸດວ່າ ອັງກໍວັດ ກໍຄິດເຖິງປະເທດກໍາປູເຈຍ) ຢູ່ປະເທດ ຫວຽດນາມ ແລະ ຈີນ ເຂົາເຈົ້າກໍເອົາ ຫິນອ່ອນ, ຫີນຊີລາ, ເຊວລາມີກ ມາສ້າງເປັນຜະລິດຕະພັນດຶງດູດການທ່ອງທ່ຽວ, ສະນັ້ນ ຂ້າພະເຈົ້າກໍຄົ້ນຄິດວ່າ ສປປລາວ ຈະເອົາຫຍັງ ມາເພື່ອສ້າງ ແຮງດືງດູດ ໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຊົມ ຈຶ່ງເປັນຄໍາຕອບທີ່ວ່າ ສ້າງຫໍພິພິທະພັນສິລະປະລາວຂຶ້ນ ເພື່ອຕໍ່ຍອດທ່າແຮງທີ່ເຮົາມີ ສ້າງລາຍຮັບທີ່ຢືນຍົງເໝືອນກັບສາກົນໄດ້.
ທ່ານກ່າວວ່າ: ແລວທາງເສດຖະກິດ ອາຊຽນກັບຈີນ ປະເທດລາວເປັນປະຕູດ່ານໜ້າ ແມ່ນຍັງມີສັກກະຍະພາບມະຫາສານ ໃນອະນາຄົດ ຖ້າເຮົາສ້າງແຫຼ່ງທ່ອງທ່ຽວທີ່ດີ ກໍ່ສາມາດດືງເອົານັກທ່ອງທ່ຽວເຂົ້າມາໄດ້.
ຖ້າຢາກເຫັນນັກທ່ອງທ່ຽວ ເຮົາຕ້ອງສ້າງແຫຼ່ງທ່ອງທ່ຽວທີ່ດີ ມີແຫຼ່ງທ່ອງທີ່ທີ່ດີ ກໍສາມາດໂຄສະນາໃຫ້ນັກທ່ອງທ່ຽວໄດ້ຮັບຮູ້ ແລະ ຢາກເຂົ້າມາທ່ອງທ່ຽວ ປັດຈຸບັນ ຫໍພິພິຕະພັນ ກໍາລັງສ້າງ ຊອບພາວເວີ້ ເປີດໂອກາດນັກທ່ອງທ່ຽວເຂົ້າໄປ ສ້າງຄອນເທັນ ເຜີຍແຜ່ໃນໂຊຊຽວມີເດຍ ໃຫ້ທຸກຕົນໄດ້ເຫັນ ໂດຍຈະມີການຮ່ວມມື ຈາກຫຼາຍພາກສ່ວນ ບໍ່ວ່າຈະເປັນແຂກຈາກລັດຖະບານ ອົງການຈັດຕັ້ງສາກົນ ເຂົ້າມາ ນຸ່ງຊຸດລາວ ເຂົ້າກັບບັນຍາກາດລວດລາຍລາວ ເມື່ອເຜີຍແຜ່ທາງໂຊເຊວມີເດຍ ທຸກຄົນເຫັນ ກໍຮັບຮູ້ວ່າປະເທດລາວນັ້ນເອງ.
ທ່ານກ່າວວ່າ ຫໍພິພິທະພັນສິລະປະລາວ ນັບແຕ່ເປີດ ໃຫ້ບໍລິການ ພາຍໃນ 3 ເດືຶອນແມ່ນໄດ້ຮັບນັກທ່ອງທ່ຽວມາທ່ຽວຊົມແລ້ວ 2 ແສນກວ່າຄົນ.
ທ່ານ ພູວົງ ພະມີສິດ ປະທານສວນພືກສາ ໄດ້ກ່າວວ່າ ງານສົ່ງເສີມການທ່ອງທ່ຽວພາຍໃນປະເທດ ພາຍໃຕ້ຊື່ງານ “Let’s Travel ບິນ ກິນ ທ່ຽວ ຄົບຈົບໃນງານດຽວ ແມ່ນມີຄວາມສໍາຄັນ ຜູ້ປະກອບການໄດ້ປືກສາຫາລືກັນ ພວກເຮົາຕ້ອງສ້າງຄວາມເຂັ້ມແຂງພາຍໃນເຮົາກ່ອນ ເຮັດໃຫ້ເຮົາມີຜະລິດຕະພັນດີທີ ຫຼັງຈາກນັ້ນຈຶ່ງໂຄສະນາແຫຼ່ງທ່ອງທ່ຽວ ເຂົ້າມາທ່ຽວຊົມ ແລະ ທີ່ສໍາຄັນ ແມ່ນໃຫ້ເຂົາເຈົ້າໄດ້ມາທ່ຽວຫຼາຍວັນ ເຮົາຕ້ອງເຮັດເປັນແພັກເກັດ ໃຫ້ທຸກພາກສ່ວນມີສ່ວນຮ່ວມ ສ້າງລາຍຮັບ ໃນຊຸມຊົນທ້ອງຖິ່ນຮ່ວມກັນ.
ທ່ານກ່າວວ່າ: ຈຸດແລນມາກ ໃນສວນພຶກສາ ແມ່ນຈະມີຫຼາຍຈຸດ ບໍ່ວ່າຈະເປັນ ບ້ານຊົນເຜົ່າ, ທ່ຽວຊົມຫ້ອງວາງສະແດງ 50 ຊົນເຜົ່າ, ທ່ຽວຊົມ ວັງພະຍານາກທີ່ສວນສົດງົດງາມ, ຫ້ອງວາງສະແດງຜະລິດຕະພັນຢາພື້ນເມືອງ, ຮ້ານອາຫານໃນແຕ່ລະໂຊນທີ່ໄດ້ຮັບການຕົກແຕ່ງໃໝ່ໃຫ້ມີສີສັນ, ພ້ອມນັ້ນຍັງມີນໍ້າຕົກຕາດ, ສວນສັດນ້ອຍເພື່ອໃຫ້ນັກທ່ອງທ່ຽວໄດ້ມາ ທ່ຽວຊົມ.